Sunday, September 8, 2024
Homeຂ່າວໜ້າໜຶ່ງລາວ-ຍີ່ປຸ່ນ ເປັນເຈົ້າພາບ ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 15

ລາວ-ຍີ່ປຸ່ນ ເປັນເຈົ້າພາບ ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 15

ໃນວັນທີ 26 ກໍລະກົດ 2024 ນີ້, ສປປ ລາວ ແລະ ຍີ່ປຸ່ນ ໄດ້ເປັນເຈົ້າພາບຮ່ວມຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 15 ທີ່ຫໍປະຊຸມແຫ່ງຊາດ, ນະຄອນ ຫລວງວຽງຈັນ ເຊິ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ພາຍໃຕ້ການເປັນປະ ທານຮ່ວມຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ Kamikawa Yoko ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຍີ່ປຸ່ນ, ມີບັນດາລັດຖະມົນຕີ ແລະ ບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສ ປະເທດສະມາຊິກແມ່ນໍ້າຂອງ ຄື: ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ຮ່ວມກັນທົບທວນຄືນ ໝາກຜົນຂອງການຮ່ວມມື ລະຫວ່າງ ບັນດາປະເທດສະມາ ຊິກແມ່ນ້ຳຂອງ ແລະ ຍີ່ປຸ່ນ ໃນໄລຍະຜ່ານມາ ໂດຍສະເພາະການຈັດຕັ້ງປະຕິບັດບັນດາແຜນງານ ແລະ ບັນດາໂຄງ ການຕ່າງໆ ທີ່ນອນຢູ່ໃນແຜນຍຸດທະສາດໂຕກຽວ 2018 ເຊິ່ງໄດ້ປະກອບສ່ວນເຂົ້າໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ແຜນແມ່ບົດເຊື່ອມຈອດຂອງອາຊຽນ ແລະ ແລວເສດ ຖະກິດຕາເວັນອອກ-ຕາເວັນຕົກ ໄດ້ເປັນຢ່າງດີ.

ພ້ອມກັນນັ້ນ, ກອງປະຊຸມ ຍັງໄດ້ຮ່ວມກັນວາງທິດທາງແຜນການໃນຕໍ່ໜ້າ ເຊິ່ງໄດ້ກຳນົດເອົາ 3 ເສົາຄ້ຳການຮ່ວມມືໃໝ່ຄື: ການຟື້ນຟູ ແລະ ເຊື່ອມຈອດສັງຄົມພາຍຫລັງໂຄວິດ-19 ແນໃສ່ສ້າງຄວາມເຂັ້ມແຂງດ້ານການພັດທະນາພື້ນຖານໂຄງລ່າງ, ຕ່ອງໂສ້ການສະໜອງ, ການແລກປ່ຽນລະຫວ່າງປະຊາຊົນ ແລະ ວຽກງານສາທາລະນະສຸກ; ການຫັນເປັນດີຈິຕອນ ແລະ ຮັບປະກັບຄວາມໝັ້ນຄົງໃນຮູບແບບໃໝ່ ສຸມໃສ່ຄວາມໝັ້ນຄົງດ້ານເສດຖະກິດ, ການຄຸ້ມຄອງ ແລະ ບໍລິຫານນ້ຳ, ການຫັນເປັນສີຂຽວ, ການປ່ຽນແປງຂອງສະພາບອາກາດ ແລະ ການຈັດຕັ້ງປະຕິ ບັດແຜນປະຕິບັດງານຕ່າງໆທີ່ນອນໃນຂອບການຮ່ວມມືພາກພື້ນ ແລະ ສາກົນ.

ກອງປະຊຸມຄັ້ງນີ້, ໄດ້ຮັບຮອງເອົາເອກະສານສໍາຄັນຂອງກອງປະຊຸມ 1 ສະບັບ ຄື: ຍຸດທະສາດການຮ່ວມມືແມ່ນ້ຳຂອງ-ຍີ່ປຸ່ນ 2024 ເພື່ອເປັນບ່ອນອີງໃຫ້ແກ່ການສືບຕໍ່ເພີ່ມທະວີການຮ່ວມມື ໃນການພັດທະນາເສດຖະ ກິດ-ສັງຄົມ ລະຫວ່າງບັນດາປະເທດສະມາຊິກແມ່ນໍ້າຂອງ ແລະ ຍີ່ປຸ່ນ ໃນຕໍ່ໜ້າ.

ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕີລາຄາສູງ ຕໍ່ໝາກຜົນຂອງການຮ່ວມມືພາຍໃຕ້ຂອບການຮ່ວມມືແມ່ນ້ຳຂອງ-ຍີ່ປຸ່ນ ຕະຫລອດໄລຍະຜ່ານມາ ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມ ໃນພາກພື້ນແມ່ນໍ້າຂອງ ກໍຄື ຂອງ ສປປ ລາວ. ພ້ອມທັງໄດ້ຍົກໃຫ້ເຫັນເຖິງໜຶ່ງໃນຄວາມຄືບໜ້າສຳຄັນ ຂອງການພັດທະນາພື້ນຖານໂຄງລ່າງທີ່ມີຄຸນນະພາບ ເຊິ່ງມີຄວາມສຳຄັນຕໍ່ການຫັນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນອອກສູ່ທະເລ ໃຫ້ກາຍເປັນປະເທດເຊື່ອມຈອດພາກພື້ນ, ທັງເປັນການອຳນວຍຄວາມສະ ດວກທາງດ້ານການຄ້າ, ການລົງທຶນ ແລະ ການເຂົ້າເຖິງຕະຫລາດພາກພື້ນ ແລະ ທົ່ວໂລກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments