Friday, October 18, 2024
Homeຂ່າວໜ້າໜຶ່ງລາວ-ບຣູໄນ ສືບຕໍ່ຊຸກຍູ້ການຮ່ວມມືສອງຝ່າຍ

ລາວ-ບຣູໄນ ສືບຕໍ່ຊຸກຍູ້ການຮ່ວມມືສອງຝ່າຍ

ໃນໂອກາດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມປິ່ນອ້ອມ ຊຶ່ງຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 21-27 ກໍລະກົດ 2024, ທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບທ່ານ ດາໂຕະ ເອີລິວານ ເປຮິນ ຢູສອບລັດຖະມົນຕີການຕ່າງປະເທດ ຜູ້ທີ 2 ແຫ່ງ ບຣູໄນ ດາຣູຊາລາມໃນຕອນບ່າຍຂອງວັນທີ 24 ກໍລະກົດຜ່ານມາ, ເພື່ອປຶກສາຫາລື ແລະ ສືບຕໍ່ຊຸກຍູ້ການພົວພັນຮ່ວມມື ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ກໍຄືແນໃສ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ລາວ ແລະ ບຣູໄນ ດາຣູຊາລາມ ໃຫ້ມີບາດກ້າວຂະຫາຍຕົວຍິ່ງຂຶ້ນ.

ໃນການພົບປະສອງຝ່າຍ ໄດ້ຊົມເຊີຍ ແລະ ຕີລາຄາສູງ ຕໍ່ໝາກຜົນຂອງການຮ່ວມມືຕະຫຼອດໄລຍະ 30 ປີ ທີ່ຜ່ານມາ ທີ່ສືບຕໍ່ຂະຫຍາຍຕົວໃນຫຼາຍຂົງເຂດວຽກງານການພັດທະນາ ໂດຍສະເພາະການຍົກລະດັບການຮ່ວມມື ລະຫວ່າງ ສປປ ລາວ ແລະ ບຣູໄນ ດາຣູຊາລາມ ຂຶ້ນເປັນຄູ່ຮ່ວມຍຸດທະສາດ ໃນໂອກາດທີ່ ສົມເດັດ ຊຸນຕານ ເດີນທາງມາຢ້ຽມຢາມທາງລັດຖະກິດ ທີ່ ສປປ ລາວ ໃນປີ 2023 ຜ່ານມາ. ພ້ອມດຽວກັນນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລືກັນ ແລະ ທົບທວນຄືນ ຜົນຂອງການຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືທາງດ້ານກະສິກໍາ ທີ່ສອງລັດຖະບານໄດ້ລົງນາມຮ່ວມກັນ ໃນປີ 2022 ຊຶ່ງປັດຈຸບັນ ຝ່າຍບຣູໄນ ກຳລັງພິຈາລະນາ ແລະ ຄົ້ນຄ້ວາ ໃນດ້ານຕ່າງໆ ເພື່ອກ້າວໄປສູ່ການນຳເຂົ້າສິນຄ້າກະສິກຳ ຈາກ ສປປ ລາວ ໂດຍສະເພາະສິນຄ້າປະເພດເຂົ້າສານ ໃນອະນາຄົດອັນໃກ້ນີ້. ພ້ອມດຽວກັນນີ້, ສອງຝ່າຍຍັງໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະ ກ່ຽວກັບບັນສາພາກພື້ນ ແລະ ສາກົນອື່ນໆ ອີກດ້ວຍ.

(ຂ່າວ: ວັນເພັງ, ຂໍ້ມູນ-ພາບ: ກະຊວງການຕ່າງປະເທດ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments