Friday, October 18, 2024
HomeUncategorizedສປປ ລາວ-ສປ ຈີນ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ສປປ ລາວ-ສປ ຈີນ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ສະຫາຍ ຫວັງ ອີ້ຫົວໜ້າຫ້ອງການຄະນະກໍາມະການກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 24-28 ກໍລະກົດ 2024 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ກໍຄື ການພົວພັນທີ່ສະນິດແໜ້ນຂອງສອງກະຊວງການຕ່າງປະເທດ ລາວ ແລະ ຈີນ ໃຫ້ເລິກເຊິ່ງກວ່າເກົ່າ.

ກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 25 ກໍລະກົດ ຜ່ານມາ ທີ່ ໂຮງແຮມສຸພັດຕຣາພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ຫວັງ ອີ້ຫົວໜ້າຫ້ອງການຄະນະກໍາມະການກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ. ກອງປະຊຸມຄັ້ງນີ້, ສອງຝ່າຍ ໄດ້ທົບທວນຄືນການຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ແລະ ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າ ເພື່ອຊຸກຍູ້ສົ່ງເສີມການພົວພັນຮ່ວມມືສອງຝ່າຍໃນດ້ານຕ່າງໆ ເປັນຕົ້ນແມ່ນການຈັດຕັ້ງຜັນຂະຫຍາຍການຕົກລົງທີ່ເປັນເອກະພາບກັນຂອງການນໍາສູງສຸດຂອງ ສອງປະເທດ ກໍຄື ແຜນແມ່ນບົດ “ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ” ສະບັບໄໝ (2024-2028) ໂດຍສະເພາະແມ່ນ ການອໍານວຍຄວາມສະດວກໃຫ້ແກ່ການດໍາເນີນໂຄງການລົດໄຟລະຫວ່າງປະເທດ ລາວ-ຈີນ, ການພັດທະນາບັນດາໂຄງການທີ່ປິ່ນອ້ອມຕາມແລວເສດຖະກິດລາວ-ຈີນ ໃຫ້ເປັນຮູບປະທໍາເທື່ອລະກ້າວ. ນອກຈາກນັ້ນ, ສອງຝ່າຍເຫັນດີທີ່ຈະສືບຕໍ່ຮ່ວມມືກັນ ໃນການສ້າງຕັ້ງກົນໄກການປຶກສາຫາລືການຮ່ວມມືດ້ານການທູດເສດຖະກິດ ລາວ-ຈີນ; ວຽກງານການແກ້ໄຂບັນຫາເສດຖະກິດມະຫາພາກ; ການຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການທ່ອງທ່ຽວ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ຕໍ່ກັບສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ພາຍຫຼັງສໍາເລັດການພົບປະ, ສະຫາຍ ສະເຫຼີມໄຊ ກົມມະສິດ ແລະ ສະຫາຍ ຫວັງ ອີ້ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານຮ່ວມກັນ 3 ສະບັບ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສປ ຈີນ ຄື: 1. ໜັງສືມອບ-ຮັບໂຄງການຊ່ວຍເຫຼືອເພື່ອຍົກລະດັບ ແລະ ປັບປຸງໂຮງໝໍແຂວງຫຼວງພະບາງ; 2. ສານແລກປ່ຽນ ໂຄງການຊ່ວຍເຫຼືອເພື່ອຍົກລະດັບ ແລະ ປັບປຸງໂຮງຮຽນມັດທະຍົມສົມບູນ ສະຫວັນນະເຂດແລະ 3. ໜັງສືມອບ-ຮັບໂຄງການຊ່ວຍເຫຼືອພາຫະນະ ແລະ ອຸປະກອນເພື່ອຮັບໃຊ້ໃນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດໃນ ສປປ ລາວ ຄັ້ງທີ 5 ປີ 2025.

(ຂ່າວ-ພາບ: ກະຊວງການຕ່າງປະເທດ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments