Saturday, September 21, 2024
Homeຂ່າວຕ່າງປະເທດພື້ນຖານເສດຖະກິດໃຫຍ່ຂອງອາຊຽນ ຮຽກຮ້ອງໃຫ້ປະຊາຊົນນຳໃຊ້ສິນຄ້າພາຍໃນປະເທດ

ພື້ນຖານເສດຖະກິດໃຫຍ່ຂອງອາຊຽນ ຮຽກຮ້ອງໃຫ້ປະຊາຊົນນຳໃຊ້ສິນຄ້າພາຍໃນປະເທດ

ຂ່າວສານຫວຽດນາມລາຍງານວ່າ: ໃນວັນທີ 2 ສິງຫາ ຜ່ານມາ, ທ່ານ ຊຸລກິຟລີ ຮາຊານ ລັດຖະມົນຕີກະຊວງການຄ້າ ອິນໂດເນເຊຍ ຮຽກຮ້ອງປະຊາຊົນ ອິນໂດເນເຊຍ ສະແດງຄວາມຮັກຊາດໂດຍໃຫ້ບຸລິມະສິດນຳໃຊ້ຜະລິດຕະພັນພາຍໃນປະເທດ.

ຂ່າວລະບຸວ່າ, ທ່ານ ຊຸລກິຟລີ ຮາຊານ ກ່າວວ່າ: ພວກເຮົາເລີ່ມຕົ້ນຊື້ ແລະ ນໍາໃຊ້ຜະລິດຕະພັນທີ່ຜະລິດພາຍໃນປະເທດແທນການໃຊ້ສິນຄ້ານຳເຂົ້າຈາກຕ່າງປະເທດ. ປັດຈຸບັນຂ້າພະເຈົ້າເອງກໍໃສ່ເກີບທີ່ຜະລິດຈາກອິນໂດເນເຊຍ ຊຶ່ງເຫັນວ່າມີລາຄາທີ່ບໍ່ແພງ ແລະ ເປັນສິນຄ້າທີ່ມີຄຸນນະພາບ. ປະຊາຊົນ ອິນໂດເນເຊຍ ຕ້ອງປ່ຽນແປງນິໄສດ້ວຍການຊື້ ແລະ ນຳໃຊ້ຜະລິດຕະພັນທ້ອງຖິ່ນເພື່ອສະໜັບສະໜູນການພັດທະນາທຸລະກິດ ອິນໂດເນເຊຍ ຢ່າງແທ້ຈິງ, ໂດຍສະເພາະແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME).

ທ່ານ ຊຸລກິຟລີ ຮາຊານ ກ່າວວ່າ: ສິນຄ້າທີ່ຜະລິດຢູ່ພາຍໃນປະເທດມີຄຸນນະພາບທຽບເທົ່າກັບສິນຄ້ານຳເຂົ້າ. ລັດຖະບານ ອິນໂດເນເຊຍ ໄດ້ຊຸກຍູ້ນະໂຍບາຍນຳໃຊ້ຜະລິດຕະພັນພາຍໃນ (P3DN) ໂດຍອີງໃສ່ພື້ນຖານນິຕິກຳທີ່ໄດ້ຍົກອອກມາໃນເມື່ອກ່ອນ ລວມທັງລັດຖະບັນຍັດ ສະບັບເລກທີ 29/2018 ແລະ ລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 12/2021, ເພື່ອສ້າງຄວາມນິຍົມ, ມັກຮັກສິນຄ້າພາຍໃນປະເທດ ແລະ ຄວາມພາກພູມໃຈໃຫ້ກັບທ້ອງຖິ່ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments