Home ຂ່າວໜ້າໜຶ່ງ ລາວເປັນປະທານຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອົດສະຕຣາລີ ແລະ ຮ່ວມກອງປະຊຸມຄູ່ຮ່ວມເຈລະຈາ

ລາວເປັນປະທານຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອົດສະຕຣາລີ ແລະ ຮ່ວມກອງປະຊຸມຄູ່ຮ່ວມເຈລະຈາ

0
24

ໃນວັນທີ 26 ກໍລະກົດ 2024 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອົດສະຕຣາລີ, ພ້ອມທັງນໍາພາຄະນະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບບັນດາປະເທດຄູ່ເຈລະຈາ ເປັນຕົ້ນ ກອງປະຊຸມລັດຖະມົນຕີຕ່າງປະເທດ ລະຫວ່າງອາຊຽນ ກັບ ສປ ຈີນ, ນິວຊີແລນ, ຍີ່ປຸ່ນ, ອີຢູ, ສ ເກົາຫລີ, ອິນເດຍ, ລັດເຊຍ, ອັງກິດ ແລະ ການາດາ ຕາມລໍາດັບ ແລະ ໃນວັນດຽວກັນ, ທ່ານຮອງນາຍົກລັດຖະ ມົນຕີ ສະເຫລີມໄຊ ກົມມະສິດ ຍັງໄດ້ເປັນປະທານກອງປະຊຸມສາມຝ່າຍ ລະຫວ່າງ ສປປ ລາວ ກັບ ກອງເລຂາອາຊຽນ ແລະ ຕວັກກີ ຕື່ມອີກ.

ໃນຖານະທີ່ ສປປ ລາວ ເປັນປະເທດປະສານງານການພົວພັນຮ່ວມມື ອາຊຽນ-ອົດສະຕຣາລີ (2021-2024), ທ່ານ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ເປັນປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອົດສະຕຣາລີ ຮ່ວມກັບ ທ່ານນາງ ເພັນນີ ວອງ (Penny Wong), ລັດຖະມົນຕີຕ່າງປະເທດອົດສະຕຣາລີ ເຊິ່ງກອງປະຊຸມ ໄດ້ສະແດງຄວາມຍິນດີຕໍ່ຜົນສໍາເລັດຂອງກອງປະຊຸມສຸດຍອດ ສະໄໝພິເສດ ເພື່ອສະເຫລີມສະຫລອງ ການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ ເຊິ່ງໄດ້ຈັດຂຶ້ນໃນວັນທີ 4 ມີນາ 2024 ທີ່ ເມວເບີນ, ອົດສະຕຣາລີ. ໃນນີ້, ກອງປະຊຸມ ໄດ້ຢໍ້າຄືນຄວາມໝາຍໝັ້ນໃນການຈັດຕັ້ງຜັນຂະຫຍາຍ 2 ເອກະສານຜົນກອງປະຊຸມດັ່ງກ່າວ ໃຫ້ເປັນຮູບປະທໍາ ເພື່ອນໍາຜົນປະໂຫຍດອັນແທ້ຈິງມາສູ່ ອາຊຽນ ແລະ ອົດສະຕຣາລີ. ພິເສດ, ກອງປະຊຸມ ໄດ້ຮັບຮອງເອົາແຜນປະຕິບັດງານອາຊຽນ-ອົດສະຕຣາລີ ສະບັບໃໝ່ (2025-2029) ເພື່ອຮັດແໜ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ອາຊຽນ-ອົດສະຕຣາລີ ໃນຕໍ່ໜ້າ. ນອກນີ້, ກອງປະຊຸມ ຍັງໄດ້ຊຸກຍູ້ໃຫ້ສໍາເລັດການເຈລະຈາ ເພື່ອສ້າງຕັ້ງສູນອາຊຽນ-ອົດສະຕຣາລີ ໂດຍໄວ. ໃນໂອກາດນີ້, ສປປ ລາວ ໄດ້ມອບບົດບາດການເປັນປະເທດປະສານງານ ສໍາລັບການຮ່ວມມືອາຊຽນ-ອົດສະຕຣາລີ ໃຫ້ແກ່ ອິນໂດເນເຊຍ.

ສຳລັບ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ໄດ້ສະແດງຄວາມຍິນດີຕໍ່ການປະກາດປີ 2024 ເປັນປີແຫ່ງການໄປມາຫາສູ່ລະຫວ່າງປະຊາຊົນກັບປະຊາຊົນ ອາຊຽນ-ຈີນ ແລະ ໄດ້ຊຸກຍູ້ການຈັດຕັ້ງຜັນຂະຫຍາຍບັນດາໂຄງການ ແລະ ກິດຈະກໍາສໍາລັບປີດັ່ງກ່າວ ໃຫ້ເປັນຮູບປະທໍາ ໂດຍກວມເອົາຫລາຍຂົງເຂດເຊັ່ນ: ການສຶກສາ, ການແລກປ່ຽນທາງດ້ານວັດທະນະທໍາ, ການຈັດຝຶກອົບຮົມ ແລະ ການທ່ອງທ່ຽວ. ພ້ອມນີ້, ກອງປະຊຸມຍັງໄດ້ຮັບຊາບ 6 ຂໍ້ສະເໜີ ແລະ ກິດຈະກໍາຂອງ ສປ ຈີນ ສໍາລັບປີ 2024 ເພື່ອຈັດຕັ້ງຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານໃຫ້ເປັນຮູບປະທໍາ. ພິເສດ ກອງປະຊຸມ ໄດ້ຮັບຮອງເອົາຖະແຫລງການຮ່ວມລັດຖະມົນຕີຕ່າງປະ ເທດ ອາຊຽນ-ຈີນ ວ່າດ້ວຍ ການຮັດແໜ້ນການຮ່ວມມື ດ້ານການເກັບກູ້ລະເບີດເພື່ອມະນຸດສະທໍາ.

ສ່ວນກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ-ນິວຊີແລນ ໄດ້ສະໜັບສະໜູນຂໍ້ສະເໜີຂອງ ນິວຊີແລນ ເພື່ອຈັດກອງປະຊຸມສຸດຍອດ ເພື່ອສະເຫລີມສະຫລອງການພົວພັນຮ່ວມມື ອາຊຽນ-ນິວຊີແລນ ຄົບຮອບ 50 ປີ ໃນທ້າຍປີ 2025 ທີ່ ມາເລເຊຍ, ພ້ອມທັງເຫັນດີເຮັດວຽກຮ່ວມກັນ ເພື່ອປຶກສາຫາລືລາຍລະອຽດ ກ່ຽວກັບການກະກຽມ ໃຫ້ແກ່ກອງປະຊຸມສຸດຍອດສະໄໝພິເສດດັ່ງກ່າວ. ພ້ອມນີ້, ກອງປະຊຸມ ຍັງໄດ້ຮັບຊາບເຈດຈໍານົງຂອງ ນິວຊີແລນ ໃນການສະເໜີຍົກລະດັບການພົວພັນຮ່ວມມື ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ກັບອາຊຽນ.

ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຍີ່ປຸ່ນ ໄດ້ຊຸກຍູ້ການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະ ຊຸມສຸດຍອດ ເພື່ອສະເຫລີມສະຫລອງ ການພົວພັນອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ທີ່ໄດ້ຈັດຂຶ້ນໃນເດືອນທັນວາ ປີ 2023 ທີ່ ໂຕກຽວ, ຍີ່ປຸ່ນ. ນອກນັ້ນ, ກອງປະຊູມ ໄດ້ຊຸກຍູ້ການເລັ່ງລັດການເຈລະຈາການສ້າງຕັ້ງສູນອາຊຽນ ເພື່ອຮັບມືກັບພາວະສຸກເສີນດ້ານສາທາລະນະສຸກ ແລະ ພະຍາດລະບາດ ເພື່ອຮັບປະກັນໃຫ້ມີໂຄງສ້າງພື້ນຖານດ້ານສາທາລະນະສຸກ ທີ່ມີປະສິດທິພາບພາຍໃນພາກພື້ນ.

ກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ-ອີຢູ ໄດ້ປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍຖະ ແຫລງການຮ່ວມຂອງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູ ທີ່ໄດ້ຮັບຮອງໃນເດືອນກຸມພາ 2024 ຜ່ານມາ ແລະ ໄດ້ເຫັນດີຮັດແໜ້ນການຮ່ວມມື ຜ່ານການຈັດຕັ້ງປະຕິບັດໂຄງການພາຍໃຕ້ກົນໄກການຮ່ວມມືອາຊຽນ-ອີຢູ ໂດຍສະເພາະ ໃນຂົງເຂດການເຊື່ອມຈອດພາກພື້ນ, ການຄ້າ-ການລົງທຶນ, ການໄປມາຫາສູ່ກັນລະຫວ່າງປະຊາ ຊົນ, ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ.

ກອງປະຊຸມ ລັດຖະມົນຕີຕ່າງປະເທດ ອາຊຽນ-ສ ເກົາຫລີ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ອາຊຽນ-ສ ເກົາຫລີ ຄົບຮອບ 35 ປີ ແລະ ເຫັນດີຍົກລະດັບການພົວພັນຮ່ວມມືອາຊຽນ-ສ ເກົາຫລີ ຂຶ້ນສູ່ລະດັບໃໝ່. ພິເສດ, ກອງປະຊຸມ ໄດ້ເຫັນດີຕໍ່ຮ່າງຖະແຫລງການຮ່ວມ ເພື່ອສ້າງຕັ້ງການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ-ສ ເກົາຫລີ ເພື່ອສະເໜີຕໍ່ກອງປະຊຸມສຸດຍອດອາຊຽນ-ສ ເກົາຫລີ ຄັ້ງທີ 25 ທີ່ຈະຈັດຂຶ້ນໃນເດືອນຕຸລາ 2024 ເພື່ອຮັບຮອງເອົາ.

ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອິນເດຍ ໄດ້ຕີລາຄາສູງ ຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ອິນເດຍ (2021-2025) ເພື່ອຈັດຕັ້ງຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ອິນເດຍ ແນໃສ່ສົ່ງເສີມການພົວພັນຮ່ວມມືອາຊຽນ-ອິນເດຍ ໃນອະນາຄົດ. ພ້ອມນີ້, ກອງປະ ຊຸມ ຍັງໄດ້ເຫັນດີຮັດແໜ້ນການຮ່ວມມືທາງດ້ານເສດຖະກິດ, ການເຊື່ອມຈອດທາງດ້ານດີຈິຕອນ, ການສຶກສາ, ການສ້າງຂີດຄວາມສາມາດໃຫ້ແກ່ບຸກຄະລາກອນ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນ ແລະ ປະຊາຊົນຂອງສອງພາກພື້ນ.

ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ລັດເຊຍ ໄດ້ຮັບຮອງເອົາຖະແຫລງການຮ່ວມ ລັດຖະມົນຕີຕ່າງປະເທດອາຊຽນ-ລັດເຊຍ ເພື່ອສະເຫລີມສະຫລອງການເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ ຂອງ ລັດເຊຍ ຄົບຮອບ 20 ປີ. ນອກນີ້, ກອງປະຊຸມ ໄດ້ທົບທວນຄືນການພົວພັນຮ່ວມມືອາຊຽນ-ລັດເຊຍ ໃນໄລຍະຜ່ານມາ ໂດຍສະເພາະຄວາມຄືບໜ້າ ການຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມືອາຊຽນ-ລັດເຊຍ (2021-2025) ແລະ ໄດ້ກໍານົດທິດທາງໃນການຮັດແໜ້ນການພົວພັນຮ່ວມມືອາຊຽນ-ລັດເຊຍ ໃນຕໍ່ໜ້າ.

ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອັງກິດ ໄດ້ທົບທວນຄືນການຮ່ວມມືອາຊຽນ-ອັງກິດ ໂດຍສະເພາະຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມືອາຊຽນ-ອັງກິດ (2022-2026) ແລະ ໄດ້ຊຸກຍູ້ໃຫ້ສືບຕໍ່ການຈັດຕັ້ງປະຕິບັດແຜນປະຕິບັດງານດັ່ງກ່າວ ຢ່າງມີປະສິດທິພາບ ແລະ ຄົບຖ້ວນ ໂດຍເນັ້ນໃສ່ຂົງເຂດທີ່ມີຄວາມສົນໃຈຮ່ວມກັນ. ພ້ອມນີ້, ກອງປະຊຸມ ຍັງໄດ້ຮັບຮອງເອົາຖະແຫລງການຮ່ວມອາຊຽນ-ອັງກິດ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ເພື່ອອະນາຄົດທີ່ໝັ້ນຄົງ ແລະ ຍືນຍົງ ເພື່ອສົ່ງເສີມການຮ່ວມມືດ້ານການເຊື່ອມໂຍງ ແລະ ເຊື່ອມຈອດ ລະຫວ່າງອາຊຽນ ແລະ ອັງກິດ ໃຫ້ເປັນຮູບປະທໍາ.

ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ການາດາ ໄດ້ເຫັນດີຕໍ່ຂໍ້ສະເໜີຂອງ ການາດາ ເພື່ອຈັດກອງປະຊຸມສຸດຍອດອາຊຽນ-ການາດາ ສະໄໝພິເສດ ວ່າດ້ວຍເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ໃນເດືອນຕຸລາ 2024 ທີ່ ນະຄອນຫລວງວຽງຈັນ. ພ້ອມນີ້, ສອງຝ່າຍ ຍັງໄດ້ເຫັນດີໃຫ້ມີການສ້າງແຜນປະຕິບັດງານອາຊຽນ-ການາດາ (2026-2030) ສະບັບໃໝ່ ເພື່ອປ່ຽນແທນແຜນປະຕິບັດງານສະບັບເກົ່າ ທີ່ຈະສິ້ນສຸດ ໃນທ້າຍປີ 2025 ນີ້. ໃນໂອກາດນີ້, ສປປ ລາວ ໄດ້ຮັບກຽດເປັນປະເທດປະສານງານ ສໍາລັບ ການຮ່ວມມືອາຊຽນ-ການາດາ ຈົນເຖິງປີ 2027.

ສຳລັບ ກອງປະຊຸມສາມຝ່າຍ ລະຫວ່າງປະທານອາຊຽນ, ເລຂາທິການໃຫຍ່ອາຊຽນ ແລະ ຕວັກກີ ໄດ້ສະແດງຄວາມຍິນດີ ຕໍ່ການຮັບຮອງເອົາແຜນປະຕິບັດງານສະບັບໃໝ່ ສໍາລັບ ສົກປີ 2024-2028 ເພື່ອເປັນພື້ນ ຖານໃຫ້ແກ່ການຈັດຕັ້ງປະຕິບັດ ແລະ ການເສີມຂະຫຍາຍການເປັນຄູ່ຮ່ວມຂະແໜງການອາຊຽນ-ຕວັກກີ ໃນຕໍ່ໜ້າ. ນອກນີ້, ກອງປະຊຸມ ຍັງໄດ້ຮ່ວມກັນກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ໂດຍເນັ້ນໃສ່ບັນດາຂົງເຂດບຸລິມະ ສິດ ເປັນຕົ້ນ ການຄ້າ-ການລົງທຶນ, ການຫລຸດຜ່ອນຄວາມແຕກໂຕນດ້ານການພັດທະນາ, ການສຶກສາ ແລະ ການພັດທະນາບຸກຄະລາກອນ, ພ້ອມທັງຊຸກຍູ້ໃຫ້ມີການແລກປ່ຽນ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນ ຫລາຍຍິ່ງຂຶ້ນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here