Thursday, September 19, 2024
Homeຂ່າວຕ່າງປະເທດຜົນການວິໄຈ ມີປະມານ 400 ລ້ານຄົນທົ່ວໂລກ ມີອາການລອງໂຄວິດ

ຜົນການວິໄຈ ມີປະມານ 400 ລ້ານຄົນທົ່ວໂລກ ມີອາການລອງໂຄວິດ

ຂ່າວຕ່າງປະເທດລາຍງານໃນທ້າຍອາທິດຜ່ານມາ, ການວິໄຈສະບັບໃໝ່ທີ່ເຜີຍແຜ່ໃນວາລະສານNature Medicine ເປີດເຜີຍວ່າ: ມີປະມານ 400 ລ້ານຄົນ ທົ່ວໂລກ ມີອາການເຈັບປ່ວຍໄລຍະຍາວຈາກພະຍາດໂຄວິດ-19 ຫຼື ລອງໂຄວິດ.

ການວິໄຈ ຊຶ່ງສະຫຼຸບຂໍ້ມູນພື້ນຖານ ແລະ ຜົນກະທົບຂອງອາການລອງໂຄວິດ ໃນຮອບ 4 ປີ ນັບຕັ້ງແຕ່ເກີດການລະບາດຂຶ້ນຄັ້ງທຳອິດ ລະບຸວ່າ: ຕົ້ນທຶນທາງເສດຖະກິດທີ່ຄາດຄະເນໄວ້ຈາກປັດໄຈຕ່າງໆເຊັ່ນ: ການບໍລິການເບິ່ງແຍງສຸຂະພາບ ແລະ ຄົນເຈັບທີ່ບໍ່ສາມາດກັບໄປເຮັດວຽກໄດ້ ມີປະມານ 1 ລ້ານໂດລາ ຕໍ່ປີ ຫຼື ຄິດເປັນ 1% ຂອງເສດຖະກິດໂລກ.

ທ່ານ ໄຊຍັດ ອັນ-ອາລີ ໜຶ່ງໃນຜູ້ຂຽນບົດວິໄຈ ຊຶ່ງເປັນນັກລະບາດວິທະຍາຄຣີນິກປະຈຳ ມະຫາວິທະຍາໄລ ວໍຊິງຕັນ ໃນເມືອງເຊນຫຼຸຍ ສະຫະລັດອາເມຣິກາ ລະບຸວ່າ: ການວິໄຈນີ້ເນັ້ນເຮັດແຜນງານສໍາລັບນະໂຍບາຍ ແລະ ການຈັດລໍາດັບຄວາມສໍາຄັນຂອງການວິໄຈ ໂດຍຮ່ວມຂຽນບົດຄວາມກັບນັກວິໄຈດ້ານອາການລອງໂຄວິດຂັ້ນນຳຫຼາຍທ່ານ ລວມເຖິງຜູ້ນຳກຸ່ມຄວາມຮ່ວມມືວິໄຈຄົນເຈັບ ທີ່ຈັດຕັ້ງໂດຍກຸ່ມຄົນເຈັບທີ່ມີອາການລອງໂຄວິດທີ່ເປັນນັກວິໄຈຜູ້ຊ່ຽວຊານ.

ຂໍ້ສະຫຼຸບອື່ນໆຈາກການວິໄຈນີ້ໄດ້ແກ່ ຜູ້ໃຫຍ່ 6% ທົ່ວໂລກ ມີອາການລອງໂຄວິດ ໂດຍສ່ວນຫຼາຍຍັງບໍ່ຟື້ນຕົວຢ່າງເຕັມທີ່ ແລະ ການຮັກສາຍັງຄົງເປັນໜຶ່ງໃນຄວາມທ້າທາຍທີ່ໃຫຍ່ທີ່ສຸດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments