Saturday, September 21, 2024
Homeຂ່າວໜ້າໜຶ່ງທ່ານ ນາຍົກລັດຖະມົນຕີ ພົບປະໂອ້ລົມຕໍ່ການນຳຫຼັກແຫຼ່ງແຂວງຫຼວງພະບາງ

ທ່ານ ນາຍົກລັດຖະມົນຕີ ພົບປະໂອ້ລົມຕໍ່ການນຳຫຼັກແຫຼ່ງແຂວງຫຼວງພະບາງ

ພາຍຫຼັງສຳເລັດການຢ້ຽມຢາມ ແລະ ພົບປະໂອ້ລົມ ຕໍ່ປະຊາຊົນບ້ານບວມອໍ້ ເມືອງຊຽງເງິນ ໃນຕອນເຊົ້າວັນທີ 5 ສິງຫາ ນີ້ ແລະ ມາໃນຕອນບ່າຍ ຂອງວັນດຽວກັນ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ກໍໄດ້ສືບຕໍ່ພົບປະໂອ້ລົມ ຕໍ່ການນໍາຫຼັກແຫຼ່ງຂອງແຂວງຫຼວງພະບາງ ທີ່ຫ້ອງວ່າການແຂວງດັ່ງກ່າວ; ໂດຍມີທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ນຳພາຄະນະນຳ ແລະ ພະນັກງານຫຼັກແຫຼ່ງຂອງແຂວງ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ ແລະ ຮັບເອົາທິດຊີ້ນຳຂອງທ່ານ ນາຍົກລັດຖະມົນຕີ ໄປຈັດຕັ້ງປະຕິບັດຜັນຂະຫຍາຍ ສູ່ວຽກງານຕົວຈິງ.

ໃນໂອກາດນີ້, ທ່ານ ເຈົ້າແຂວງຫຼວງພະບາງ ໄດ້ລາຍງານໃຫ້ຊາບກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ, ຕິດພັນກັບການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ ຂອງແຂວງ ເຫັນວ່າ: ທົ່ວແຂວງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວ ໃນລະດັບ 3,6%, ລາຍຮັບໃສ່ຫົວຄົນສະເລ່ຍໄດ້ 20,99 ລ້ານກີບ, ການເກັບລາຍຮັບ ມາຮອດວັນທີ 22 ກໍລະກົດ ຜ່ານມາ ປະຕິບັດໄດ້ 86,35% ຂອງແຜນການ, ແຜນລາຍຈ່າຍ ປະຕິບັດໄດ້ 58,77% ຂອງແຜນການ, ສາມາດສົ່ງອອກສິນຄ້າກະສິກໍາ ມູນຄ່າ 22,94 ລ້ານໂດລາ, ສ້າງຄອບຄົວພົ້ນທຸກໄດ້ 367 ຄອບຄົວ ແລະ ບ້ານພົ້ນທຸກໄດ້ 1 ບ້ານ, ໄດ້ລົງຕິດຕາມ, ກວດກາ, ຄຸ້ມຄອງລາຄາສິນຄ້າ ໝວດສິນຄ້າທີ່ຈະກະທົບເຖິງການດໍາລົງຊີວິດປະຈໍາວັນ ບໍ່ໃຫ້ສວຍໂອກາດຂຶ້ນລາຄາ ທີ່ບໍ່ສົມເຫດສົມຜົນ, ໂຄງລ່າງເສັ້ນທາງຢູ່ເທດສະບານແຂວງ ແລະ ໄປຫາບັນດາເມືອງໄດ້ຮັບການປັບປຸງ ແລະ ກໍ່ສ້າງໃໝ່ຈໍານວນໜຶ່ງ, ການຈັດຕັ້ງປະຕິບັດ 11 ຄາດໝາຍ ດ້ານສາທາລະນະສຸກ ບັນລຸໄດ້ 8 ຄາດໝາຍ ແລະ ຍັງບໍ່ສາມາດບັນລຸ 3 ຄາດໝາຍ, ໄດ້ເອົາໃຈໃສ່ໂຄສະນາປະຊາສໍາພັນ ແລະ ສ້າງກິດຈະກໍາ ເພື່ອສົ່ງເສີມການທ່ອງທ່ຽວເປັນຂະບວນການຟົດຟື້ນດີ ຊຶ່ງໄດ້ຮັບຄວາມສົນໃຈຈາກແຂກພາຍໃນ ແລະ ຕ່າງປະເທດ ໂດຍສາມາດດຶງດູດນັກທ່ອງທ່ຽວໄດ້ 911,618 ເທື່ອຄົນ, ເທົ່າກັບ 51,25% ຂອງແຜນການປີ ຊຶ່ງຄາດຄະເນໜົດປີຈະສາມາດບັນລຸໄດ້ຕາມແຜນ, ທຽບໃສ່ໄລຍະດຽວຂອງປີຜ່ານມາເພີ່ມຂຶ້ນ 66,66%. ນອກນັ້ນ ຍັງໄດ້ລາຍງານ ກ່ຽວກັບຜົນກະທົບຈາກໄພພິບັດທາງທໍາມະຊາດນໍ້າຖ້ວມ ຢູ່ເມືອງໂພນທອງ, ເມືອງປາກແຊງ ແລະ ເມືອງວຽງຄຳ ໃນທ້າຍເດືອນກໍລະກົດທີ່ຜ່ານມາ ຕື່ມອີກ.

ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ກໍໄດ້ມີຄຳເຫັນເຈາະຈີ້ມ ແລະ ສະເໜີຂະແໜງການກ່ຽວຂ້ອງຂອງແຂວງ ປະກອບຄຳເຫັນຕື່ມ ໂດຍສະເພາະການລາຍງານ ແລະ ສະເໜີບາງວຽກງານທີ່ຕິດພັນກັບການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ. ຫຼັງຈາກນັ້ນ ກໍໄດ້ໂອ້ລົມຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ຍົກໃຫ້ເຫັນ ສະພາບການພົ້ນເດັ່ນ ໃນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ, ລວມທັງ ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ຈາກປັດໃຈພາຍໃນ ແລະ ພາຍນອກ ຕໍ່ການປົກປັກຮັກສາ ແລະ ພັດທະນາປະເທດເຮົາ. ອັນສຳຄັນ, ທ່ານ ນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນສືບຕໍ່ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ເສີມຂະຫຍາຍທຸກຄວາມອາດສາມາດ ແລະ ທ່າແຮງບົ່ມຊ້ອນຂອງແຂວງ ເຂົ້າໃນການຜະລິດ ແລະ ບໍລິການໃຫ້ເຂັ້ມແຂງ, ຮັບປະກັນການພັດທະນາແບບຍືນຍົງ, ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງພັກ ກໍຄື ມະຕິຕົກລົງ ໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຕາມມະຕິ 05/ລບ ໃຫ້ປະກົດຜົນເປັນຮູບປະທຳຕົວຈິງ, ເພີ່ມທະວີຄວາມເອົາໃຈໃສ່ນຳພາ-ຊີ້ນຳຢ່າງໃກ້ຊິດ ຕໍ່ສະມາຊິກພັກ-ພະນັກງານ ໂດຍສະເພາະຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຄວາມເປັນເຈົ້າການ, ຄວາມເປັນແບບຢ່າງ ໃນການປະຕິບັດໜ້າທີ່ວຽກງານ, ຫຼີກລ່ຽງບໍ່ໃຫ້ມີການລະເມີດລະບຽບກົດໝາຍ,ສືບຕໍ່ຊຸກຍູ້ສົ່ງເສີມການຜະລິດພາຍໃນ ໃຫ້ເຂັ້ມແຂງ, ກຸ້ມຕົນເອງໄປຄຽງຄູ່ກັບການສົ່ງເສີມຜະລິດຕະພັນທ່ອງທ່ຽວ ເພື່ອເປັນການສົ່ງອອກສິນຄ້າກັບທີ່ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນ; ສືບຕໍ່ຊຸກຍູ້ສົ່ງເສີມວຽກງານການທ່ອງທ່ຽວ ຢ່າງແຂງແຮງ ຕິດພັນກັບການເປັນປະທານກອງປະຊຸມອາຊຽນ ດ້ວຍການສຸມໃສ່ປັບປຸງພື້ນຖານໂຄງລ່າງ ໂດຍສະເພາະເສັ້ນທາງ, ສະຖານທີ່່ທ່ອງທ່ຽວ ແລະ ບໍລິການນັກທ່ອງທ່ຽວ ເພື່ອສ້າງຄວາມປະທັບໃຈໃຫ້ນັກທ່ອງທ່ຽວ, ເອົາໃຈໃສ່ຜັນຂະຫຍາຍນິຕິກຳຂອງຄະນະສະເພາະກິດ 19/ກມສພ ໂດຍສະເພາະບັນດາວຽກຈຸດສຸມ ໃຫ້ເປັນຮູບປະທຳ ແລະ ໄວຂຶ້ນ, ເອົາໃຈໃສ່ປັບປຸງສະພາບແວດລ້ອມ ໃນການດຳເນີນທຸລະກິດ ແລະ ການລົງທຶນ ໃຫ້ດີຂຶ້ນກວ່າເກົ່າ, ທັງຄຸ້ມຄອງບັນດາໂຄງການຂະໜາດໃຫຍ່ ໃຫ້ມີປະສິດທິຜົນ, ເອົາໃຈໃສ່ແກ້ໄຂບັນຫາຄູອາສາສະໝັກ, ການຂາດແຄນຄູສອນ ແລະ ການຂາດຮຽນຂອງນັກຮຽນ ໂດຍການປະຕິບັດນະໂຍບາຍ ຕາມມະຕິ ເລກທີ 09/ລບ, ສືບຕໍ່ເຄື່ອນໄຫວວຽກງານຕ່າງປະເທດ ເພື່ອຍາດແຍ່ງການຊ່ວຍເຫຼືອ ແລະ ແກ້ໄຂບັນຫາຄົງຄ້າງຕ່າງໆຕາມເຂດຊາຍແດນ, ເພີ່ມທະວີສະຕິລະວັງ ໃນການຮັບ ແລະ ຊົມໃຊ້ຂໍ້ມູນ ຈາກສື່ສັງຄົມອອນລາຍ, ພ້ອມທັງເປັນເຈົ້້າການຊີ້ແຈງ-ອະທິບາຍໃຫ້ແກ່ສັງຄົມ ເຂົ້້າໃຈໃຫ້ເລິກເຊິ່ງ-ທັນການ ຕໍ່ຫາງສຽງບໍ່ດີຕ່າງໆ ເພື່ອຕີຖອຍກົນອຸບາຍ ຂອງກຸ່ມຄົນທີ່ບໍ່ຫວັງດີ, ສືບຕໍ່ເອົາໃຈໃສ່ເຝົ້າລະວັງຢ່າງໃກ້ຊິດ ໃນການຕິດຕາມສະພາບ ການປ່ຽນແປງດິນຟ້າອາກາດ, ພ້ອມທັງ ແຈ້ງເຕືອນ ໃຫ້ປະຊາຊົນຮັບຮູ້ຢ່າງເປັນປົກກະຕິ ເພື່ອວາງແຜນກຽມພ້ອມຮັບມືໃຫ້ທັນກັບສະພາບການ.ໃນໂອກາດດຽວກັນ ທ່ານນາຍົກລັດຖະມົນຕີ ຍັງໄດ້ມອບເງິນຈຳນວນໜຶ່ງເພື່ອປະກອບສ່ວນຊ່ວຍເຫຼືອແລະແກ້ໄຂໄພພິບັດນ້ຳຖ້ວມຢູ່ເມືອງວຽງຄຳ, ເມືອງໂພນທອງແລະເມືອງປາກແຊງຕື່ມອີກ.

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments