Sunday, September 8, 2024
Homeຂ່າວໜ້າໜຶ່ງລາວ-ອັງກິດ ຮັດແໜ້ນເສີມຂະຫຍາຍການຮ່ວມມື ສອງຝ່າຍ

ລາວ-ອັງກິດ ຮັດແໜ້ນເສີມຂະຫຍາຍການຮ່ວມມື ສອງຝ່າຍ

ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ ຄັ້ງທີ 57, ໃນລະຫວ່າງວັນທີ 21-27 ກໍລະກົດ ນີ້, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ເດວິດ ແລມມີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ພ້ອມດ້ວຍຄະນະ ຂຶ້ນໃນວັນທີ 26 ກໍລະກົດ ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ (NCC) ນະຄອນຫຼວງວຽງຈັນ.

ສອງຝ່າຍ, ໄດ້ພ້ອມກັນຕີລາຄາຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃນໄລຍະຜ່ານມາ, ນັບແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ, ການພົວພັນຮ່ວມມື ລະຫວ່າງ ສອງປະເທດແມ່ນມີທ່າກ້າວ ແລະ ຂະຫຍາຍຕົວດີຂຶ້ນເປັນກ້າວໆ. ພ້ອມກັນນີ້, ສອງຝ່າຍ ກໍໄດ້ແລກປ່ຽນຄໍາເຫັນ ກ່ຽວກັບສະພາບພາຍໃນ ຂອງກັນ ແລະ ກັນ. ພ້ອມດຽວກັນນີ້, ສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບ ການຮ່ວມມືໃນຂອບອາຊຽນ-ອັງກິດ ແລະ ເຫັນພ້ອມໃນການຊຸກຍູ້ສົ່ງເສີມໃນການພົວພັນຮ່ວມມື ອາຊຽນ-ອັງກິດ ແລະ ສົ່ງເສີມການພົວພັນຮ່ວມມືທີ່ມາແລ້ວນັ້ນໃຫ້ເຂັ້ມແຂງ ແລະ ຂະຫຍາຍຕົວຍິ່ງໆຂຶ້ນໃນຕໍ່ໜ້າ. ພ້ອມທັງໄດ້ແລກປ່ຽນທັດສະນະຕໍ່ສະພາບການພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ແລະ ອັງກິດຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ການເປັນປະທານອາຊຽນ ຂອງ ສປປ ລາວ. ການເດີນທາງມາ ສປປ ລາວ ໃນຄັ້ງນີ້ ຖືເປັນຄັ້ງທຳອິດ ຂອງ ທ່ານ ເດວິດ ແລມມີ ພາຍຫຼັງທີ່ທ່ານໄດ້ຖືກແຕ່ງຕັ້ງເປັນລັດຖະມົນຕີກະຊວງຕ່າງປະເທດອັງກິດ ຊຶ່ງເປັນຂີດໝາຍອັນສຳຄັນແຫ່ງການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດໃຫ້ມີບາດກ້າວອັນໃໝ່.

ໃນໂອກາດດັ່ງກ່າວນີ້, ສອງຝ່າຍ ໄດ້ມີພິທີລົງນາມຮ່ວມກັນ ໃນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະບານ ແຫ່ງ ສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກ່ຽວກັບຂອບວຽກເສດຖະກິດສີຂຽວ (Green Economy Framework). ໃນການເດີນທາງມາເຂົ້າຮ່ວມກອງປະຊຸມອາຊຽນໃນຄັ້ງນີ້, ຄະນະຜູ້ແທນອັງກິດ ກໍໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments