Sunday, September 8, 2024
Homeຂ່າວຕ່າງປະເທດຍີ່ປຸ່ນ ແຕ່ງຕັ້ງເຈົ້າໜ້າທີ່ເສດຖະກິດພິເສດປະຈຳຢູ່ 4 ປະເທດອາຊຽນ

ຍີ່ປຸ່ນ ແຕ່ງຕັ້ງເຈົ້າໜ້າທີ່ເສດຖະກິດພິເສດປະຈຳຢູ່ 4 ປະເທດອາຊຽນ

ຂ່າວສານຫວຽດນາມລາຍງານວ່າ: ທ່ານນາງ ໂຢໂກະ ຄາມິກາວະ ລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ ກ່າວຄຳເຫັນໃນກອງປະຊຸມຂ່າວເມື່ອບໍ່ດົນມານີ້ວ່າ: ລັດຖະບານຍີ່ປຸ່ນ ໄດ້ຕົກລົງແຕ່ງຕັ້ງບັນດາເຈົ້າໜ້າທີ່ເສດຖະກິດພິເສດຢູ່ 6 ອົງການຜູ້ຕາງໜ້າການທູດຂອງ 4 ປະເທດ ເພື່ອໜູນຊ່ວຍໃຫ້ບັນດາວິສາຫະກິດຍີ່ປຸ່ນ ທີ່ພວມມີຄວາມສົນໃຈໃນຕະຫຼາດອາຊີຕາເວັນອອກສ່ຽງໃຕ້. ຂໍ້ມູນດັ່ງກ່າວໄດ້ປະກາດໃຫ້ຮູ້ກ່ອນທີ່ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ໄປຢ້ຽມຢາມລາວ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ (AMM) ແຕ່ວັນທີ 25-28 ກໍລະກົດນີ້.

ຕາມສຳນັກຂ່າວສານຫວຽດນາມ ປະຈຳ ໂຕກຽວແລ້ວ, ບັນດາເຈົ້າໜ້າທີ່ເສດຖະກິດພິເສດທີ່ຖືກແຕ່ງຕັ້ງເພີ່ມຕື່ມນີ້ຈະໄດ້ໄປປະຈຳຢູ່ສະຖານທູດຍີ່ປຸ່ນ ປະຈຳ ສິງກະໂປ, ໄທ, ອິນໂດເນເຊຍ, ຫວຽດນາມ ແລະ ສະຖານກົງສູນໃຫຍ່ຍີ່ປຸ່ນ ປະຈຳ ນະຄອນໂຮ່ຈິມິນ.

ທ່ານນາງ ໂຢໂກະ ຄາມິກາວະ ກ່າວວ່າ: ຍີ່ປຸ່ນ ສະໜັບສະໜູນການເຊື່ອມໂຍງເຂົ້າກັບປະຊາຄົມອາຊຽນຢ່າງແຂງແຮງ, ພ້ອມທັງພິຈາລະນາການເຄື່ອນໄຫວການຄ້າພາຍໃນອາຊຽນ. ການແຕ່ງຕັ້ງເຈົ້າໜ້າທີ່ເສດຖະກິດເພີ່ມຂຶ້ນຢູ່ບັນດາອົງການຜູ້ຕາງໜ້າການທູດຢູ່ບັນດາປະເທດອາຊຽນ ແມ່ນຈະປະກອບ ສ່ວນເພີ່ມທະວີບົດບາດຂອງວິສາຫະກິດ ຍີ່ປຸ່ນ ໃນບັນດາຄວາມພະຍາຍາມຊຸກຍູ້ການຄ້າໃນຂະແໜງການນີ້ ແລະ ສ້າງກຳລັງໜູນຊຸກຍູ້ການເຕີບໂຕເສດຖະກິດຂອງຍີ່ປຸ່ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments