Sunday, September 8, 2024
HomeUncategorizedພາກສ່ວນຕ່າງໆ ສືບຕໍ່ເຂົ້າວາງພວງມາລາ ໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງ

ພາກສ່ວນຕ່າງໆ ສືບຕໍ່ເຂົ້າວາງພວງມາລາ ໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງ

ໃນວັນທີ 26 ກໍລະກົດ ນີ້ ຢູ່ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ທີ່ນະຄອນຫຼວງວຽງຈັນ ພາກສ່ວນຕ່າງໆ ເປັນຕົ້ນ ບັນດາກະຊວງ, ທູຕານຸທູດ, ອົງການກວດສອບແຫ່ງລັດ, ສູນກາງສະຫະພັນແມ່ຍິງ, ສູນກາງສະຫະພັນກຳມະບານ, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ອະດີດນັກຮຽນທີ່ເຄີຍສຶກສາຢູ່ ສສ ຫວຽດນາມ, ບັນດານັກທຸລະກິດຫວຽດນາມ ແລະ ພາກສ່ວນອື່ນໆ ຍັງສືບຕໍ່ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນຝູຈ້ອງ ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.

ວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ໃນຄັ້ງນີ້, ເພື່ອເປັນການສະແດງຄວາມໂສກເສົ້າເສຍໃຈຢ່າງສຸດຊຶ້ງ ຕໍ່ການຈາກໄປ ຂອງສະຫາຍ ຫງວຽນ ຝູ໋ ຈ້ອງ ໃນວັນທີ 19 ກໍລະກົດ 2024 ຜ່ານມາ ຊຶ່ງເປັນການສູນເສຍຜູ້ນໍາປະຕິວັດທີ່ອົງອາດກ້າແກ່ນຂອງພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຕະຫຼອດຊີວິດແຫ່ງການເຄື່ອນ ໄຫວປະຕິວັດ ສະຫາຍ ໄດ້ອຸທິດຊີວິດ ເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນວຽກງານ ພາລະກິດປົດປ່ອຍຊາດ ພາລະ ກິດທ້ອນໂຮມປະເທດຊາດເປັນເອກະພາບ ແລະ ພາລະກິດປ່ຽນແປງໃໝ່ຂອງພັກກອມມູນິດຫວຽດນາມ. ພ້ອມນີ້, ສະຫາຍ ຍັງໄດ້ປະກອບສ່ວນອັນໃຫຍ່ຫຼວງ ລໍ້າຄ່າ ແລະ ສໍາຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຫວຽດນາມ-ລາວ ມາໂດຍຕະຫລອດ.

ພາບ: ຂັນໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments