Friday, September 20, 2024
Homeຂ່າວໜ້າໜຶ່ງຄົນລາວທຸກຄົນຈົ່ງຮຽນຮູ້ລັດຖະທໍາມະນູນ ແລະ ກົດໝາຍໃຫ້ເລິກເຊິ່ງ

ຄົນລາວທຸກຄົນຈົ່ງຮຽນຮູ້ລັດຖະທໍາມະນູນ ແລະ ກົດໝາຍໃຫ້ເລິກເຊິ່ງ

ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນໂອກາດ ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 33 ປີ (15 ສິງຫາ 1991 – 15 ສິງຫາ 2024) ທີ່ນະຄອນຫຼວງວຽງຈັນ ວ່າ: ຂ້າພະເຈົ້າ ໃນຖານະທີ່ໄດ້ຕິດພັນກັບການສ້າງ ແລະ ປັບປຸງລັດຖະທຳມະນູນມາ ໂດຍຕະຫຼອດ, ເມື່ອໄດ້ຫວນຄືນເຖິງຂະບວນການສ້າງ ແລະ ປັບປຸງລັດຖະທໍາມະນູນ ແຫ່ງ ສປປ ລາວ ທີ່ເປັນກົດໝາຍພື້ນຖານ ຂອງຊາດລາວເຮົາ. ຂ້າພະເຈົ້າມີຄວາມພາກພູມໃຈ ແລະ ເປັນກຽດຢ່າງຍິ່ງ ທີ່ພັກ ແລະ ລັດເຮົາ ໄດ້ແຕ່ງຕັ້ງຂ້າພະເຈົ້າຜູ້ໜຶ່ງ ເຂົ້າຮ່ວມ ແລະ ປະກອບສ່ວນໃນວຽກງານສ້າງ ແລະ ປັບປຸງລັດຖະທຳມະນູນ ແຫ່ງ ສປປ ລາວ ຂອງລັດເຮົາ ຊຶ່ງເປັນກຽດສັກສີທີ່ຫາຍາກ ແລະ ເປັນຄວາມຮັບຜິດຊອບອັນສູງສົ່ງສໍາລັບຕົນ.

ຄືດັ່ງບັນດາທ່ານໄດ້ຮັບຊາບແລ້ວວ່າ: ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນການ ຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ມີຫຼັກການຂອງພັກເຮົາ, ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບທຳອິດ ໄດ້ຖືກຮັບຮອງຈາກກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ II ໃນວັນທີ 14 ສິງຫາ 1991 ແລະ ຖືກປະກາດໃຊ້ຢ່າງເປັນທາງການ ໂດຍລັດຖະດຳລັດ ຂອງປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 55/ປທປທ, ລົງວັນທີ 15 ສິງຫາ 1991 ຊຶ່ງເປັນບາດລ້ຽວໃໝ່ໃນການຫັນໄປສູ່ການສ້າງລັດທີ່ປົກຄອງດ້ວຍກົດໝາຍຢູ່ປະເທດ ຂອງພວກເຮົາ.

ເວົ້າເຖິງການຂະຫຍາຍຕົວ ຂອງລັດຖະທຳມະນູນ, ລັດຖະທຳມະນູນ ປີ 1991 ມີ 10 ໝວດ, 80 ມາດຕາ; ລັດຖະທຳມະນູນ ປີ 2003 ມີ 11 ໝວດ, 98 ມາດຕາ ແລະ ລັດຖະທຳມະນູນ ປີ 2015 ມີ 14 ໝວດ ແລະ 119 ມາດຕາ. ໃນດ້ານອື່ນ, ຕະຫຼອດໄລຍະ 33 ປີທີ່ຜ່ານມາ, ລັດເຮົາໄດ້ຜັນຂະຫຍາຍລັດຖະທຳມະນູນ ເປັນກົດໝາຍໄດ້ທັງໝົດ 167 ສະບັບ. ໃນນີ້, ຂົງເຂດເສດຖະກິດ 75 ສະບັບ, ຂົງເຂດວັດທະນະທຳ-ສັງຄົມ 42 ສະບັບ, ຂົງເຂດການປົກຄອງ ແລະ ຍຸຕິທໍາ 32 ສະບັບ,

ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 13 ສະບັບ ແລະ ຂົງເຂດການຕ່າງປະເທດ 5 ສະບັບ. ນີ້ ແມ່ນການຂະຫຍາຍຕົວຂອງລັດຖະທຳມະນູນ ຈາກກົດໝາຍແມ່ມາເປັນກົດໝາຍລູກ ເຮັດໃຫ້ເຄື່ອງມືຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ນັບມື້ເປັນລະບົບ, ຄົບຊຸດ, ສອດຄ່ອງ ແລະ ຮັດກຸມ ກາຍເປັນພາຫະນະແຫຼມຄົມປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ລວມໝູ່, ບຸກຄົນ ແລະ ນິຕິບຸກຄົນ ກໍຄືປະຊາຊົນລາວບັນດາເຜົ່າ.

ລັດຖະທຳມະນູນ ໄດ້ຮັບການປັບປຸງມາແລ້ວ 2 ຄັ້ງ ແລະ ຄັ້ງນີ້ເປັນຄັ້ງທີ 3 ຊຶ່ງໄດ້ມີການປັບປຸງເນື້ອໃນ, ຄືດັ່ງໄດ້ກ່າວແລ້ວ ລັດຖະທຳມະນູນ ປີ 1991 ມີ 10 ໝວດ ແລະ 80 ມາດຕາ. ຜ່ານການຈັດຕັ້ງປະຕິບັດມາເປັນເວລາ 12 ປີ ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ V ໄດ້ຮັບຮອງລັດຖະທຳມະນູນ ສະບັບປັບປຸງເປັນເທື່ອທຳອິດປີ 2003 ແລະ ປະກາດໃຊ້ໂດຍ ລັດຖະດຳລັດ ຂອງປະທານປະເທດ ສະບັບເລກທີ 32/ສປປ, ລົງວັນທີ 28 ພຶດສະພາ 2003. ເນື້ອໃນ ຂອງລັດຖະທຳມະນູນສະບັບນີ້ ມີ 11 ໝວດ ແລະ 98 ມາດຕາ, ເພີ່ມຂຶ້ນ 1 ໝວດ ຄື: ໝວດວ່າດ້ວຍ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ 18 ມາດຕາ.

ຜ່ານການຈັດຕັ້ງປະຕິບັດລັດຖະທຳມະນູນ ປີ 2003 ມາເປັນເວລາ 12 ປີ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການ ຂອງການປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VII ໄດ້ຮັບຮອງເອົາລັດຖະທຳມະນູນສະບັບປັບປຸງໃໝ່ເປັນເທື່ອທີ 2 ແລະ ຖືກປະກາດໃຊ້ໂດຍລັດຖະດຳລັດ ຂອງປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 214/ປປທ, ລົງວັນທີ 15 ທັນວາ 2015. ເນື້ອໃນຂອງລັດຖະທຳມະນູນ ປີ 2015 ມີ 14 ໝວດ ແລະ 119 ມາດຕາ, ເພີ່ມຂຶ້ນ 3 ໝວດ ຄື: ໝວດວ່າດ້ວຍວຽກງານກວດສອບແຫ່ງລັດ, ໝວດວ່າດ້ວຍສະພາປະຊາຊົນທ້ອງຖິ່ນ ແລະ ໝວດວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນທ້ອງຖິ່ນ ແລະ ເພີ່ມຂຶ້ນ 71 ມາດຕາ.

ຜ່ານການຈັດຕັ້ງປະຕິບັດລັດຖະທຳມະນູນ ປີ 2015 ມາເປັນເວລາ 9 ປີ ແລະ ອີງໃສ່ຄວາມຮຽກຮ້ອງຕ້ອງການ ຂອງການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ຂອງພັກໄປສູ່ລວງເລິກ, ກົມການເມືອງສູນກາງພັກ ໄດ້ອອກມະຕິສະບັບເລກທີ 15/ກມສພ, ລົງວັນທີ 22 ພຶດສະພາ 2024 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ສະບັບປີ 2015. ຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນດັ່ງກ່າວ ໄດ້ວາງແຜນການປັບປຸງລັດຖະທຳມະນູນ ໃຫ້ສໍາເລັດໃນກາງປີ 2025. ປັດຈຸບັນນີ້, ຫາກໍສໍາເລັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ໃນທົ່ວປະເທດ ຊຶ່ງມີພະນັກງານນໍາພາ-ຄຸ້ມຄອງ ຂັ້ນກະຊວງ, ອົງການ, ຂັ້ນສູນກາງ ແລະ ທ້ອງຖິ່ນ, ຂັ້ນແຂວງ, ຂັ້ນເມືອງ ເຂົ້າຮ່ວມຈໍານວນ 11.567 ທ່ານ ຍິງ 2.011 ທ່ານ. ໃນກອງປະຊຸມປະເມີນຜົນດັ່ງກ່າວ ໄດ້ມີຄໍາເຫັນ, ຂໍ້ສະເໜີ ຕໍ່ການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ການປັບປຸງເນື້ອໃນຂອງລັດຖະທຳມະນູນ ຢ່າງຫຼາກຫຼາຍ ຊຶ່ງຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ພວມສະຫຼຸບສັງລວມ ເປັນຂໍ້ມູນໃຫ້ແກ່ການປັບປຸງລັດຖະທຳມະນູນໃນໄວໆນີ້.

ທ່ານ ຈະເລີນ ເຢຍປາວເຮີ ກ່າວຕື່ມອີກວ່າ: ໃນໂອກາດວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 33 ປີ ຈຶ່ງຮຽກຮ້ອງໃຫ້ພະນັກງານ, ສະມາຊິກພັກ, ລັດຖະກອນ, ນັກຮຽນຮູ້ປັນຍາຊົນ, ນັກທຸລະກິດ ທັງພາກລັດ ແລະ ເອກະຊົນ, ປະຊາຊົນລາວບັນດາເຜົ່າທຸກທົ່ວໜ້າ ຈົ່ງຮຽນຮູ້ລັດຖະທໍາມະນູນ ແລະ ກົດ

ໝາຍ ໃຫ້ເລິກເຊິ່ງ, ຍົກສູງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ, ເປັນຕົ້ນ: ປະຕິບັດສິດ ແລະ ພັນທະຂອງພົນລະເມືອງລາວໃຫ້ຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນ ໝວດ IV ຂອງລັດຖະທາມະນູນ ສະບັບປີ 2015, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ, ຍົກສູງນໍ້າໃຈສາກົນອັນຜ່ອງໃສ, ເດັດດ່ຽວຜ່ານຜ່າອຸປະສັກຕ່າງໆ, ຮ່ວມແຮງຮ່ວມໃຈປະກອບສ່ວນຢ່າງສົມກຽດ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ເພື່ອບັນລຸຈຸດໝາຍ ເຮັດໃຫ້ປະຊາຊົນລາວບັນດາເຜົ່າຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີ ເປັນປຶກແຜ່ນ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments