Sunday, September 8, 2024
Homeຂ່າວໜ້າໜຶ່ງລາວ-ສ ຣັດເຊຍ ເສີມຂະຫຍາຍການຮ່ວມມືສອງຝ່າຍ ພ້ອມລົງນາມຮ່ວມກັນ

ລາວ-ສ ຣັດເຊຍ ເສີມຂະຫຍາຍການຮ່ວມມືສອງຝ່າຍ ພ້ອມລົງນາມຮ່ວມກັນ

ໃນວັນທີ 25 ກໍລະກົດ ຜ່ານມາ ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະ ກັບທ່ານ ເຊຣເກ ລາວະຣົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ (ສ ຣັດເຊຍ) ໃນໂອກາດນໍາພາຄະນະຜູ້ແທນຣັດເຊຍ ມາເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ (AMM) ຄັ້ງທີ 57 ໃນວັນທີ 21-27 ກໍລະກົດ ນີ້ ທີ່ ນະຄອນຫຼວງວຽງຈັນ.

ສອງຝ່າຍ ໄດ້ຕິີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ໃນໄລຍະຜ່ານມາ ຊຶ່ງໄດ້ຮັບການຮັດເເໜ້ນ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງບົນພື້ນຖານຄວາມເຂົ້າອົກເຂົ້າໃຈ, ການຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ, ການພົວພັນມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອມາແຕ່ດົນນານ. ພ້ອມທັງປຶກສາຫາລືການຮ່ວມມືໃນຕໍ່ໜ້າ ສອງຝ່າຍ ໄດ້ເຫັນດີໃຫ້ເພີ່ມທະວີການພົວພັນສອງຝ່າຍໃນຫລາຍຂົງເຂດ ໂດຍສະເພາະການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ພະລັງງານ, ວຽກງານຊີວະພາບ, ການສຶກສາ, ການທະຫານ, ວັດທະນະທໍາ, ທ່ອງທ່ຽວ ແລະ ອື່ນໆ ທີ່ສອງຝ່າຍມີທ່າແຮງ ເພື່ອນໍາມາຊຶ່ງຜົນປະໂຫຍດຮ່ວມກັນ.

ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຖືໂອກາດນີ້ ສະແດງຄວາມຂອບໃຈຕໍ່ການເຊື້ອເຊີນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ BRICS ທີ່ ຣັດເຊຍ ໃນເດືອນມິຖຸນາ 2024. ທ່ານລັດຖະມົນຕີຕ່າງປະເທດ ຣັດເຊຍ ກໍໄດ້ເຊື້ອເຊີນ ສປປ ລາວ ເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດ BRICS ແລະ ກອງປະຊຸມເສດຖະກິດເຂດຕາເວັນອອກໄກ ຢູ່ ວະລາດີວົດສະຕົກ ທີ່ ຣັດເຊຍ ຈະເປັນເຈົ້າພາບໃນທ້າຍປີ 2024 ຈະມາເຖິງນີ້.

ໃນການພົບປະໃນຄັ້ງນີ້, ແມ່ນເປັນການສືບຕໍ່ການປຶກສາຫາລືສອງຝ່າຍຂອງສອງລັດຖະມົນຕີກະຊວງການຕ່າງປະເທດ ລາວ-ຣັດເຊຍ ໃນໂອກາດເຂົ້າຮ່ວມກອງປະຊຸມ BRICS ທີ່ ຣັດເຊຍ ເປັນເຈົ້າພາບໃນເດືອນມິຖຸນາ 2024 ຜ່ານມາ, ທັງນີ້ກໍເພື່ອສືບຕໍ່ຜັນຂະຫຍາຍໝາກຜົນຂອງການພົບປະ ລະຫວ່າງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສ ຣັດເຊຍ ທີ່ ນະຄອນຫຼວງມົດສະກູ ໃນເດືອນພຶດສະພາ 2024.

ພາຍຫຼັງການພົບປະສອງຝ່າຍ ໄດ້ມີພິທີລົງນາມຮ່ວມກັນ 3 ເອກະສານຄື: ສັນຍາວ່າດ້ວຍການຮ່ວມມືດ້ານວຽກງານຄວາມປອດໄພຂອງຂໍ້ມູນ ແລະ ເຕັກໂນໂລຊີການສື່ສານ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສ ຣັດເຊຍ, ແຜນການປຶກສາຫາລື ລະຫວ່າງ ສອງກະຊວງການຕ່າງປະເທດລາວ-ຣັດເຊຍ ສໍາລັບສົກປີ 2024-2026 ແລະ ບົດບັນທຶກຂໍ້ຕົກລົງ ວ່າດ້ວຍ ການຮຽນ ແລະ ການສອນພາສາຣັດເຊຍຂັ້ນທົດລອງ ໃນໂຮງຮຽນມັດທະຍົມສຶກສາຕອນຕົໍ້ນ ລະຫວ່າງ ສະຖາບັນຄົໍ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ອົງການງົບປະມານດ້ານການສຶກສາແຫ່ງລັດ, ສູນການຮ່ວມມືສາກົນ, ກະຊວງສຶກສາ ແຫ່ງ ສະຫະພັນ ຣັດເຊຍ.

(ຂ່າວ-ພາບ: ກະຊວງການຕ່າງປະເທດ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments