Sunday, September 8, 2024
HomeUncategorizedກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ - ສ ເກົາຫຼີ ຄັ້ງທີ 12

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ – ສ ເກົາຫຼີ ຄັ້ງທີ 12

ສປປ ລາວ ແລະ ສ ເກົາຫຼີ ໄດ້ຮ່ວມກັນເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ – ສ ເກົາຫຼີ ຄັ້ງທີ 12 ຂຶ້ນໃນວັນທີ 26 ກໍລະກົດ ນີ້ ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ຊຶ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ ຄັ້ງທີ 57, ໂດຍການເປັນປະທານຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ໂຊ ແທຢຸນ (CHO Tae-yul) ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສ ເກົາຫຼີ, ມີບັນດາລັດຖະມົນຕີ ພ້ອມດ້ວຍບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສປະເທດສະມາຊິກແມ່ນໍ້າຂອງຄື: ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້, ຈັດຂຶ້ນໂດຍມີຈຸດປະສົງ ເພື່ອທົບທວນຄືນຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາແຜນງານ ພາຍໃຕ້ຂອບການຮ່ວມມືແມ່ນ້ຳຂອງ – ສ ເກົາຫຼີ ແລະ ລາຍງານຄວາມຄືບໜ້າ ກ່ຽວກັບ ໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ ກໍຄື ບັນດາແຜນງານ-ໂຄງການ ທີ່ນອນຢູ່ໃນແຜນປະຕິບັດງານ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ – ສ ເກົາຫຼີ 2021-2025 (Plan of Action 2021-2025) ເປັນຕົ້ນແມ່ນ 7 ຂົງເຂດການຮ່ວມມືບູລິມະສິດ ຄື: 1). ວັດທະນະທໍາ ແລະ ການທ່ອງທ່ຽວ, 2). ການພັດທະນາຊັບພະຍາກອນມະນຸດ, 3). ກະສິກໍາ ແລະ ການພັດທະນາຊົນນະບົດ, 4). ພື້ນຖານໂຄງລ່າງ, 5). ເຕັກໂນໂລຊີ ແລະ ການສື່ສານ, 6). ດ້ານສິ່ງແວດລ້ອມ, 7). ສິ່ງທ້າທາຍດ້ານຄວາມປອດໄພທີ່ບໍ່ແມ່ນການທະຫານ. ໃນນັ້ນ, ເຫັນວ່າໄດ້ມີຫຼາຍໂຄງການຮ່ວມມືໄດ້ຖືກຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ຊ່ວຍປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ -ສັງຄົມ ໃນພາກພື້ນແມ່ນໍ້າຂອງ ລວມທັງ ສປປ ລາວ ພວກເຮົາ ກໍໄດ້ຮັບໂຄງການພາຍໃຕ້ກອງທຶນຂອບການຮ່ວມມືແມ່ນ້ຳຂອງ – ສ ເກົາຫຼີ (MKCF) ຈຳນວນ 7 ໂຄງການມູນຄ່າທັງໝົດ 2.7 ລ້ານກວ່າໂດລາ. ໃນປີນີ້, ສ ເກົາຫຼີ ໄດ້ມອບທຶນຊ່ວຍເຫຼືອພາຍໃຕ້ກອງທຶນຂອບການຮ່ວມມືດັ່ງກ່າວ ມູນຄ່າ 400.000 ກວ່າໂດລາ ເຂົ້າໃນການຈັດຕັ້ງປະຕິບັດໂຄງການສົ່ງເສີມການຜະລິດຖົ່ວເຫຼືອງ ແລະ ສ້າງເຕັກໂນໂລຊີ ທີ່ເປັນນະວັດຕະກຳການປຸງແຕ່ງ ແລະ ການນຳໃຊ້ຖົ່ວເຫຼືອງໃນ ສປປ ລາວ ແລະ ສສ ຫວຽດນາມ ຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດໂຄງການ ໃນເດືອນມີນາ 2024 ເປັນຕົ້ນມາ.

ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລືຮ່ວມກັນວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ໂດຍເນັ້ນໃສ່ການຮ່ວມມືເພື່ອຟື້ນຟູສະພາບເສດຖະກິດໃນພາກພື້ນແມ່ນໍ້າຂອງ ໂດຍສະເພາະການກະກຽມເປັນເຈົ້າພາບຮ່ວມຈັດກອງປະຊຸມເວທີປຶກສາຫາລືພາກທຸລະກິດແມ່ນໍ້າຂອງ – ສ ເກົາຫຼີ ຄັ້ງທີ 12 ທີ່ ຈະຈັດຂຶ້ນໃນວັນທີ 20-21 ສິງຫາ 2024 ທີ່ ນະຄອນຫຼວງວຽງຈັນ ແລະ ປຶກສາຫາຫລື ກ່ຽວກັບ ແຜນການຈັດກອງປະຊຸມລັດຖະມົນຕີ ຂອບການຮ່ວມມືແມ່ນ້ຳຂອງ – ສ ເກົາຫຼີ ຄັ້ງຕໍ່ໄປ.

ກອງປະຊຸມຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ລັດຖະບານ ສ ເກົາຫຼີ ທີ່ໄດ້ສືບຕໍ່ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ຢູ່ໃນພາກພື້ນແມ່ນ້ຳຂອງ, ລວມທັງ ສປປ ລາວ. ພ້ອມທັງສະເໜີ ໃຫ້ ສ ເກົາຫຼີ ສືບຕໍ່ສົ່ງເສີມ ແລະ ຮັດແໜ້ນການຮ່ວມມື ລະຫວ່າງ ສ ເກົາຫຼີ ແລະ ປະເທດສະມາຊິກແມ່ນ້ຳຂອງໃນຕໍ່ໜ້າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments