Sunday, September 8, 2024
Homeຂ່າວໜ້າໜຶ່ງພົບປະ 3 ຝ່າຍ ລະຫວ່າງລັດຖະມົນຕີຕ່າງປະເທດ ລາວ-ຈີນ-ຣັດເຊຍ

ພົບປະ 3 ຝ່າຍ ລະຫວ່າງລັດຖະມົນຕີຕ່າງປະເທດ ລາວ-ຈີນ-ຣັດເຊຍ

ກອງປະຊຸມພົບປະ 3 ຝ່າຍ ລະຫວ່າງລັດຖະມົນຕີຕ່າງປະເທດ ລາວ-ຈີນ-ຣັດເຊຍ ໄດ້ຈັດຂຶ້ນໃນວັນທີ 25 ກໍລະກົດ ຜ່ານມາ ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ຫວັງ ອີ້ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ແລະ ທ່ານ ເຊີຣເກ ລາວະຣົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ຣັດເຊຍ ພ້ອມດ້ວຍຄະນະຜູ້ແທນຂອງທັງສາມຝ່າຍເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້, ສາມຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ 3 ປະເທດໃນໄລຍະຜ່ານມາ ໂດຍສະເພາະທາງດ້ານການເມືອງ, ເສດຖະກິດ ແລະ ອື່ນໆ ແລະ ເຫັນພ້ອມຮ່ວມກັນ ຈະສືບຕໍ່ປະສານສົມທົບ, ແລກປ່ຽນຂໍ້ມູນ ແລະ ຄວາມຄິດເຫັນ ຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ໂອກາດນີ້, ຝ່າຍລາວ ໄດ້ສະແດງຄວາມຂອບໃຈຝ່າຍ ຈີນ ແລະ ຣັດເຊຍ ທີ່ໄດ້ເດີນມາເຂົ້າຮ່ວມກອງປະຊຸມລັດຖະມົນຕີອາຊຽນຄັ້ງທີ 57 ໃນຄັ້ງນີ້ ແລະ ຂອບໃຈ ທີ່ໄລຍະຜ່ານມາ ຝ່າຍຈີນ ແລະ ຣັດເຊຍ ໄດ້ເຊື້ອເຊີນ ສປປ ລາວ ເຂົ້າຮ່ວມກອງປະຊຸມທີ່ຈີນ ແລະ ຣັດເຊຍ ໄດ້ຈັດຂຶ້ນ ເປັນຕົ້ນ ກອງປະຊຸມໜຶ່ງແລວໜຶ່ງເສັ້ນທາງ ຢູ່ ສປ ຈີນ, ກອງປະຊຸມ BRICS ແລະ ເວທີປຶກສາຫາລືດ້ານເສດຖະກິດທີ່ໄດ້ຈັດຂຶ້ນ ຢູ່ ຣັດເຊຍ ກໍຄືກອງປະຊຸມອື່ນໆ. ພ້ອມດຽວກັນນີ້, ກໍຫວັງວ່າ ຝ່າຍຈີນ ແລະ ຣັດເຊຍ ຈະສືບຕໍ່ສະໜັບສະໜູນການເຂົ້າຮ່ວມກອງປະຊຸມຕ່າງໆ ກໍຄືການເຂົ້າຮ່ວມໃນອົງການຈັດຕັ້ງພາກພື້ນ ແລະ ສາກົນ. ຝ່າຍຈີນ ແລະ ຣັດເຊຍ ຍິນດີຈະເຊື້ອເຊີນ ແລະ ສະໜັບສະໜູນຝ່າຍລາວ ໃນການເຂົ້າຮ່ວມກອງປະຊຸມທີ່ຕົນຈັດຂຶ້ນ ລວມທັງການເຂົ້າຮ່ວມອົງການພາກພື້ນ ແລະ ສາກົນ ພ້ອມທັງ ສະແດງຄວາມຊົມເຊີຍການເປັນປະທານກອງປະຊຸມອາຊຽນ ຂອງ ສປປ ລາວ. ນອກຈາກນັ້ນ, ສາມຝ່າຍ ໄດ້ຕີລາຄາ ແລະ ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບສະພາບການໃນພາກພື້ນ ແລະ ສາກົນໃນປັດຈຸບັນທີ່ມີການຜັນແປໄປຢ່າງສັບສົນ ລວມທັງແລກປ່ຽນຄຳຄິດເຫັນ ກ່ຽວກັບການພົວພັນຮ່ວມມື ລະຫວ່າງ ສປຈີນ, ຣັດເຊຍ ກັບອາຊຽນ ແລະ ອື່ນໆ. ພ້ອມນັ້ນ, ສາມຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບ ການສົ່ງເສີມການຮ່ວມມືກັນທາງດ້ານເສດຖະກິດ ລະຫວ່າງສາມປະເທດ ໂດຍສະເພາະການເຊື່ອມໂຍງເຊື່ອມຈອດ ລາວ-ຈີນ-ຣັດເຊຍ ທາງຄົມມະນາຄົມ ໂດຍນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ໄປເຖິງຣັດເຊຍ ແລະ ໄປເຖິງເອີຣົບ ເພື່ອແນໃສ່ສົ່ງເສີມການຂົນສົ່ງ, ການທ່ອງທ່ຽວ ກໍຄືການໄປມາຫາສູ່ກັນ ລະຫວ່າງ 3 ປະເທດ ລວມທັງປະເທດໃນຂົງເຂດພາກພື້ນອາຊຽນ.

ກອງປະຊຸມພົບປະ 3 ຝ່າຍໃນຄັ້ງນີ້້, ແມ່ນຈັດຂຶ້ນເປັນຄັ້ງທໍາອິດ ໂດຍໄດ້ດໍາເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ ຊຶ່ງ 3 ຝ່າຍ ໄດ້ເຫັນດີເປັນເອກະພາບຕີລາຄາສູງຕໍ່ການຈັດກອງປະຊຸມຄັ້ງນີ້ ແລະ ຖືເປັນເວທີປຶກສາຫາລືທີ່ມີຄວາມໝາຍ, ທັງຍັງເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບລະຫວ່າງ ລາວ-ຈີນ-ຣັດເຊຍ ໃຫ້ກ້າວສູ່ລວງເລິກໃນຫຼາຍຂົງເຂດການຮ່ວມມື.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments