Friday, September 20, 2024
Homeຂ່າວໜ້າໜຶ່ງຮອງ ລມຕ ກະຊວງການຕ່າງປະເທດ ຕ້ອນຮັບການຍື່ນສານແຕ່ງຕັ້ງ ຂອງຜູ້ຕາງໜ້າຄົນໃໝ່ຂອງອົງການສະຫະປະຊາຊາດສໍາລັບເດັກ(UNICEF) ປະຈໍາ ສປປ ລາວ

ຮອງ ລມຕ ກະຊວງການຕ່າງປະເທດ ຕ້ອນຮັບການຍື່ນສານແຕ່ງຕັ້ງ ຂອງຜູ້ຕາງໜ້າຄົນໃໝ່ຂອງອົງການສະຫະປະຊາຊາດສໍາລັບເດັກ(UNICEF) ປະຈໍາ ສປປ ລາວ

ວັນທີ 12 ສິງຫາ 2024 ທີ່ກະຊວງການຕ່າງປະເທດ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕ້ອນຮັບການຍື່ນສານແຕ່ງຕັ້ງຂອງທ່ານ ບີລານ ໂອແຣັງ ເຊບ ດູຣານີ, ຜູ້ຕາງໜ້າຄົນໃໝ່ຂອງອົງການອຸຍນີເຊັບ ປະຈຳ ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ດູຣານີ ທີ່ຖືກແຕ່ງຕັ້ງມາເປັນຜູ້ຕາງໜ້າຄົນໃໝ່ຂອງອົງການ ອຸຍນີເຊັບ ປະຈໍາ ສປປ ລາວ, ພ້ອມທັງໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ​ຕໍ່​ການ​ສະ​ໜັບ​ສະ​ໜູນ​ ແລະ ​ການ​ຮ່ວມ​ມື​ຢ່າງໃກ້​ຊິດຂອງອົງການໃນໄລຍະ 5 ທົດສະວັດທີ່ຜ່ານມາ ແລະ ໄດ້ສະແດງຄວາມເຊື່ອໝັ້ນວ່າອົງການອຸຍນີເຊັບ ພາຍໃຕ້ການນໍາພາຂອງຜູ້ຕາງໜ້າຄົນໃໝ່ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ໂດຍສະເພາະໃນຂະແໜງການສຶກສາ, ສາທາລະນະສຸກ, ໂພຊະນາການ, ສຸຂະພິບານ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ການສ້າງຄວາມເຂັ້ມແຂງໃຫ້ກັບແມ່ຍິງ ແລະ ໄວໜຸ່ມ, ການປົກປ້ອງເດັກ ແລະ ອື່ນໆ, ໂດຍຜ່ານການຈັດຕັ້ງປະຕິບັດ ແຜນງານການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການອຸຍນີເຊັບ ສົກປີ 2022-2026 ມູນຄ່າປະມານ 100 ລ້ານ ໂດລາສະຫະລັດ.

ໃນໂອກາດດຽວກັນນີ້ ທ່ານ ດູຣານີ ໄດ້ສະແດງຄວາມຮູ້ສຶກເປັນກຽດທີ່ໄດ້ຮັບການແຕ່ງຕັ້ງເປັນຜູ້ຕາງໜ້າຄົນໃໝ່ຂອງອົງການອຸຍນີເຊັບ ປະຈໍາ ສປປ ລາວ ແລະ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ການຮ່ວມມື ຂອງລັດຖະບານ ສປປ ລາວ ພ້ອມທັງໃຫ້ຄໍາໝັ້ນວ່າໃນໄລຍະເວລາທີ່ທ່ານປະຕິບັດໜ້າທີ່ຢູ່ ສປປ ລາວ ທ່ານຈະນໍາພາອົງການອຸຍນີເຊບ ສືບຕໍ່ຮ່ວມມືຢ່າງໃກ້ຊິດກັບລັດຖະບານ ສປປ ລາວ ໃນການສົ່ງເສີມສິດທິເດັກໃນ ສປປ ລາວ ໂດຍສະເພາະການຈັດຕັ້ງປະຕິບັດແຜນງານການຮ່ວມມືລະຫວ່າງລັດຖະບານ ສປປ ລາວ ແລະ ອົງການອຸຍນີເຊບ ສົກປີ 2022 – 2026 ໃຫ້ສໍາເລັດຕາມເປົ້າໝາຍທີ່ວາງໄວ້ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງ ສປປ ລາວ ແລະ ປັບປຸງຊີວິດການເປັນຢູ່ຂອງແມ່ ແລະ ເດັກນ້ອຍ ໃນຂອບເຂດທົ່ວປະເທດໃຫ້ດີຍິ່ງຂື້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments