Friday, September 20, 2024
Homeຂ່າວໜ້າໜຶ່ງລາວ-ອິນເດຍ ເພີ່ມທະວີການຮ່ວມມືສອງຝ່າຍ

ລາວ-ອິນເດຍ ເພີ່ມທະວີການຮ່ວມມືສອງຝ່າຍ

ໃນວັນທີ 27 ກໍລະກົດ 2024 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະສອງຝ່າຍກັບ ທ່ານ ດຣ ສຸບຣາມານຢໍາ ໃຈຊັງເກີ (Dr. Subrahmanyam Jaishankar) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາ ລະນະລັດ ອິນເດຍ, ໃນໂອກາດມາເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ທີ່ ນະຄອນ ຫລວງວຽງຈັນ.

ໂອກາດນີ້, ທ່ານລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ດຣ ສຸບຣາມານຢໍາ ໃຈຊັງເກີ ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີຕ່າງປະເທດ ແຫ່ງ ສ ອິນເດຍ ອີກໜຶ່ງສະໄໝ; ສອງຝ່າຍ ໄດ້ເຫັນດີເປັນເອກະພາບຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ-ສ ອິນເດຍ ທີ່ສືບຕໍ່ນັບມື້ໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງຕໍ່ເນື່ອງ ພາຍຫລັງທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 2 ກຸມພາ 1965 ຄົບຮອບ 68 ປີ ເຊິ່ງສະແດງອອກໃນການແລກປ່ຽນການພົບປະຢ້ຽມຢາມ ຂອງຄະນະຜູ້ແທນສອງປະເທດ ຢ່າງເປັນປົກກະຕິ. ພ້ອມນີ້, ສອງຝ່າຍ ໄດ້ຢືນຢັນຄືນຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໂດຍສະເພາະການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືສອງຝ່າຍທີ່ໄດ້ລົງນາມກັນແລ້ວນັ້ນ ໃຫ້ປະກົດຜົນເປັນຈິງຍິ່ງຂຶ້ນ, ພ້ອມທັງເຫັນດີຈະຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຂອງຕົນເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອປຶກສາຫາລື ເຖິງຊ່ອງທາງໃນການຂະ ຫຍາຍການຮ່ວມມືໃນຂະແໜງການຕ່າງໆທີ່ມີທ່າແຮງຮ່ວມກັນໃນຕໍ່ໜ້າ ໂດຍຈັດຕັ້ງປະຕິບັດຜ່ານກົນໄກການປຶກສາຫາລືສອງຝ່າຍ (JC). ຝ່າຍລາວ ໄດ້ຕີລາຄາສູງ ຕໍ່ການສະໜັບສະໜູນຊ່ວຍເຫລືອຂອງລັດຖະບານອິນເດຍ ໃນການສະໜອງທຶນຝຶກອົບຮົມໄລຍະສັ້ນ ແລະ ໄລຍະຍາວ ໃນດ້ານຕ່າງໆ ເປັນຕົ້ນ ການຊ່ວຍຍົກລະດັບຄວາມຮູ້ຄວາມສາມາດດ້ານພາສາອັງກິດ, ການບໍລິຫານຈັດການ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ການພົວພັນສາກົນ, ວັດທະນະທຳ, ກະສິກຳ ແລະ ວຽກງານປ້ອງກັນຊາດ. ພ້ອມນີ້, ຍັງໄດ້ໃຫ້ການຊ່ວຍເຫລືອໂຄງການບູລະນະວັດພູຈຳປາສັກ ຂອງ ສປປ ລາວ ໄລຍະປີ 2018-2028. ສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ການຮ່ວມມືໃນຂອບແມ່ນ້ຳຂອງ-ແມ່ນ້ຳຄົງຄາ ໂດຍສະເພາະການຈັດຕັ້ງປະຕິບັດໂຄງການເຫັນຜົນໄວ ເຊິ່ງປັດຈຸບັນ ໂຄງການທີ່ ສປປ ລາວ ໄດ້ຮັບຈາກກອງທຶນໂຄງການເຫັນຜົນໄວ ແມ່ນມີທັງຫມົດ 26 ໂຄງການ, ລວມມູນຄ່າຫລາຍກວ່າ 1,2 ລ້ານໂດລາສະຫະລັດ. ພ້ອມນີ້, ສອງຝ່າຍ ກໍໄດ້ຢືນຢັນຄືນຈະໃຫ້ການສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນ ສປຊ, ອາຊຽນ-ອິນເດຍ ແລະ ອື່ນໆ.

ໃນໂອກາດດຽວກັນນີ້, ທ່ານລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ລັດຖະບານ ແລະ ປະຊາຊົນອິນເດຍ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນໄລຍະຜ່ານ ເຊິ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງ ຄົມ ຂອງ ສປປ ລາວ ແລະ ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ນັບດີຂຶ້ນ. ພ້ອມທັງ ສະເໜີໃຫ້ສືບຕໍ່ການຮ່ວມມືກັນໃນຕໍ່ໜ້າ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ອັນດີງາມຂອງສອງປະເທດ ໃຫ້ໄດ້ຮັບການພັດທະນາຂຶ້ນສູ່ລະດັບໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ, ອວຍພອນໃຫ້ຄະນະຜູ້ແທນ ສ ອິນເດຍ ຈົ່ງປະສົບຜົນສຳ ເລັດໃນການມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ໃນຄັ້ງນີ້.

ພາຍຫລັງ ສຳເລັດການພົບປະ, ສອງຝ່າຍ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມບົດບັນທຶກຄວາມເຂົ້າໃຈ ເພື່ອມອບ-ຮັບ ການຊ່ວຍເຫລືອຂອງໂຄງການເຫັນຜົນໄວ ພາຍໃຕ້ຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳຄົງຄາ, ຈຳນວນ 10 ໂຄງການ, ລວມມູນຄ່າທັງໝົດ 486.288 ໂດລາສະຫະລັດ ເຊິ່ງເປັນໂຄງການສະໜັບສະໜູນຈາກ ລັດຖະບານອິນເດຍ ໃຫ້ແກ່ ສປປ ລາວ ເຊິ່ງປະກອບມີ ໂຄງການປົກປັກຮັກສາຕົ້ນໂພ, ປັບປຸງ ແລະ ພັດທະ ນາບໍລິເວນແທ່ນໂພ ຢູ່ສະຖານທີ່ທ່ອງທ່ຽວພູສີ, ແຂວງຫລວງພະບາງ, ມູນຄ່າ 49.312 ໂດລາສະຫະລັດ; ໂຄງການກໍ່ສ້າງສູນຝຶກອົບຮົມໃຫ້ຄຳປຶກສາ ແລະ ປົກປ້ອງຜູ້ເຄາະຮ້າຍຈາກຄວາມຮຸນແຮງ ທີ່ແຂວງບໍ່ແກ້ວ, ມູນຄ່າ 45.033 ໂດລາສະຫະລັດ; ໂຄງການກໍ່ສ້າງ ສຸກສາລາບ້ານຈອມອອງ ເມືອງໄຊ ແຂວງອຸດົມໄຊ, ມູນຄ່າ 48.242 ໂດລາສະຫະລັດ; ໂຄງການກໍ່ສ້າງຕະຫລາດຊຸມຊົນ ໃນເມືອງສຳພັນ, ແຂວງຜົ້ງສາລີ, ມູນຄ່າ 47.302 ໂດລາສະ ຫະລັດ; ໂຄງການກໍ່ສ້າງໂຮງຮຽນປະຖົມ, ບ້ານມອນ, ເມືອງແປກ, ແຂວງຊຽງຂວາງ, ມູນຄ່າ 48.416 ໂດລາສະຫະລັດ; ໂຄງການສະໜອງອຸປະກອນການແພດ ໃຫ້ສຸກສາລາ, ບ້ານວຽງໄຊ ແລະ ສາມຕົວເມືອງ (ເມືອງຊານ, ເມືອງພູວົງ ແລະ ເມືອງໄຊເສດຖາ), ແຂວງຜົ້ງສາລີ, ມູນຄ່າ 50.000 ໂດລາສະຫະລັດ; ໂຄງການກໍ່ສ້າງລະບົບນ້ຳປະປາ, ຊົນລະປະທານ (ບ້ານຕົວແບບ) ບ້ານຈຳປີ ແຂວງຈຳປາສັກ, ມູນຄ່າ 49.100 ໂດລາສະຫະລັດ; ໂຄງການກໍ່ສ້າງສຸກສາລາ ບ້ານບຶງຂາມ ແລະ ບ້ານກະຊະ ເມືອງສາລະວັນ, ແຂວງສາລະວັນ, ມູນຄ່າ 49.883 ໂດລາສະຫະລັດ; ໂຄງການກໍ່ສ້າງຫ້ອງການກະສິກຳ ແລະ ປ່າໄມ້ ແຂວງວຽງຈັນ ມູນຄ່າ 49.000 ໂດລາສະຫະລັດ ແລະ ໂຄງການກໍ່ສ້າງສຸກສາລາ ທົ່ງລາດ ເມືອງວຽງພູຄາ ແຂວງຫລວງນ້ຳທາ ມູນຄ່າ 50.000 ໂດລາສະຫະລັດ.

ສ ອິນເດຍ ໃນນາມຄູ່ຮ່ວມພັດທະນາຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ໄດ້ປະກາດສ້າງຕັ້ງໂຄງ ການເຫັນຜົນໄວ ໃນປີ 2012 ໂດຍການສະໜັບສະໜູນງົບປະມານ ຈໍານວນ 1 ລ້ານໂດລາສະຫະລັດຕໍ່ປີ ໃຫ້ແກ່ປະເທດສະມາຊິກ ເພື່ອຈັດຕັ້ງປະຕິບັດໂຄງການຂະໜາດນ້ອຍ, ມູນຄ່າບໍ່ເກີນ 50.000 ໂດລາສະຫະລັດ ຕໍ່ 1 ໂຄງການ. ນັບຕັ້ງແຕ່ມີການສ້າງຕັ້ງໂຄງການເຫັນຜົນໄວ ໃນປີ 2012, ສປປ ລາວ ໄດ້ຮັບອະນຸມັດໂຄງການທັງໝົດ ຈໍານວນ 26 ໂຄງການ, ລວມມູນຄ່າ 1.267.191 ໂດລາສະຫະລັດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments