Sunday, September 8, 2024
Homeຂ່າວໜ້າໜຶ່ງອາຊຽນ-ບັນດາປະເທດຄູ່ເຈລະຈາ ປຶກສາຫາລືຮ່ວມກັນຫຼາຍບັນຫາສຳຄັນ

ອາຊຽນ-ບັນດາປະເທດຄູ່ເຈລະຈາ ປຶກສາຫາລືຮ່ວມກັນຫຼາຍບັນຫາສຳຄັນ

ໃນວັນທີ 26 ກໍລະກົດ ນີ້ ທີ່ ນະຄອນຫຼວງວຽງຈັນ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອົສຕຣາລີ, ພ້ອມທັງນໍາພາຄະນະເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບບັນດາປະເທດຄູ່ເຈລະຈາ ຊຶ່ງປະກອບມີ: ກອງປະຊຸມລັດຖະມົນຕີຕ່າງປະເທດ ລະຫວ່າງອາຊຽນ ກັບ ສປ ຈີນ, ນິວຊີແລນ, ຍີ່ປຸ່ນ, ສະຫະພາບເອີຣົບ (EU), ສ ເກົາຫຼີ, ອິນເດຍ, ຣັດເຊຍ, ອັງກິດ ແລະ ການາດາ. ໃນວັນດຽວກັນ, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ເປັນປະທານກອງປະຊຸມສາມຝ່າຍ ລະຫວ່າງປະທານອາຊຽນ, ເລຂາທິການໃຫຍ່ອາຊຽນ ແລະ ຕວັກກີ.

ໃນຖານະທີ່ ສປປ ລາວ ເປັນປະເທດປະສານງານການພົວພັນຮ່ວມມືອາຊຽນ-ອົສຕຣາລີ (2021-2024), ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ເປັນປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອົສຕຣາລີ ຮ່ວມກັບ ທ່ານ ນາງ ເພັນນີ ວອງ (Penny Wong) ລັດຖະມົນຕີຕ່າງປະເທດອົສຕຣາລີ. ກອງປະຊຸມ ໄດ້ສະແດງຄວາມຍິນດີຕໍ່ຜົນສໍາເລັດຂອງກອງປະຊຸມສຸດຍອດ ສະໄໝພິເສດ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ອົສຕຣາລີ ຄົບຮອບ 50 ປີ ຊຶ່ງໄດ້ຈັດຂຶ້ນໃນວັນທີ 4 ມີນາ 2024 ທີ່ ເມວເບີນ ອົສຕຣາລີ. ໃນນີ້, ກອງປະຊຸມ ໄດ້ຢໍ້າຄືນຄວາມໝາຍໝັ້ນໃນການຈັດຕັ້ງຜັນຂະຫຍາຍ 2 ເອກະສານຜົນກອງປະຊຸມດັ່ງກ່າວ ໃຫ້ເປັນຮູບປະທໍາ ເພື່ອນໍາຜົນປະໂຫຍດອັນແທ້ຈິງມາສູ່ອາຊຽນ ແລະ ອົສຕຣາລີ. ພິເສດ, ກອງປະຊຸມ ໄດ້ຮັບຮອງເອົາແຜນປະຕິບັດງານອາຊຽນ-ອົສຕຣາລີ ສະບັບໃໝ່ (2025-2029) ເພື່ອຮັດແໜ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ອົສຕຣາລີ ໃນຕໍ່ໜ້າ. ນອກນີ້, ກອງປະຊຸມ ຍັງໄດ້ຊຸກຍູ້ໃຫ້ສໍາເລັດການເຈລະຈາ ເພື່ອສ້າງຕັ້ງສູນອາຊຽນ-ອົສຕຣາລີ ໂດຍໄວ. ໃນໂອກາດນີ້, ສປປ ລາວ ໄດ້ມອບບົດບາດການເປັນປະເທດປະສານງານສໍາລັບການຮ່ວມມືອາຊຽນ-ອົສຕຣາລີ ໃຫ້ແກ່ ອິນໂດເນເຊຍ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ໄດ້ສະແດງຄວາມຍິນດີຕໍ່ການປະກາດປີ 2024 ເປັນປີແຫ່ງການໄປມາຫາສູ່ລະຫວ່າງປະຊາຊົນ ກັບ ປະຊາຊົນອາຊຽນ-ຈີນ ແລະ ໄດ້ຊຸກຍູ້ການຈັດຕັ້ງຜັນຂະຫຍາຍບັນດາໂຄງການ ແລະ ກິດຈະກໍາສໍາລັບປີດັ່ງກ່າວໃຫ້ເປັນຮູບປະທໍາ ໂດຍກວມເອົາຫຼາຍຂົງເຂດເຊັ່ນ: ການສຶກສາ, ການແລກປ່ຽນທາງດ້ານວັດທະນະທໍາ, ການຈັດຝຶກອົບຮົມ ແລະ ການທ່ອງທ່ຽວ. ພ້ອມນີ້, ກອງປະຊຸມຍັງໄດ້ຮັບຊາບ 6 ຂໍ້ສະເໜີ ແລະ ກິດຈະກໍາຂອງ ສປ ຈີນ. ສໍາລັບປີ 2024 ເພື່ອຈັດຕັ້ງຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໃຫ້ເປັນຮູບປະທໍາ. ພິເສດ ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ວ່າດ້ວຍ ການຮັດ ແໜ້ນການຮ່ວມມືດ້ານການເກັບກູ້ລະເບີດເພື່ອມະນຸດສະທໍາ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ນິວຊີແລນ ໄດ້ສະໜັບສະໜູນຂໍ້ສະເໜີຂອງ ນິວຊີແລນ ເພື່ອຈັດກອງປະຊຸມສຸດຍອດ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ນິວຊີແລນ ຄົບຮອບ 50 ປີ ໃນທ້າຍປີ 2025 ທີ່ ມາເລເຊຍ, ພ້ອມທັງເຫັນດີເຮັດວຽກຮ່ວມກັນ ເພື່ອປຶກສາຫາລືລາຍລະອຽດ ກ່ຽວກັບກະກຽມໃຫ້ແກ່ກອງປະຊຸມສຸດຍອດສະໄໝພິເສດດັ່ງກ່າວ. ພ້ອມນີ້, ກອງປະຊຸມ ຍັງໄດ້ຮັບຊາບເຈດຈໍານົງຂອງ ນິວຊີແລນໃນການສະເໜີຍົກລະດັບການພົວພັນຮ່ວມມື ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ກັບອາຊຽນ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຍີ່ປຸ່ນ ໄດ້ຊຸກຍູ້ການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດ ເພື່ອສະເຫຼີມສະຫຼອງການພົວພັນອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ທີ່ໄດ້ຈັດຂຶ້ນໃນເດືອນທັນວາ ປີ 2023 ທີ່ ໂຕກຽວ, ຍີ່ປຸ່ນ. ນອກນັ້ນ, ກອງປະຊູມ ໄດ້ຊຸກຍູ້ການເລັ່ງລັດການເຈລະຈາການສ້າງຕັ້ງສູນອາຊຽນ ເພື່ອຮັບມືກັບພາວະສຸກເສີນດ້ານສາທາລະນະສຸກ ແລະ ພະຍາດລະບາດ ເພື່ອຮັບປະກັນໃຫ້ມີໂຄງສ້າງພື້ນຖານດ້ານສາທາລະນະສຸກທີ່ມີປະສິດທິພາບພາຍໃນພາກພື້ນ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-EU ໄດ້ປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍຖະແຫຼງ ການຮ່ວມຂອງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູ ທີ່ໄດ້ຮັບຮອງໃນເດືອນກຸມພາ 2024 ຜ່ານມາ ແລະ ໄດ້ເຫັນດີຮັດແໜ້ນການຮ່ວມມື ຜ່ານການຈັດຕັ້ງປະຕິບັດໂຄງການພາຍໃຕ້ກົນໄກການຮ່ວມມືອາຊຽນ-ອີຢູ ໂດຍສະເພາະໃນຂົງເຂດການເຊື່ອມຈອດພາກພື້ນ, ການຄ້າ-ການລົງທຶນ, ການໄປມາຫາສູ່ກັນລະຫວ່າງປະຊາຊົນ, ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ເປັນຕົ້ນ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ – ສ ເກົາຫຼີ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອາຊຽນ – ສ ເກົາຫຼີ ຄົບຮອບ 35 ປີ ແລະ ເຫັນດີຍົກລະດັບການພົວພັນຮ່ວມມືອາຊຽນ – ສ ເກົາຫຼີ ຂຶ້ນສູ່ລະດັບໃໝ່. ພິເສດ, ກອງປະຊຸມ ໄດ້ເຫັນດີຕໍ່ຮ່າງຖະແຫຼງການຮ່ວມ ເພື່ອສ້າງຕັ້ງການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານອາຊຽນ – ສ ເກົາຫຼີ ເພື່ອສະເໜີຕໍ່ກອງປະຊຸມສຸດຍອດອາຊຽນ – ສ ເກົາຫຼີ ຄັ້ງທີ 25 ທີ່ຈະຈັດຂຶ້ນໃນເດືອນຕຸລາ 2024 ເພື່ອຮັບຮອງເອົາ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອິນເດຍ ໄດ້ຕີລາຄາສູງຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ອິນເດຍ (2021-2025) ເພື່ອຈັດຕັ້ງຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ອິນເດຍ ແນໃສ່ສົ່ງເສີມການພົວພັນຮ່ວມມືອາຊຽນ-ອິນເດຍ ໃນອະນາຄົດ. ພ້ອມນີ້, ກອງປະຊຸມ ຍັງໄດ້ເຫັນດີຮັດແໜ້ນການຮ່ວມມືທາງດ້ານເສດຖະກິດ, ການເຊື່ອມຈອດ, ການເຊື່ອມຈອດທາງດ້ານດີຈີຕອນ, ການສຶກສາ, ການສ້າງຂີດຄວາມສາມາດໃຫ້ແກ່ບຸກຄະລາກອນ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນ ແລະ ປະຊາຊົນຂອງສອງພາກພື້ນ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຣັດເຊຍ ໄດ້ຮັບຮອງເອົາຖະແຫຼງການຮ່ວມລັດຖະມົນຕີຕ່າງປະເທດອາຊຽນ-ຣັດເຊຍ ເພື່ອສະເຫຼີມສະຫຼອງການເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີ ຕາເວັນອອກສ່ຽງໃຕ້ ຂອງຣັດເຊຍ ຄົບຮອບ 20 ປີ. ນອກນີ້, ກອງປະຊຸມ ໄດ້ທົບທວນຄືນການພົວພັນຮ່ວມມືອາຊຽນ-ຣັດເຊຍ ໃນໄລຍະຜ່ານມາ ໂດຍສະເພາະຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມືອາຊຽນ-ຣັດເຊຍ (2021-2025) ແລະ ໄດ້ກໍານົດທິດທາງໃນການຮັດແໜ້ນການພົວພັນຮ່ວມມືອາຊຽນ-ຣັດເຊຍ ໃນຕໍ່ໜ້າ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອັງກິດ ໄດ້ທົບທວນຄືນການຮ່ວມມືອາຊຽນ-ອັງກິດ ໂດຍສະເພາະຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມືອາຊຽນ-ອັງກິດ (2022- 2026) ແລະ ໄດ້ຊຸກຍູ້ໃຫ້ສືບຕໍ່ການຈັດຕັ້ງປະຕິບັດແຜນປະຕິບັດງານດັ່ງກ່າວ ຢ່າງມີປະສິດທິພາບ ແລະ ຄົບຖ້ວນ ໂດຍເນັ້ນໃສ່ຂົງເຂດທີ່ມີຄວາມສົນໃຈຮ່ວມກັນ. ພ້ອມນີ້, ກອງປະຊຸມ ຍັງໄດ້ຮັບຮອງເອົາຖະແຫຼງການຮ່ວມອາຊຽນ-ອັງກິດ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ເພື່ອອະນາຄົດທີ່ໝັ້ນຄົງ ແລະ ຍືນຍົງ ເພື່ອສົ່ງເສີມການຮ່ວມມືດ້ານການເຊື່ອມໂຍງ ແລະ ເຊື່ອມຈອດ ລະຫວ່າງອາຊຽນ ແລະ ອັງກິດ ໃຫ້ເປັນຮູບປະທໍາ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ການາດາ ໄດ້ເຫັນດີຕໍ່ຂໍ້ສະເໜີຂອງ ການາດາ ເພື່ອຈັດກອງປະ ຊຸມສຸດຍອດອາຊຽນ-ການາດາ ສະໄໝພິເສດ ວ່າດ້ວຍເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ໃນເດືອນຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ. ພ້ອມນີ້, ສອງຝ່າຍ ຍັງໄດ້ເຫັນດີໃຫ້ມີການສ້າງແຜນປະຕິບັດງານອາຊຽນ-ການາດາ (2026-2030) ສະບັບໃໝ່ ເພື່ອປ່ຽນແທນແຜນປະຕິບັດງານສະບັບເກົ່າ ທີ່ຈະສິ້ນສຸດ ໃນທ້າຍປີ 2025 ນີ້. ໃນໂອກາດນີ້, ສປປ ລາວ ໄດ້ຮັບກຽດເປັນປະເທດປະສານງານສໍາລັບການຮ່ວມມືອາຊຽນ-ການາດາ ຈົນເຖິງປີ 2027.

ກອງປະຊຸມສາມຝ່າຍ ລະຫວ່າງປະທານອາຊຽນ, ເລຂາທິການໃຫຍ່ອາຊຽນ ແລະ ຕວັກກີ ໄດ້ສະແດງຄວາມຍິນດີຕໍ່ການຮັບຮອງເອົາແຜນປະຕິບັດງານສະບັບໃໝ່ ສໍາລັບສົກປີ 2024-2028 ເພື່ອເປັນພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດ ແລະ ການເສີມຂະຫຍາຍການເປັນຄູ່ຮ່ວມຂະແໜງການອາຊຽນ-ຕວັກກີ ໃນຕໍ່ໜ້າ. ນອກນີ້, ກອງປະຊຸມ ຍັງໄດ້ຮ່ວມກັນກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ໂດຍເນັ້ນໃສ່ບັນດາຂົງເຂດບຸລິມະສິດ ເປັນຕົ້ນແມ່ນການຄ້າ-ການລົງທຶນ, ການຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາ, ການສຶກສາ ແລະ ການພັດທະນາບຸກຄະລາກອນ ພ້ອມທັງຊຸກຍູ້ໃຫ້ມີການແລກປ່ຽນ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນຫຼາຍຍິ່ງຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments