Sunday, September 8, 2024
Homeຂ່າວໜ້າໜຶ່ງຮອງນາຍົກລັດຖະມົນຕີ ຕ້ອນຮັບຮອງລັດຖະມົນຕີຕ່າງປະເທດ ສະວິດ

ຮອງນາຍົກລັດຖະມົນຕີ ຕ້ອນຮັບຮອງລັດຖະມົນຕີຕ່າງປະເທດ ສະວິດ

ໃນວັນທີ 26 ກຸມພາ 2024 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບພົບປະ ຂອງ ທ່ານ ອາເລັກຊັງ ຟາແຊນລ໌ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສະມາພັນທະລັດ ສະວິດ ພ້ອມຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດ ອາຊຽນ ຄັ້ງທີ 57 ທີ່ນະຄອນຫລວງວຽງຈັນ.

ໃນການຢ້ຽມຂ່ຳນັບພົບປະຄັ້ງນີ້, ສອງຝ່າຍ ໄດ້ທົບທວນຄືນການພົວພັນຮ່ວມມື ໃນໄລຍະຜ່ານມາ, ພ້ອມທັງ ຕິດຕາມຜົນຂອງການເດີນທາງຢ້ຽມຢາມ ສະວິດ ຢ່າງເປັນທາງການຂອງ ທ່ານຮອງນາຍົກລັດຖະມົນຕີ ໃນທ້າຍເດືອນກຸມພາ 2024 ທີ່ຜ່ານມາ. ພ້ອມນີ້, ສອງຝ່າຍ ຍັງໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສະວິດ ຕະຫລອດໄລຍະ 60 ກວ່າປີຜ່ານມາ, ຝ່າຍ ສະວິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ການເປັນປະທານອາຊຽນ ຂອງ ສປປ ລາວ.

ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ລັດຖະບານ ແລະ ປະຊາຊົນ ສະວິດ ທີ່ໃຫ້ການສະໜັບສະໜູນໃນໄລຍະຜ່ານມາ ກໍຄື ການໃຫ້ຄໍາໝັ້ນສັນຍາ ທີ່ຈະສືບຕໍ່ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ໃນຕໍ່ໜ້າ ຕໍ່ການພັດທະນາເສດຖະກິດ-ສັງ ຄົມ. ພ້ອມນີ້, ຝ່າຍ ສະວິດ ກໍໄດ້ຢືນຢັນ ຈະສະໜັບສະໜູນລາວ ໃນໂຄງການຝຶກອົບຮົມວິຊາຊີບ ໃນໄລຍະ2. ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຊຸກຍູ້ໃຫ້ມີການສົ່ງເສີມຮ່ວມມືທາງດ້ານການຄ້າ-ການລົງທຶນ ໃຫ້ຫລາຍຂຶ້ນ ແລະ ໄດ້ຊຸກຍູ້ໃຫ້ຝ່າຍ ສະວິດ ສະໜັບສະໜູນທາງດ້ານເຕັກນິກ-ວິຊາການ, ເຕັກໂນໂລຊີ ໃນຂະແໜງກະສິກຳ.

ນອກຈາກນັ້ນ, ສອງຝ່າຍ ໄດ້ເນັ້ນເຖິງຄຸນລັກສະນະທີ່ຄ້າຍຄືກັນ ລະຫວ່າງ ສອງປະເທດ ໂດຍສະເພາະ ແມ່ນລັກສະນະ ຂອງພູມີປະເທດ ລາວ-ສະວິດ ແມ່ນຄ້າຍຄືກັນ ຄື ເປັນປະເທດ ບໍ່ມີຊາຍແດນຕິດກັບທະເລ ແລະ ເປັນປະເທດ ມີທ່າແຮງທາງດ້ານຊັບພະຍາກອນແຫລ່ງນ້ຳ ເພື່ອຜະລິດກະແສໄຟຟ້າສົ່ງອອກ ເຊິ່ງ ສະວິດ ມີບົດຮຽນສູງໃນການບໍລິຫານຈັດການນ້ຳ, ສາມາດແລກປ່ຽນປະສົບການ ແລະ ສາມາດແລກປ່ຽນບົດຮຽນໃຫ້ແກ່ ສປປ ລາວ.

ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລືຮ່ວມກັນວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ໂດຍເນັ້ນໃສ່ການຮ່ວມມືເພື່ອຟື້ນຟູສະພາບເສດຖະກິດໃນພາກພື້ນແມ່ນໍ້າຂອງ ໂດຍສະເພາະການກະກຽມເປັນເຈົ້າພາບຮ່ວມຈັດກອງປະຊຸມເວທີປຶກສາຫາລືພາກທຸລະກິດແມ່ນໍ້າຂອງ – ສ ເກົາຫຼີ ຄັ້ງທີ 12 ທີ່ ຈະຈັດຂຶ້ນໃນວັນທີ 20-21 ສິງຫາ 2024 ທີ່ ນະຄອນຫຼວງວຽງຈັນ ແລະ ປຶກສາຫາຫລື ກ່ຽວກັບ ແຜນການຈັດກອງປະຊຸມລັດຖະມົນຕີ ຂອບການຮ່ວມມືແມ່ນ້ຳຂອງ – ສ ເກົາຫຼີ ຄັ້ງຕໍ່ໄປ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments