Tuesday, September 17, 2024
HomeUncategorizedທົບທວນວິທີການຄອນເນັກ ເພີ່ມການເຂົ້າເຖິງການບໍລິການດ້ານສຸຂະພາບ

ທົບທວນວິທີການຄອນເນັກ ເພີ່ມການເຂົ້າເຖິງການບໍລິການດ້ານສຸຂະພາບ

ກະຊວງສາທາລະນະສຸກ ຮ່ວມກັບ ກະຊວງພາຍໃນ ຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດການສ້າງຄວາມເປັນເຈົ້າການຮ່ວມກັບອົງການປົກຄອງທ້ອງຖິ່ນ-ຊຸມຊົນ ເພື່ອເພີ່ມການເຂົ້າເຖິງການບໍລິການ ດ້ານສຸຂະພາບທີ່ຈຳເປັນ ຂອງລັດ ດ້ວຍວິທີການຄອນເນັກ(CONNECT) ໃນວັນທີ 12 ສິງຫາ 2024 ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ທ່ານ ນິສິດ ແກ້ວປັນຍາຮອງລັດຖະມົນຕີກະຊວງພາຍໃນ, ພ້ອມດ້ວຍບັນດາເຈົ້າແຂວງ, ເຈົ້າເມືອງ, ອົງການຈັດຕັ້ງມະຫາຊົນ ແລະ ຄູ່ຮ່ວມພັດທະນາເຂົ້າຮ່ວມ.

ວິທີການຄອນເນັກ ໄດ້ຈັດຕັ້ງປະຕິບັດ ໄລຍະການແພ່ລະບາດຂອງພະຍາດໂຄວິດ-19 ໂດຍການນຳພາຂອງ ກະຊວງສາທາລະນະສຸກ ແລະ ກະຊວງພາຍໃນ ພາຍໃນຕ້ການສະໜັບສະໜູນດ້ານວິຊາການ ຂອງອົງການອະນາໄມໂລກ ເຊິ່ງວິທີການດັ່ງກ່າວ ໄດ້ເນັ້ນໃສ່ການສ້າງຄວາມໄວ້ວາງໃຈ ລະຫວ່າງ ຜູ້ໃຫ້ບໍລິການດ້ານສາທາລະນະສຸກ ກໍຄື ບັນດາແພດໝໍ ໃຫ້ການເບິ່ງແຍງສຸຂະພາບ ກັບຊຸມຊົນ ແລະ ຍັງສະໜັບສະໜູນການເຮັດວຽກຮ່ວມກັນກັບ ອົງ ການປົກຄອງທ້ອງຖິ່ນຢ່າງໃກ້ຊິດ ເພື່ອສ້າງຄວາມເຂັ້ມແຂງໃນວຽກງານການປົກຄອງ, ການວາງແຜນ ແລະ ການປະສານງານຮ່ວມກັນ ແລະ ເພີ່ມທະວີການເຂົ້າເຖິງການບໍລິການສຸຂະພາບທີ່ຈຳເປັນເຊັ່ນ: ການສັກວັກຊິນ, ການເບິ່ງແຍງສຸຂະພາບແມ່ ແລະ ເດັກ ແລະ ສົ່ງເສີມການລົງທະບຽນການເກີດ. ສາມາດຈັດຕັ້ງປະຕິບັດ ໄດ້ຫລາຍກວ່າ 230 ບ້ານ ໃນ 10 ແຂວງ ທົ່ວປະເທດ ເຊິ່ງເຫັນວ່າປະຊາຊົນ ໃຫ້ຄວາມໄວ້ເນື້ອເຊື່ອໃຈ ຕໍ່ກັບຜູ້ໃຫ້ບໍລິການເບິ່ງ ແຍງສຸຂະພາບ ຂອງທ້ອງຖິ່ນຫລາຍຂຶ້ນ, ອັດຕາປົກຄຸມແມ່ຍິງທີ່ມາເກີດລູກຢູ່ສຸກສາລາ ເພີ່ມຂຶ້ນ 14% ເມື່ອທຽບ ໃສ່ກ່ອນການຈັດຕັ້ງປະຕິບັດ ວິທີການຄອນເນັກ (ສຳລັບຈໍານວນແມ່ຍິງຖືພາ ໃນປັດຈຸບັນ 144 ຄົນ) ແລະ ແມ່ຍິງທີ່ລາຍງານວ່າມີແຜນຈະມາເກີດລູກຢູ່ສຸກສາລາ ແມ່ນເພີ່ມຂຶ້ນ 43% (ໃນຈໍານວນແມ່ຍິງຖືພາ 67 ຄົນ).

ທ່ານ ບຸນແຝງ ພູມມະໄລສິດ ໄດ້ກ່າວວ່າ: ການຈັດຕັ້ງປະຕິບັດ ວິທີການຄອນເນັກ ເຮັດໃຫ້ວຽກງານສຸຂະ ພາບຂອງແມ່ ແລະ ເດັກ ລວມເຖິງຂອງປະຊາຊົນພາຍໃນຊຸມຊົນ ໄດ້ຮັບການເອື້ອອຳນວຍໂດຍວຽກງານການປົກ ຄອງ ແລະ ການປະສານງານທີ່ເຂັ້ມແຂງຂຶ້ນໃນຂັ້ນຊຸມຊົນ, ຫວັງວ່າໃນອະນາຄົດຈະມີການສືບຕໍ່ໃນການພັດທະນາ ແລະ ການນໍາໃຊ້ວິທີການຄອນເນັກ ເພື່ອໃຫ້ເຂົ້າເຖິງກຸ່ມເປົ້າໝາຍທີ່ຕ້ອງການການຊ່ວຍເຫລືອຫລາຍທີ່ສຸດ ແລະ ສາມາດຈັດການກັບບັນດາສິ່ງທ້າທາຍໃນຂອງທ້ອງຖິ່ນ ໂດຍການເສີມສ້າງຄວາມເຂັ້ມແຂງໃຫ້ກັບບັນດາຜູ້ນໍາພາຂອງທ້ອງຖິ່ນ, ພະນັກງານ ແລະ ບຸກຄະລາກອນສາທາລະນະສຸກ.

ໂອກາດດຽວກັນ, ທ່ານ ນິສິດ ແກ້ວປັນຍາ ໄດ້ໃຫ້ຮູ້ວ່າ: ວຽກງານການສ້າງຄວາມເຂັ້ມແຂງ, ການເສີມສ້າງ ແລະ ການສະໜັບສະໜູນອົງການປົກຄອງທ້ອງຖິ່ນ ແລະ ຊຸມຊົນ ແມ່ນຂໍກຸນແຈສໍາຄັນຕໍ່ວຽກງານການປັບ ປຸງການບໍລິການໃຫ້ບ້ານ, ສຸຂະພາບຂອງຊຸມຊົນ, ການພັດທະນາບ້ານ ແລະ ຄວາມອຸດົມຮັ່ງມີ ຂອງບ້ານ. ເພື່ອບັນລຸຕາມຄາດໝາຍທີ່ວາງໄວ້ ແລະ ເພື່ອຮັບປະກັນວ່າການບໍລິການຂອງພວກເຮົາ ສາມາດຕອບສະໜອງຄວາມຕ້ອງການຂອງປະຊາຊົນ ທັງໃນວຽກງານການບໍລິການສຸຂະພາບ ແລະ ຂະແໜງການອື່ນໆ, ພວກເຮົາຕ້ອງຮ່ວມມື ແລະ ເຮັດວຽກຮ່ວມກັນ ເຊິ່ງວິທີການຄອນເນັກ ກໍຖືວ່າເປັນຕົວຢ່າງທີ່ດີຂອງການເຮັດວຽກຮ່ວມກັບຫລາຍພາກສ່ວນ ແລະ ເຮັດໃຫ້ເກີດໝາກອອກຜົນ. ຜ່ານການນໍາໃຊ້ວິທີການຄອນເນັກ, ບັນດາແພດໝໍ, ພະຍາບານ, ຜະດຸງຄັນ, ອາສາສະໝັກສາທາລະນະສຸກຂັ້ນບ້ານ (ອສບ), ຜູ້ນໍາຊົນເຜົ່າ ແລະ ທາງສາດສະໜາ ແລະ ບັນດາພະນັກງານຈາກອົງການ ຈັດຕັ້ງມະຫາຊົນ ຈໍານວນຫລາຍພັນຄົນ ໄດ້ຮັບການສະໜັບສະໜູນ ເພີ່ມທັກສະໃນການປະສານງານ ແລະ ການໃຫ້ບໍລິການດ້ານສາທາລະນະສຸກ ຢ່າງມີປະສິດທິພາບ ແລະ ຜົນຮັບດ້ານສຸຂະພາບຂອງຜູ້ຮັບບໍລິການທີ່ດີຂຶ້ນ.

ຂ່າວ-ພາບ: ກິດຕາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments