Sunday, September 8, 2024
Homeຂ່າວໜ້າໜຶ່ງສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ການາດາ ຄົບຮອບ 50 ປີ

ສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ການາດາ ຄົບຮອບ 50 ປີ

ພິທີສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ການາດາ ຄົບຮອບ 50 ປີ ແລະ ວັນຊາດ ການາດາ ຄົບຮອບ 157 ປີ, ພ້ອມທັງ ສະຫລອງການເປັນປະເທດປະສານງານ ອາຊຽນ-ການາດາ ຂອງ ສປປ ລາວ ໄດ້ຈັດຂຶ້ນ ໃນວັນທີ 25 ກໍລະກົດ 2024 ຜ່ານມາ, ຢູ່ນະຄອນຫລວງວຽງຈັນ ຈັດໂດຍ ທ່ານ ນາງ ປິ່ງ ກິດນິກອນ ເອກອັກຄະລັດຖະທູດ ການາດາ ປະຈຳ ສປປ ລາວ ໂດຍມີ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ນາງ Mélanie Joly ລັດຖະມົນຕີຕ່າງປະເທດ ຕາງໜ້າລັດຖະບານ ການາດາ ໃນໂອກາດ ເດີນທາງມາເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ ຄັ້ງທີ 57 (AMM) ແລະ ກອງປະຊຸມປິ່ນອ້ອມຕ່າງໆ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ເຈົ້າໜ້າທີ່ຈາກຂະແໜງການຕ່າງໆ ຂອງ ສປປ ລາວ ແລະ ບັນດາທູຕານຸທູດປະເທດຕ່າງໆ ປະຈໍາ ສປປ ລາວ ເຂົ້້າຮ່ວມ.

ໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ, ທ່ານ ນາງ Mélanie Joly ແລະ ທ່ານເອກອັກຄະລັດຖະທູດ ການາດາ ປະຈຳ ສປປ ລາວ ໄດ້ກ່າວສະແດງຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດການພົວພັນຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ການາດາ ຕະຫລອດໄລຍະ 5 ທົດສະວັດ ທີ່ຜ່ານມາ ໂດຍສະເພາະສອງຝ່າຍໄດ້ມີການຮ່ວມມືໃນຫລາຍຂົງເຂດ ເປັນຕົ້ນ ວຽກງານເກັບກູ້ລະເບີດທີ່ບໍ່ທັນແຕກ, ການສຶກສາ, ສາທາລະນະສຸກ, ມູນຄ່າການຄ້າ ລະຫວ່າງ ສອງປະເທດ ໄລຍະປີ 2019-2023 ສາມາດບັນລຸໄດ້ 141.486.316 ໂດລາສະຫະລັດ. ການາດາ ຍັງໄດ້ມາລົງທຶນ ໃນຂະແໜງຄ້າຂາຍຍົກ-ຄ້າຂາຍຍ່ອຍ, ສ້ອມແປງລົດຍົນ-ລົດຈັກ, ອຸດສາຫະກໍາປຸງແຕ່ງ, ກະສິກໍາ-ປ່າໄມ້, ການປະມົງ ແລະ ອື່ນໆ.

ນອກນັ້ນ, ລາວ ແລະ ການາດາ ຍັງໄດ້ຮ່ວມມືພາຍໃຕ້ຂອບ ອາຊຽນ ໂດຍ ການາດາ ໄດ້ສະໜັບສະໜູນວຽກງານ IT ແກ່ ສປປ ລາວ ໃນໄລຍະກອງປະຊຸມອາຊຽນ 2024. ນອກນີ້, ສປປ ລາວ ຍັງເຮັດໜ້າທີ່ເປັນປະເທດປະສານງານ ອາຊຽນ-ການາດາ ເປັນເວລາ 3 ປີ ເລີ່ມແຕ່ເດືອນກໍລະກົດ 2024 ເຖິງປີ 2027 ພິທີສະເຫລີມສະຫລອງດັ່ງກ່າວ, ໄດ້ເປັນນິມິດໝາຍອັນດີ ໃຫ້ແກ່ການເສີມຂະຫຍາຍ ການພົວພັນຮ່ວມມື ທີ່ນັບມື້ນັບເພີ່ມຂຶ້ນ ແລະ ເປັນທິດທາງສໍາລັບການຮ່ວມມືໃນຕໍ່ໜ້າ ລະຫວ່າງ ສອງປະເທດ ລາວ ແລະ ການາດາ. ສປປ ລາວ ແລະ ການາດາ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 15 ມິຖຸນາ 1974.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments