Monday, September 16, 2024
Homeທ່ອງທ່ຽວນະຄອນຫລວງວຽງຈັນ ຕັ້ງເປົ້າຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ຢ່າງໜ້ອຍ 8 ແສນຄົນ ເຂົ້າມາທ່ຽວພາຍໃນ

ນະຄອນຫລວງວຽງຈັນ ຕັ້ງເປົ້າຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ຢ່າງໜ້ອຍ 8 ແສນຄົນ ເຂົ້າມາທ່ຽວພາຍໃນ

ນະຄອນຫລວງວຽງຈັນ ສໍາລັບປີ 2024 ຂະນະທີ່ພະແນກແຜນການ ແລະ ການລົງທຶນນະຄອນຫລວງວຽງຈັນ ລາຍງານຫລ້າສຸດວ່າພຽງ 5 ເດືອນ ຕົ້ນປີ 2024 ໄດ້ມີນັກລົງທຶນທັງພາຍໃນ ແລະ ຕ່າງປະເທເຂົ້າມາລົງທຶນດ້ານທີ່ພັກໂຮງແຮມ ຢູ່ ນວ ເພີ່ມຂຶ້ນ ແລະ ບັນລຸຈຳນວນ 16 ແຫ່ງ. ທ່ານ ນາງ ວຽງພັນ ແກ້ວຄຸນສີ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ໄດ້ລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ (ນວ) ຜ່ານມາວ່າ: ສະຖິຕິສິ່ງຮອງຮັບດ້ານການທ່ອງທ່ຽວຂອງ ນວ ມີສະຖານທີ່ພັກແຮມ ຈຳນວນ 609 ແຫ່ງ, ຮ້ານອາຫານ ແລະ ພັດຕະຄານ 217 ແຫ່ງ, ສະຖານທີ່ທ່ອງທ່ຽວ 81 ແຫ່ງ, ບໍລິສັດທ່ອງທ່ຽວ 260 ແຫ່ງ, ສະຖານບັນເທີງ 37 ແຫ່ງ, ຮ້ານນວດ ແລະ ສະປາ 23 ແຫ່ງ.

ນອກນີ້, ໃນ 5 ເດືອນ ຕົ້ນປີ 2024 ໄດ້ມີນັກລົງທຶນທັງພາຍໃນ ແລະ ຕ່າງປະເທດລົງທຶນເຂົ້າໃນທຸລະກິດການທ່ອງທ່ຽວ ຈຳນວນ 58 ຫົວໜ່ວຍ, ມີມູນຄ່າທັງໝົດ 1.111 ຕື້ກວ່ກີບ. (ທຸລະກິດດ້ານທີ່ພັກແຮມ16 ຫົວໜ່ວຍ, ທຸລະກິດອາຫານ- ເຄື່ອງດື່ມ 20 ຫົວໜ່ວຍ, ບໍລິສັດ ທ່ອງທ່ຽວ 16 ຫົວໜ່ວຍ, ສະຖານທີ່ທ່ອງທ່ຽວ 2 ຫົວໜ່ວຍ ແລະ ທຸລະກິດນວດ ແລະ ສະປາ 4 ຫົວ ໜ່ວຍ).

ນະຄອນຫວງວຽງຈັນ ເປັນເມືອງເອກຂອງ ສປປ ລາວ ເຊິ່ງມີປະຊາກອນເກືອບ 1 ລ້ານຄົນອາໃສຢູ່. ນອກຈາກນັ້ນ, ຍັງມີແຫລ່ງທ່ອງທ່ຽວ ທ່ີມີຊື່ສຽງໂດ່ງດັງຢ່າງຫລວງຫລາຍເຊັ່ນ: ພະທາດຫລວງ, ວັດສີສະເກດ, ປະຕູໄຊ, ວັດສີເມືອງ, ວັດຊຽງຄວນ, ສູນການຄ້າສາກົນ ແລະ ອື່ນໆ ເຊິ່ງທັງໝົດນັ້ນກາຍເປັນຈຸດໝາຍຂາຍສໍາຄັນຂອງນະຄອນຫລວງ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments