Friday, October 18, 2024
Homeຂ່າວໜ້າໜຶ່ງສື່ມວນຊົນລາວແມ່ນພາຫະນະອັນແຫຼມຄົມຂອງພັກເຮົາ

ສື່ມວນຊົນລາວແມ່ນພາຫະນະອັນແຫຼມຄົມຂອງພັກເຮົາ

ທ່ານ ໄຊຍະລາດ ພົງຍາລັກ ຫົວໜ້າກົມ ພິພິທະພັນໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ ຫ້ອງວ່າການສູນກາງພັກ ໄດ້ສະແດງຄວາມຮູ້ສຶກເນື່ອງໃນໂອກາດຄົບຮອບ 74 ປີ (13 ສິງຫາ 1950-13 ສິງຫາ 2024) ວັນສື່ມວນຊົນ ແລະ ພິມຈຳໜ່າຍ ວ່າ: ວຽກງານສື່ມວນຊົນເປັນວຽກງານໜຶ່ງທີ່ມີຄວາມໝາຍຄວາມສຳຄັນຍິ່ງໃນການຮັບໃຊ້ພາລະກິດປົກປັກຮັກສາ ແລະ ກໍ່ສ້າງສັງຄົມນິຍົມ, ເພາະສະນັ້ນ, ພັກ ແລະ ລັດເຮົາ ຍາມໃດກໍໄດ້ໃຫ້ຄວາມສຳຄັນຕໍ່ການພັດທະນາວຽກງານສື່ມວນຊົນ ແລະ ຖືວ່າສື່ມວນຊົນແມ່ນພາຫະນະອັນແຫຼມຄົມຂອງພັກເຮົາ, ຂ້າພະເຈົ້າດີອົກດີໃຈ ແລະ ພາກພູມໃຈ ເປັນຢ່າງສູງ ທີ່ເຫັນໄດ້ເຖິງຄວາມເຕີບໃຫຍ່ຂະຫຍາຍຕົວ ແລະ ກ້າວສູ່ທັນສະໄໝ ຂອງວົງການສື່ມວນຊົນລາວ ຂອງພວກເຮົາ ຕະຫຼອດໄລຍະແຫ່ງການນໍາພາຕໍ່ສູ້ເພື່ອປົດປ່ອຍປະເທດຊາດ ຍາດເອົາເອກະລາດແຫ່ງຊາດ ແລະ ອິດສະຫຼະພາບມາສູ່ປະຊາຊົນ ກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ສື່ມວນຊົນລາວ ແມ່ນອາວຸດອັນແຫຼມຄົມໃນການຕໍ່ສູ້ຢູ່ໃນສະໜາມຮົບດ້ານການເມືອງແນວຄິດ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດຂອງການປະຕິວັດໃນແຕ່ລະໄລຍະ.

ດ້ວຍມູນເຊື້ອ ແລະ ບົດຮຽນພາຍໃຕ້ການນໍາພາຂອງພັກ, ສື່ມວນຊົນລາວ ໄດ້ຍົກສູງຄຸນນະ ພາບວຽກງານສື່ມວນຊົນ ໃຫ້ນັບມື້ນັບດີຂຶ້ນ, ມີຄຸນນະພາບ ທັນສະໄໝ, ວ່ອງໄວທັນເຫດການ ເປັນອາວຸດອັນແຫຼມຄົມຂອງພັກ-ລັດ ແລະ ສັງຄົມໃນການໂຄສະນາ ສຶກສາອົບຮົມແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ປຸກລະດົມນໍ້າໃຈຮັກຊາດ, ສະໜອງຂໍ້ມູນຂ່າວສານທາງດ້ານການເມືອງ, ເສດຖະກິດ, ສັງຄົມ, ວິທະຍາສາດ, ເຕັກໂນໂລຊີ, ສາລະຄວາມຮູ້, ສາລະບັນເທິງ, ປະກອບສ່ວນຕ້ານປະກົດການຫຍໍ້ທໍ້ໃນສັງຄົມ, ຖ້ອຍທຳນອງບຶດເບືອນຄວາມເປັນຈິງ ຂອງພວກຄົນບໍ່ດີ, ເປັນຂົວຕໍ່ລະຫວ່າງພັກກັບປະຊາຊົນ ແລະ ເປັນເວທີເສີມຂະຫຍາຍປະຊາທິປະໄຕ ປະຊາຊົນ ແລະ ສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າ, ປັດຈຸບັນສື່ມວນຊົນພວກເຮົາ ກໍາລັງສຸມໃສ່ ໃນການໂຄສະນາ ການປະຕິບັດມະຕິ ກອງປະຊຸມໃຫຍ່ຂອງພັກໃນທ້າຍສະໄໝດ້ວຍການສ້າງບາດກ້າວບຸກທະລຸໃນ 4 ດ້ານ ແລະ ບຸກບືນ ສ້າງບາດກ້າວບຸກທະລຸໃນວົງການສື່ມວນຊົນຕັ້ງໜ້າໂຄສະນາໃຫ້ແກ່ຂະບວນການປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ແລະ ວັນສໍາຄັນຂອງພັກຂອງຊາດ ແລະ ສາກົນຢ່າງເປັນຂະບວນຟົດຟື້ນ.

ເນື່ອງໃນໂອກາດວັນສື່ມວນຊົນ ແລະ ພິມຈຳໜ່າຍຄົບຮອບ 74 ປີ ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດມາຍັງພະນັກງານ-ລັດຖະກອນທີ່ເຮັດວຽກສື່ມວນຊົນ, ທຸກພາກສ່ວນ ທັງພາກລັດ-ເອກະຊົນ ຢູ່ສູນກາງ ແລະ ທ້ອງຖິ່ນຈົ່ງກ້າວຂຶ້ນຍາດໄດ້ຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການປະຕິບັດໜ້າທີ່ການເມືອງອັນມີກຽດສະຫງ່າຂອງຕົນ ໃຫ້ປະສົບຜົນສໍາເລັດຢ່າງສະຫງ່າງາມ ແລະ ສືບຕໍ່ນໍາເອົາແນວທາງ, ແຜນນະໂຍບາຍຂອງພັກ-ລັດ ລົງໂຄສະນາເຜີຍແຜ່ ໃຫ້ກວ້າງຂວາງ ເລິກເຊິ່ງ ແລະ ພ້ອມກັນກ້າວຂຶ້ນ ຍາດເອົາຜົນງານໃໝ່ຍິ່ງໃຫຍ່ກວ່າເກົ່າ ກ້າວໜ້າທັນສະໄໝຢ່າງບໍ່ຢຸດຢັ້ງ.

ຊົມເຊີຍວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ ຄົບຮອບ 74 ປີຢ່າງສຸດໃຈ !.

ໂດຍ: ພູວຽງຄຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments