Friday, September 20, 2024
HomeUncategorizedປະເມີນຜົນການປະຕິບັດລັດຖະທຳມະນູນ ສະບັບປີ 2015 ຢູ່ແຂວງໄຊສົມບູນ

ປະເມີນຜົນການປະຕິບັດລັດຖະທຳມະນູນ ສະບັບປີ 2015 ຢູ່ແຂວງໄຊສົມບູນ

ຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ຈັດກອງປະຊຸມ ປະເມີນຜົນການຈັດຕັ້ງປະຕິບັດ ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປີ 2015 ຢູ່ແຂວງໄຊສົມບູນ ໃນວັນທີ 30 ກໍລະກົດ 2024 ໂດຍການເປັນປະທານຂອງ ທ່ານ ກອງແກ້ວ ໄຊສົງຄາມ ຫົວໜ້າສະຖາບັນວິທະ ຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ, ຮອງຫົວໜ້າອະນຸກຳມະການເນື້ອໃນ, ມີທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ, ມີປະທານ-ຮອງປະທານສະພາປະຊາຊົນແຂວງ, ຮອງເຈົ້າແຂວງ, ບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 18 ແລະ ສະມາຊິກສະພາປະຊາຊົນແຂວງ ພ້ອມດ້ວຍພະແນກການ, ອົງການ ກົມກອງ ອ້ອມຂ້າງແຂວງ ຕະຫລອດຮອດເຈົ້າເມືອງ 5 ເມືອງ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ກອງແກ້ວ ໄຊສົງຄາມ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍ-ຄວາມສຳຄັນຂອງລັດ ຖະທຳມະນູນ ທີ່ເປັນແນວທາງຂອງພັກກຳອຳນາດ ຖືກຫັນເປັນກົດໝາຍພື້ນຖານຂອງຊາດ, ເປັນພາ ຫະນະສຳຄັນ ໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຊົນຊັ້ນກຳອຳນາດ, ຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຂອງປະເທດຊາດ. ການປະເມີນຜົນການຈັັດຕັ້ງປະຕິບັດລັດຖະທຳມະນູນ ກໍເພື່ອເປັນການປັບປຸງລະບົບອຳນາດລັດ ໃຫ້ມີປະສິດທິພາບສູງ, ສ້າງບາດລ້ຽວໃໝ່ ໃຫ້ແກ່ການປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດຊາດ, ການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ໃນໄລຍະໃໝ່. ກອງປະຊຸມໃນຄັ້ງນີ້, ຍັງເປັນການສະຫລຸບຕີລາຄາ, ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ເພື່ອເປັນຂໍ້ມູນໃນການຄົ້ນຄວ້າ, ປັບປຸງເນື້ອໃນໃຫ້ຖືກຕ້ອງສອດຄ່ອງ, ຄົບຖ້ວນ ແລະ ສາມາດນຳໄປຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ປະກົດຜົນເປັນຈິງ.

ຈາກນັ້ນ, ທ່ານ ອິນທະປັນຍາ ຂຽວວົງພະຈັນ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ໄດ້ສະເໜີບົດປະເມີນການຈັດຕັ້ງປະ ຕິບັດລັດຖະທຳມະນູນ ສະບັບປີ 2015 ເຊິ່ງການສ້າງ, ປະກາດໃຊ້ ແລະ ປັບປຸງລັດຖະທຳມະນູນ 2 ຄັ້ງທີ່ຜ່ານມາ ເຮັດໃຫ້ນິຕິກຳສູງສຸດຂອງປະເທດເຮົາ ມີຄວາມຖືກຕ້ອງ, ສອດຄ່ອງກັບສະພາບຕົວຈິງໃນແຕ່ລະໄລຍະ ກາຍເປັນພາຫະນະພື້ນຖານໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍໃຫ້ດີຂຶ້ນ, ສ້າງເງື່ອນໄຂພື້ນຖານໃຫ້ແກ່ການສ້າງລັດເຮົາ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ເທື່ອລະກ້າວ. ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ, ປະກອບຄຳຄິດ-ຄຳເຫັນ, ຕອບຄຳຖາມເຈາະຈີ້ມ ຕໍ່ກັບການປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ດ້ວຍຄວາມຮັບຜິດຊອບສູງ. ທັງນີ້, ກໍເພື່ອເປັນການສືບຕໍ່ຜັນຂະຫຍາຍແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ, ມີຫລັກການຂອງພັກ ເປັນຂໍ້ບັນຍັດຂອງລັດຖະທຳມະນູນແຫ່ງ ສປປ ລາວ, ປັບປຸງບາງບົດບັນຍັດກ່ຽວກັບລະບົບອົງການອຳນາດແຫ່ງລັດຂັ້ນຕ່າງໆ ໃຫ້ມີຄວາມສອດຄ່ອງກັບເນື້ອໃນພື້ນຖານຂອງໂຄງການ ການເມືອງຂອງພັກ ແລະ ມະຕິຕ່າງໆຂອງບັນດາກອງປະຊຸມໃຫຍ່ຂອງພັກເຮົາ ໃນຕໍ່ໜ້າ, ເປັນບ່ອນອີງພື້ນຖານຮັບປະກັນໃຫ້ແກ່ການສ້າງ ແລະ ປັບປຸງກົດໝາຍ ໃຫ້ເປັນລະບົບຄົບຊຸດ, ຮັດກຸມ, ສາມາດຈັດຕັ້ງປະຕິບັດໄດ້ ແລະ ສືບຕໍ່ຍູ້ແຮງການຜັນຂະ ຫຍາຍແນວທາງ ຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ.

ຂ່າວ: ສີລິພອນ ສົງຄຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments