Friday, September 20, 2024
Homeຂ່າວພາຍໃນການກວດກາ ສັດນໍ້າ ແລະ ສັດປ່າ

ການກວດກາ ສັດນໍ້າ ແລະ ສັດປ່າ

ໃນມາດຕາ 58 ຂອງກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ໄດ້ກຳນົດຈຸດປະສົງຂອງການກວດກາສັດນ້ຳ ແລະ ສັດປ່າ ແມ່ນການຕິດຕາມການເຄື່ອນໄຫວຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ການນຳໃຊ້ສັດນ້ຳ ແລະ ສັດປ່າຂອງການຈັດຕັ້ງ, ພະນັກງານ, ເຈົ້າໜ້າທີ່ ແລະ ປະຊາຊົນລວມທັງການດຳເນີນທຸລະກິດສັດນ້ຳ ແລະ ສັດປ່າເພື່ອໃຫ້ຖືກຕ້ອງຕາມລະບຽບກົດໝາຍ ກ່ຽວກັບສັດນ້ຳ ແລະ ສັດປ່າ, ກົດໝາຍອື່ນທີ່ກ່ຽວຂ້ອງ ແລະ ສົນທິສັນຍາສາກົນທີ່ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ເປັນພາຄີແນໃສ່ເຮັດໃຫ້ວຽກງານດັ່ງກ່າວມີປະສິດທິຜົນ

ສຳລັບອົງການກວດກາສັດນ້ຳ ແລະ ສັດປ່າ ແມ່ນອົງການດຽວກັນກັບອົງການກວດກາປ່າໄມ້  ແລະ ທີ່ດິນປ່າໄມ້ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 111 ຂອງກົດໝາຍວ່າ ດ້ວຍປ່າໄມ້ໂດຍແມ່ນກົມກວດກາ ປ່າໄມ້ເປັນເສນາທິການຊຶ່ງອົງການກວດກາ ສັດນ້ຳ ແລະ ສັດປ່າມີສິດ ແລະ ໜ້າທ່ີດັ່ງນີ້: ກວດກາການຈັດຕັ້ງປະຕິບັດລະບຽບກົດໝາຍກ່ຽວກັບສັດນ້ຳ ແລະ ສັດປ່າ; ກວດກາກິດຈະການສັດນ້ຳ ແລະ ສັດປ່າລວມ ທັງການດຳເນີນທຸລະກິດກ່ຽວກັບສັດນ້ຳ ແລະ ສັດປ່າ; ດຳເນີນການສືບສວນ-ສອບສວນ ຄະດີກ່ຽວກັບສັດນ້ຳ ແລະ ສັດປ່າ ໂດຍນຳໃຊ້ມາດຕະການສືບສວນ-ສອບສວນ ແລະ ມາດຕະການສະກັດກັ້ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການດຳເນີນຄະດີອາຍາ;  ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງເພື່ອອອກຄຳສັ່ງໃຫ້ຢຸດເຊົາການເຄື່ອນໄຫວກ່ຽວກັບກິດຈະການສັດນ້ຳ ແລະ ສັດປ່າ ຫລື ຈະໜ້າທີ່ຕຳແໜ່ງຂອງພະນັກງານ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງຖ້າເຫັນວ່າມີການກະທຳທີ່ບໍໍ່ຖືກກົດໝາຍ; ພົວພັນ, ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດສິດ ແລະ ໜ້າທີ່ຂອງຕົນ; ສະຫລຸບຜົນ ຂອງການປະຕິບັດວຽກງານກວດກາແຕ່ລະໄລຍະໃຫ້ຂ້ັນເທິງຖັດຕົນຢ່າງເປັນປົກກະຕິ; ປະຕິບັດສິດ ແລະ ໜ້າທີ່ອື່ນຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ສ່ວນເຈົ້າໜ້າທີ່ສັດນ້ຳ ແລະ ສັດປ່າ ແມ່ນເຈົ້າໜ້າທີ່ ທີ່ສັງກັດຢູ່ກົມກວດກາປ່າໄມ້, ມີພາລະບົດບາດກວດກາວຽກງານຄຸ້ມຄອງ, ອະນຸລັກ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ສັດນ້ຳ ແລະ ສັດປ່າ ແລະ ສືບສວນ-ສອບສວນຄະດີກ່ຽວກັບສັດນ້ຳ ແລະ ສັດປ່າ ຕາມລະບຽບກົດໝາຍ. ສຳລັບມາດຕະຖານ, ສິດ ແລະ ໜ້າທີ່ຂອງເຈົ້າໜ້າທີ່ສັດນ້ຳ ແລະ ສັດປ່າ ໄດ້ກຳນົດໄວ້ໃນລະບຽບການສະເພາະ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments