Sunday, September 8, 2024
Homeຂ່າວຕ່າງປະເທດຫວຽດນາມ ຊຸກຍູ້ວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍຄູນຄ່າມໍລະດົກໂລກ

ຫວຽດນາມ ຊຸກຍູ້ວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍຄູນຄ່າມໍລະດົກໂລກ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 24 ກໍລະກົດ ຜ່ານມາ ຢູ່ກອງປະຊຸມຄັ້ງທີ 46 ຂອງ ຄະນະກຳມະການມໍລະດົກໂລກ ທີ່ໄດ້ດຳເນີນຢູ່ນະຄອນຫຼວງນິວເດລີ ປະເທດອິນເດຍ, ທ່ານປະທານຄະນະກຳມະການມໍລະດົກໂລກ ໄດ້ຮັບຮອງເອົາຂໍ້ຕົກລົງ ເຫັນດີຢ່າງເປັນທາງການກັບບັນດາເນື້ອໃນທີ່ຫວຽດນາມ ສະເໜີກ່ຽວກັບການກຳນົດທິດ, ວິໄສທັດການຄົ້ນຄວ້າ, ອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກໂລກ ເຂດພະລາຊະວັງ ແທັງລອງ.

ຂ່າວລະບຸວ່າ: ຄະນະກຳມະການມໍລະດົກໂລກ ໄດ້ຮັບຮູ້ ແລະ ຕີລາຄາສູງບັນດາຜົນສຳເລັດ ຊຶ່ງຫວຽດນາມ ບັນລຸໄດ້ໃນວິວັດການປະຕິບັດບັນດາຄຳໝັ້ນສັນຍາຂອງລັດຖະບານ ຫວຽດນາມ ນັບແຕ່ເວລາມໍລະດົກໄດ້ຮັບການຈົດທະບຽນແຕ່ປີ 2010 ມາຮອດປັດຈຸບັນ. ທ່ານ ຮ່າກິມງອກ ປະທານຄະນະກຳມະການ UNESCO ແຫ່ງຊາດ ຫວຽດນາມ ຮອງລັດຖະມົນຕີການຕ່າງປະເທດ ຢັ້ງຢືນຄວາມໝາຍພິເສດຂອງເອກະສານ “ບຸລິມະສິດຂອງທຸກບຸລິມະສິດ”, ທ່ານເນັ້ນໜັກວ່າ: ບັນດາສະມາຊິກຄະນະກຳມະການມໍລະດົກໂລກ ຕີລາຄາສູງຈິດໃຈ ເຄັ່ງຄັດ, ມີຄວາມຮັບຜິດຊອບຂອງຫວຽດນາມ ໃນການຮ່ວມມື, ຮ່ວມເດີນທາງກັບສູນມໍລະດົກໂລກ, ICOMOS ເພື່ອປະຕິບັດຄວາມມຸ່ງຫວັງຂອງຫວຽດນາມ ໃຫ້ປະກົດຜົນເປັນຈິງບົນພື້ນຖານຮັບປະກັນຄວາມຖືກຕ້ອງຕາມບັນດາຂໍ້ກຳນົດຂອງສົນທິ ສັນຍາ ມໍລະດົກໂລກ, ປະຕິບັດຕາມຄຳໝັ້ນສັນຍາຂອງ ຫວຽດນາມ, ເສີມຂະຫຍາຍຄຸນຄ່າພົ້ນເດັ່ນທົ່ວໂລກຂອງມໍລະດົກໃຫ້ຫຼາຍຂື້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments