Tuesday, September 17, 2024
Homeສຶກສາມອບ-ຮັບອາຄານສອນພາສາຈີນ ສະຖາບັນຂົງຈື ມະຫາວິທະຍາໄລສຸພານຸວົງ

ມອບ-ຮັບອາຄານສອນພາສາຈີນ ສະຖາບັນຂົງຈື ມະຫາວິທະຍາໄລສຸພານຸວົງ

ແຫລ່ງຂ່າວຈາກແຂວງຫລວງພະບາງ ໃຫ້ຮູ້ວ່າ: ພິທີມອບ-ຮັບອາຄານສອນພາສາຈີນ ສະຖາບັນຂົງຈື ມະຫາວິທະຍາໄລ ສຸພານຸວົງ ໂດຍການຊ່ວຍເຫລືອຈາກ ແຂວງຢຸນນານ ສປ ຈີນ ຈັດຂຶ້ນໃນວັນທີ 10 ສິງຫາ 2024 ຜ່ານມາ ໂດຍມີ ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າ ຄະນະໂຄສະນາອົບຮົມ ສູນກາງພັກ ຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ, ທ່ານ ຈາງ ເຊີຜິງ ກົງສູນໃຫຍ່ ສປ ຈີນ ປະຈຳພາກເໜືອ ແຂວງຫລວງພະບາງ, ທ່ານ ອີ້ຈ້ຽນຫົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະ ເຕັກໂນໂລຊີ ຄຸນໝິງ ສປ ຈີນ ພ້ອມດ້ວຍພະນັກງານ ແລະ ຄູອາຈານ ເຂົ້າຮ່ວມ.ທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຢ່າງສູງ ຕໍ່ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີ ຄຸນໝິງ ກໍຄືພະແນກການຄ້າ ແຂວງຢຸນນານ ສປ ຈີນ ທີ່ໄດ້ຊ່ວຍເຫລືອໃນການກໍ່ສ້າງອາຄານຮຽນ ຢູ່ມະຫາວິທະຍາໄລສຸພານຸວົງ ຊຶ່ງເປັນການຊ່ວຍເຫລືອທີ່ມີຄວາມສໍາຄັນຫລາຍ ເພື່ອສ້າງໂອກາດໃນການຂະຫຍາຍການສຶກສາ ທາງດ້ານພາສາຈີນໃຫ້ກັບສະຖາບັນຂົງຈື ມະຫາວິທະຍາໄລສຸພານຸວົງ ໂດຍສະເພາະ ນັກຮຽນ-ນັກສຶກສາລາວ ໄດ້ມີໂອກາດໃນການຮຽນພາສາຈີນຫລາຍຂຶ້ນ ແລະ ຫວັງວ່າ ຈະສືບຕໍ່ໃຫ້ທຶນໃນການພັດທະນາການສຶກສາດ້ານອື່ນໆ ຂອງມະຫາວິທະຍາໄລ ສຸພານຸວົງ ກໍຄືສະຖາບັນຂົງຈື ຕໍ່ໄປໃນອະນາຄົດ.

ໂອກາດດຽວກັນ, ທ່ານ ວິລະ ອາໂນລັກ ອະທິການບໍດີ ມະຫາວິທະຍາໄລສຸພານຸວົງ ກ່າວວ່າ: ສະຖາບັນຂົງຈື ມະຫາວິທະຍາໄລສຸພານຸວົງ ແລະມະຫາວິທະຍາໄລວິທະຍາສາດ ແລະເຕັກໂນໂລຊີ ຄຸນໝິງ ໄດ້ຮ່ວມກັນສ້າງຕັ້ງສະຖາບັນຂົງຈືໃນປີ 2018 ໂດຍໃນເບື້ອງຕົ້ນ ໄດ້ພົບບັນຫາຫຍຸ້ງຍາກຫລາຍຢ່າງ ໂດຍສະເພາະ ດ້ານອາຄານສະຖານທີ່ ແລະ ອຸປະກອນຮັບໃຊ້ເຂົ້າໃນການຮຽນ-ການສອນ. ມາຮອດປີ 2019 ກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອແຂວງຫລວງພະບາງ ໄດ້ໃຫ້ທຶນໃນການປັບປຸງອາຄານ ຢູ່ວິທະຍາເຂດບ້ານນາສ້າງເຫວີຍ ຊຶ່ງໄດ້ເປັນການແກ້ໄຂບັນຫາ ຫ້ອງຮຽນຂອງສະຖາບັນຂົງຈື ໄດ້ອີກລະດັບໜຶ່ງ. ສະຖາບັນຂົງຈື ໄດ້ແກ້ໄຂບັນຫາດ້ານການຈັດການຮຽນ-ການສອນ ພາສາຈີນ ແລະໃຫ້ບໍລິການຈັດການສອບເສັງ ວັດລະດັບພາສາຈີນ HSK. ໃນປີ 2023 ຜູ້ອໍານວຍການສະຖາບັນຂົງຈື ແລະ ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີ ຄຸນໝິງ ໄດ້ຊ່ວຍກັນຊອກຫາແຫລ່ງທຶນຈາກ ສປ ຈີນ ເວົ້າລວມ, ເວົ້າສະເພາະ ແຂວງຢຸນນານ ເພື່ອມາກໍ່ສ້າງອາຄານສອນພາສາຈີນຫລັງນີ້ ໃຫ້ສຳເລັດ.

ສຳລັບອາຄານສອນພາສາຈີນຫລັງໃໝ່ ຂອງສະຖາບັນຂົງຈື ມະຫາວິທະຍາໄລສຸພານຸວົງ ປະກອບມີ 6 ຫ້ອງຮຽນ ພ້ອມດ້ວຍຫ້ອງເຮັດວຽກ ແລະ ຫ້ອງປະຊຸມ ໂດຍໄດ້ປະກອບອຸປະກອນການຮຽນຄົບຊຸດ ແລະ ຕິດຕັ້ງສື່ການຮຽນ-ການສອນທີ່ທັນສະໄໝຕື່ມອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments