Sunday, September 8, 2024
Homeຂ່າວໜ້າໜຶ່ງລາວ-ຍີ່ປຸ່ນ ເພີ່ມທະວີຮັດແໜ້ນການຮ່ວມມືສອງຝ່າຍ

ລາວ-ຍີ່ປຸ່ນ ເພີ່ມທະວີຮັດແໜ້ນການຮ່ວມມືສອງຝ່າຍ

ໂດຍຕອບຮັບຕາມການເຊື້ອເຊີນຂອງ ທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ນາງ ຄາມິກາວະ ໂຢໂກະ (KAMIKAWA Yoko) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແລະ ກອງປະຊຸມປິ່ນອ້ອມຕ່າງໆ ໃນລະຫວ່າງວັນທີ 25-27 ກໍລະກົດ 2024 ເພື່ອສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ.

ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ທ່ານ ສະເຫຼີມໄຊ ກົມມະສິດ ແລະ ທ່ານ ນາງ ຄາມິກາວະ ໂຢໂກະພ້ອມດ້ວຍຄະນະຜູ້ແທນຂອງສອງຝ່າຍ ໄດ້ຈັດຂຶ້ນໃນວັນທີ 26 ກໍລະກົດ 2024 ທີ່ກະຊວງການຕ່າງປະເທດ.

ໃນໂອກາດນີ້, ສອງຝ່າຍ ໄດ້ທົບທວນຄືນການພົວພັນຮ່ວມມືລາວ-ຍີ່ປຸ່ນ ໃນໄລຍະຜ່ານມາ, ໂດຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄືການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ-ຍີ່ປຸ່ນ ທີ່ສືບຕໍ່ໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງ, ສະແດງອອກຄືການນຳຂັ້ນສູງຂອງສອງປະເທດ ໄດ້ມີການພົບປະແລກປ່ຽນຢ້ຽມຢາມຢ່າງເປັນປົກກະຕິ, ການຮ່ວມມືສອງຝ່າຍໃນຂະແໜງການຕ່າງໆ ກໍໄດ້ຮັບການເສີມຂະຫຍາຍ ແລະ ຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ມີຜົນສຳເລັດ, ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອ ຊຶ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ.ໃນປີ 2025 ທີ່ຈະມາເຖິງ ສອງຝ່າຍຈະຮ່ວມກັນຈັດບັນດາກິດຈະກໍາຕ່າງໆເພື່ອສະເຫຼີມສະຫຼອງໃຫ້ແກ່ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ ແລະ ຄົບຮອບ 10 ປີ ໃນການເປັນຄູ່ຮ່ວມຍຸດທະສາດ. ພ້ອມນີ້, ຝ່າຍລາວ ກໍໄດ້ແຈ້ງໃຫ້ຊາບວ່າ ສປປ ລາວ ສະແດງຄວາມພ້ອມທີ່ຈະໄດ້ເປັນກຽດຕ້ອນຮັບພະນະທ່ານ ຟູມິໂອະກິຊິດະ ນາຍົກລັດຖະມົນຕີແຫ່ງປະເທດຍີ່ປຸ່ນ ໃນໂອກາດທີ່ຈະມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ທີ່ນະຄອນຫຼວງວຽງຈັນ ໃນທ້າຍເດືອນຕຸລາ 2024.

ພ້ອມດຽວກັນນີ້, ສອງຝ່າຍ ໄດ້ປຶກສາຫາລືທິດທາງແຜນການໃນຕໍ່ໜ້າໂດຍເຫັນດີໃຫ້ ສອງກະຊວງການຕ່າງປະເທດ ລາວ ແລະ ຍີ່ປຸ່ນ ສືບຕໍ່ເປັນໃຈກາງໃນການປະສານສົມທົບກັນຊຸກຍູ້ໃຫ້ສືບຕໍ່ມີການພົບປະແລກປ່ຽນຂອງບັນດາການນຳສອງປະເທດ ລາວ-ຍີ່ປຸ່ນ, ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຮ່ວມມືຂອງສອງລັດຖະບານ ລາວ-ຍີ່ປຸ່ນ ທີ່ໄດ້ລົງນາມແລ້ວນັ້ນ ໃຫ້ປະສົບຜົນສຳເລັດຕາມຄາດໝາຍ. ພ້ອມນີ້, ສອງຝ່າຍ ເຫັນດີສືບຕໍ່ຊຸກຍູ້ການຮ່ວມກັນດ້ານເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ວັດທະນະທໍາ, ທ່ອງທ່ຽວ ແລະ ຂະແໜງການອື່ນໆທີ່ມີທ່າແຮງນຳກັນ. ນອກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນໂອກາດນີ້, ຝ່າຍລາວ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຕະຫຼອດໄລຍະຜ່ານມາໂດຍສະເພາະການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ໃນບັນດາຂະແໜງການຕ່າງໆ ເປັນຕົ້ນການພັດທະນາຊັບພະຍາກອນມະນຸດ, ການພັດທະນາໂຄງລ່າງພື້ນຖານ, ການຊ່ວຍເຫຼືອວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO) ແລະ ອື່ນໆ. ພິເສດ ກໍແມ່ນໂຄງການປັບປຸງສະໜາມກິລາເຈົ້າອານຸວົງ ແລະ ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ປີ 2024, ທັງໝົດນີ້ ໄດ້ປະກອບສ່ວນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ. ສອງຝ່າຍ ຍັງໄດ້ຢືນຢັນຄືນຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ເພື່ອການພັດທະນາຂອງຂົງເຂດ ແລະ ພາກພື້ນໂດຍສະເພາະການຮ່ວມມື ອາຊຽນ-ຍີ່ປຸ່ນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ໃນຂະນະດຽວກັນ, ຝ່າຍຍີ່ປຸ່ນ ກໍໄດ້ຢືນຢັນຄືນຄວາມໝາຍໝັ້ນຂອງລັດຖະບານຍີ່ປຸ່ນ ໃນການສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມືກັບ ລັດຖະບານລາວ, ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດ ຍີ່ປຸ່ນ-ລາວກໍຄືການພົວພັນຮ່ວມມືໃນຂອບຍີ່ປຸ່ນ-ອາຊຽນ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ແລະຈະໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ການເປັນປະທານອາຊຽນ ປີ 2024 ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ.

(ຂ່າວ: ກະຊວງການຕ່າງປະເທດ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments