Friday, September 20, 2024
Homeຂ່າວການເມືອງປະທານປະເທດເນັ້ນເຖິງເວລາແລ້ວທີ່ພວກເຮົາຈະຫັນຄ່ານິຍົມດ້ານການສຶກສາທີ່ຜິດໆ ມາເປັນຄ່ານິຍົມທີ່ຖືກຕ້ອງ

ປະທານປະເທດເນັ້ນເຖິງເວລາແລ້ວທີ່ພວກເຮົາຈະຫັນຄ່ານິຍົມດ້ານການສຶກສາທີ່ຜິດໆ ມາເປັນຄ່ານິຍົມທີ່ຖືກຕ້ອງ

ໃນໂອກາດ ເຂົ້າຮ່ວມກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາປະຈຳປີ 2023-2024 ໃນວັນທີ 9 ສິງຫາ 2024 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ໄດ້ມີຄຳເຫັນໂອ້ລົມ ຕໍ່ກອງປະຊຸມ ແລະ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະກະຊວງສຶກສາທິການ ແລະ ກິລາ ຕໍ່ກັບການສ້າງຄົນຍຸກໃໝ່ ໂດຍຫັນປ່ຽນຄ່ານິຍົມທີ່ບໍ່ເປັນຕົວຂອງຕົວເອງ ກາຍມາເປັນຄ່ານິຍົມເຊື່ອໝັ້ນຕົນເອງ ເຮັດດ້ວຍຕົນເອງ, ຮັກກຽດສັກສີຂອງຕົນເອງໃຫ້ມີຄຸນຄ່າ, ມີຄວາມຮູ້, ຄວາມສາມາດ ແລະ ພ້ອມ ພຽງໄປດ້ວຍຄຸນສົມ ບັດສິນທຳປະຕິວັດ ເພື່ອເປັນທ່າແຮງອັນສຳຄັນ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຂຶ້ນຢ່າງບໍ່ຢຸດຢັ້ງ. ເຖິງເວລາແລ້ວ ທີ່ພວກເຮົາຕ້ອງຕັດສິນໃຈ ຫັນຄ່ານິ ຍົມ ຂອງຄົນລາວເຮົາ ໂດຍສະເພາະລູກຫລານ ທີ່ຍັງມີອາຍຸເຍົາໄວ ຂອງພວກເຮົາ ຈາກທີ່ມີຄ່ານິຍົມທີ່ຜິດໆ ຢູ່ປັດຈຸ ບັນນີ້ ໄປສູ່ຄ່ານິຍົມທີ່ ຖືກຕ້ອງໃຫ້ໄວ.

ພ້ອມກັນນີ້, ທ່ານຍັງໄດ້ຍົກໃຫ້ເຫັນຕົວຢ່າງກ່ຽວກັບຄ່ານິຍົມດ້ານການສຶກສາໃນປັດຈຸບັນ ເຊິ່ງປະກອບມີ: ໜຶ່ງ. ຄ່ານິຍົມເຫັນແຕ່ໄດ້ປະລິນຍາ, ປະກາສະນີຍະບັດ, ວິທະຍາຖານະ ໃຫ້ມີໄວ້ເອ້ ມາໄວ້ອວດ, ສ່ວນໃນປະກາສະ ນີຍະບັດນັ້ນ ຈະໄດ້ມາດ້ວຍວິທີໃດກໍຕາມ ຖືກຕ້ອງ ຫລື ບໍ່ກໍຕາມ, ຂໍແຕ່ໃຫ້ໄດ້ມາ. ຖ້ານິຍົມໄປທາງນີ້, ຂ້າພະເຈົ້າ ຄິດວ່າ ຄຸນຄ່າຂອງນາມມະຍົດນັ້ນຈະຕ່ຳ ສຸດທ້າຍໄປເຮັດຫຍັງກໍບໍ່ໄດ້ຜົນ; ສອງ, ຄ່ານິຍົມທີ່ມັກດຳລົງຊີວິດແບບ ງ່າຍໆ ບໍ່ມັກຜ່ານຜ່າຄວາມຫຍຸ້ງຍາກ, ບໍ່ຮູ້ຈັກການໄດ້ມາດ້ວຍນໍ້າເຫື່ອນໍ້າແຮງ ແລະ ສະຕິປັນຍາ ຂອງຕົນເອງ ວ່າແຕ່ໄດ້ມາເພື່ອຄວາມສຸກສຳລານ, ຄວາມຟຸມເຟືອຍ ຈະຕົກເຂົ້າໃນລັດທິສະເຫວີຍສຸກ ທີ່ເປັນລັດທິບໍ່ເພິ່ງປາຖະໜາ ຂອງສັງຄົມເຮົາ, ບາງທີຄວາມສະເຫວີຍສຸກນັ້ນ ແມ່ນບົນຫລັງຄວາມທຸກຂອງຄົນອື່ນ; ສາມ, ຫັນປ່ຽນຄ່ານິຍົມ ທີ່ບໍ່ເປັນໂຕຂອງໂຕເອງ, ສຸກງ່າໃດກິນງ່ານັ້ນ (ລັດທິສວຍໂອກາດ), ມີແຕ່ຂໍກັບຂໍ, ໃຫ້ກາຍມາເປັນຜູ້ມີຄ່ານິຍົມ ເຊື່ອ ໝັ້ນຕົນເອງ, ເຮັດໄດ້ດ້ວຍຕົນເອງ, ມີກຽດສັກສີຂອງຕົນເອງ ແລະ ຄຳນຶງເຖິງກຽດສັກ ສີຂອງຊາດຕົນໃຫ້ຫລາຍໆ. ສ່ວນຄ່ານິຍົມອື່ນໆທີ່ຈະພາໃຫ້ເສຍວັດທະນະທຳຂະນົບທຳນຽມອັນດີ ຂອງຊາດ ທີ່ໄດ້ປົກປັກຮັກສາ ອະນຸລັກມາ ເປັນພັນໆປີນັ້ນ ກໍາລັງກາຍເປັນສິ່ງທ້າທາຍ ຕໍ່ປະເທດຊາດເຮົາໃນປັດຈຸບັນ ຈາກວັດທະນະທຳຕາເວັນຕົກ ບຸກເຂົ້າທໍາລາຍຄົນເຮົາຢູ່ປັດຈຸບັນນີ້ຢ່າງໜ້າເປັນຫ່ວງ.

ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ຂໍ້ຄິດເພື່ອເປັນການແລກປ່ຽນຕໍ່ວຽກງານການສຶກສາວ່າ: ໃນສັງຄົມຂອງປະເທດໜຶ່ງ ເປັນຕົ້ນ ແມ່ນປະເທດທີ່ກ້າວໜ້າຈະເລີນໄດ້ໄວ ໜັກແໜ້ນ, ປະເທດຮັ່ງມີ, ລໍ້າລວຍນັ້ນ ຊຶ່ງປະກອບມີຊັບພະຍາກອນມະນຸດ, ຊັບພະຍາກອນບຸກຄົນທີ່ປະກອບດ້ວຍຄຸນສົມບັດປະມານ 5 ຢ່າງຄື: ມີຄົນ ທີ່ມີຄວາມຮັກຊາດຢ່າງດູດດື່ມເປັນຈຳນວນຫລາຍ; ມີຄົນຫລວງຫລາຍໃນພົນລະເມືອງທີ່ສະແຫວງຫາຄວາມຮູ້ ອາດເວົ້າໄດ້ວ່າກະຕືລືລົ້ນຮຽນ, ຮຽນຮູ້ສິ່ງໃໝ່ໆ; ມີຄົນ ທີ່ຮູ້ເບິ່ງຕົວເອງ ແລະ ສົມທຽບໃສ່ຄົນອື່ນ, ຮູ້ຊອກຫາຈຸດທີ່ຍັງອ່ອນ ແລະ ແກ້ໄຂຕົວເອງເພື່ອໃຫ້ເທົ່າຄົນອື່ນ ຫລື ລື່ນຄົນອື່ນຍິ່ງດີ ຫລື ອາດເວົ້າແນວໜຶ່ງວ່າເປັນຄົນທີ່ຢູ່ໃນບັນຍາກາດແຫ່ງການແຂ່ງຂັນຢູ່ຕະຫລອດເວລາ; ມີຄົນທີ່ດຸໝັ່ນຂະຫຍັນພຽນເປັນຈຳນວນຫລວງຫລາຍ ເປັນສ່ວນໃຫຍ່ຂອງປະເທດ; ມີຄົນ ທີ່ຮູ້ຈັກປະຢັດ, ອົດອອມ, ບໍ່ຟຸ່ມເຟືອຍ, ບໍ່ໂລດໂຜນ, ໃຊ້ຊີວິດລຽບງ່າຍພໍດີ ເຊິ່ງສິ່ງດັ່ງກ່າວຢາກຝາກເຖິງບັນດາຜູ້ບໍລິຫານການສຶກສາ. ຖ້າປະເທດໃດ, ສັງຄົມໃດມີ 5 ປະເພດຄົນນີ້ຢູ່ກັບຕົນເປັນສ່ວນໃຫຍ່ ຫລື ມີລັກສະນະແຜ່ຫລາຍເທົ່າໃດ. ປະເທດນັ້ນ, ສັງຄົມນັ້ນຈະຮັ່ງມີ, ເຂັ້ມແຂງໄດ້ດີກວ່າ.

ປະທານ ໄກສອນ ພົມວິຫານ ໄດ້ມີຄຳເຫັນຊີ້ນຳ ໃນກອງປະຊຸມວຽກງານສຶກສາທົ່ວປະເທດ ໃນປີ 1978 ເພິ່ນເນັ້ນວ່າ “ການສຶກສາໃນໂລກນີ້ ບໍ່ມີລັກສະນະເປັນກາງ, ລະບົບການສຶກສາ ຂອງຊົນຊັ້ນໃດ ແມ່ນຮັບໃຊ້ຊົນ ຊັ້ນນັ້ນ, ລະບົບການສຶກສາ ຂອງລະບອບໃດ ກໍຕ້ອງຮັບໃຊ້ລະບອບນັ້ນ.” ຜູ້ບໍລິຫານການສຶກສາຄວນວິໄຈ, ຄົ້ນຄວ້າ ແລະ ກຳໃຫ້ແໜ້ນທິດຊີ້ນຳ ທີ່ເປັນຫລັກການນີ້ ຂອງປະທານ ໄກສອນ ພົມວິຫານ. ດັ່ງນັ້ນ, ຄວາມຈຳເປັນຕ້ອງການ ຂອງການສ້າງຄົນໃນຍຸກໃໝ່ ຂອງລະບອບໃໝ່ ຂອງພວກເຮົາ ແມ່ນສ້າງໃຫ້ໄດ້ຊັບພະຍາກອນມະນຸດ ທີ່ມີຄຸນຄ່າໄດ້ ແກ່ “ມີຄວາມຮູ້-ຄວາມສາມາດ ແລະ ພຽບພ້ອມໄປດ້ວຍຄຸນສົມບັດສິນທຳ, ມີຄຸນນະທຳ, ມີມະນຸດສະທຳ, ຍຸຕິທຳ, ວິລະຍະທຳ ແລະ ສຸດຈະລິດທຳ”.

ພາບ: ຍຸພິນທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments