Home ຂ່າວດ່ວນ ລາຍງານຜົນເສຍຫາຍເບື້ອງຕົ້ນ ຈາກໄພພິບັດນໍ້າຖ້ວມ ຢູ່ເມືອງວຽງຄຳ ຄາດຄວາມເສຍຫາຍປະມານ 5,67 ຕື້ກວ່າກີບ

ລາຍງານຜົນເສຍຫາຍເບື້ອງຕົ້ນ ຈາກໄພພິບັດນໍ້າຖ້ວມ ຢູ່ເມືອງວຽງຄຳ ຄາດຄວາມເສຍຫາຍປະມານ 5,67 ຕື້ກວ່າກີບ

0
39

ທ່ານ ທະລາກອນ ບໍລະວົງ ເຈົ້າເມືອງໆວຽງຄຳ ແຂວງຫລວງພະບາງ ໄດ້ລາຍງານຜົນເສຍຫາຍເບື້ອງຕົ້ນຈາກໄພພິບັດນໍ້າຖ້ວມ ຢູ່ເມືອງດັ່ງກ່າວ ໃນວັນທີ 25 ກໍລະກົດ 2024 ວ່າ: ອີງຕາມການເກັບກຳຂໍ້ມູນການເສຍຫາຍເບື້ອງຕົ້ນ ຈາກໄພພິບັດນໍ້າຖ້ວມ ຂອງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນ ເມືອງ ໃນວັນທີ 24 ກໍລະກົດ 2024 ນີ້ ໂດຍໄພພິບັດນໍ້າຖ້ວມ ໄດ້ເກີດຂຶ້ນ ໃນລະຫວ່າງວັນທີ 23-24 ກໍລະກົດ 2024 ທີ່ໄດ້ຖືກຜົນກະທົບ ຈຳນວນ 12 ບ້ານ, 324 ຄອບຄົວ ຄື: ບ້ານເມືອງໝ້ວຍ, ບ້ານວັງຄໍາ, ບ້ານຫ້ວຍໂກນ, ບ້ານປາກລາວ, ບ້ານບວມມີ້, ບ້ານຕຸມມິງ, ບ້ານວຽງທອງ, ບ້ານສົບເຮືອງ, ບ້ານນາແວ່ນ, ບ້ານປ່າໄຜ, ບ້ານນໍ້າຊອຍ, ບ້ານຫາດຫ່ຽນ ແລະ ບ້ານຫ້ວຍພຽງ, ເຊິ່ງຄາດຄະເນຄວາມເສຍຫາຍປະມານ 5,67 ຕື້ກວ່າກີບ ໃນນີ້, ມີເຮືອນໄຫລ 4 ຫລັງ; ເຂົ້າເປືອກ, ເຂົ້າສານ 3 ເລົ້າ, 3 ໂຕ່ນ (ຖືກນໍ້າໄຫລຊຸ); ສັດລ້ຽງປະເພດ ງົວ, ຄວາຍ ສູນຫາຍ 50 ໂຕ, ໝູ, ແບ້ 100 ກວ່າໂຕ ແລະ ສັດປີກ 2.000 ກວ່າໂຕ. ສຳລັບເນື້ອທີ່ດ້ານກະສິກຳ ທີ່ຖືກເສຍຫາຍ ຄາດຄະເນເນື້ອທີ່ນາ 25 ກວ່າເຮັກຕາ, ເນື້ອທີ່ໄຮ່ 10 ກວ່າເຮັກຕ່າ, ຊົນລະປະທານ 4 ແຫ່ງ ແລະ ໜອງປາ 32 ໜອງ ພ້ອມນີ້, ຍັງມີເຄື່ອງໃຊ້ຄົວເຮືອນ ຖືກເສຍຫາຍ 120 ກວ່າຄອບຄົວ.

ທ່ານ ທະລາກອນ ບໍລະວົງ ໃຫ້ຮູ້ມຕື່ມວ່າ: ສຳລັບດ້ານຄົມມະນາຄົມ ມີ ເສັ້ນທາງ 1C ແຕ່ບ້ານວຽງຄໍາ ຫາຊາຍແດນເມືອງຮ້ຽມ ແຂວງຫົວພັນ ບໍ່ສາມາດສັນຈອນໄດ້; ໄຟຟ້າຈໍານວນ 20 ບ້ານ ບໍ່ສາມາດນໍາໃຊ້ໄດ້ ແລະ ນໍ້າລິນ ເສຍຫາຍ 12 ບ້ານ ມູນຄ່າ 432 ລ້ານກີບ.

ສ່ວນວິທີແກ້ໄຂໃນສະເພາະໜ້າ ທາງຄະນະນຳຂອງເມືອງ ໄດ້ແຕ່ງຕັ້ງຄະນະສະເພາະກິດ ຂັ້ນເມືອງ ລົງຕິດຕາມ, ກວດກາ, ເກັບກຳຂໍ້ມູນ, ເຝົ້າລະວັງ ແລະ ໃຫ້ການຊ່ວຍເຫລືອປະຊາຊົນ ພ້ອມທີມງານ 5-7 ຄົນ ລົງປະຈຳ 12 ບ້ານ ແລະປຸກລະດົມ ຂໍຄວາມຊ່ວຍເຫລືອ ຈາກບັນດາບໍລິສັດ, ຫ້າງຮ້ານ ເພື່ອປະກອບສ່ວນຊ່ວຍທົ່ວສັງຄົມ ພ້ອມທັງໄດ້ສະເໜີ ສິ່ງຈໍາເປັນ ຮີບດ່ວນເປັນຕົ້ນ ເຂົ້າກິນ, ອາຫານແຫ້ງ, ນໍ້າດື່ມ, ເຄື່ອງໃຊ້ຄົວເຮືອນ ແລະ ເຄື່ອງນຸ່ງຫົ່ມ ເພື່ອຊ່ວຍບັນເທົາທຸກໃຫ້ປະຊາຊົນຜູ້ປະສົບໄພນ້ຳຖ້ວມໃນຄັ້ງນີ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here