Sunday, September 8, 2024
Homeຂ່າວໜ້າໜຶ່ງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຢ້ຽມຢາມພົບປະນາຍົກລັດຖະມົນຕີ ສສ ຫວຽດນາມ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຢ້ຽມຢາມພົບປະນາຍົກລັດຖະມົນຕີ ສສ ຫວຽດນາມ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມພົບປະ ສະຫາຍ ຟ້າມ ມິງຈິງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ໃນວັນທີ 25 ກໍລະກົດ ຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ. ໃນໂອກາດທີ່ເດີນທາງໄປວາງພວງມາລາໄຫວ້ອາໄລເຖິງສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.

ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ຟ້າມມິງຈິງ ພ້ອມຄະນະ ທີ່ໃຫ້ກຽດຕ້ອນຮັບອັນອົບອຸ່ນ ແລະ ສະໜິດສະໜົມເຕັມໄປດ້ວຍໄມຕີຈິດມິດຕະພາບອັນດູດດື່ມ ແລະ ແໜ້ນແຟ້ນ ຊຶ່ງເປັນການປະກອບສ່ວນສຳຄັນໃນການຮ່ວມມືອັນພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວທີ່ມີມູນເຊື້ອມາແຕ່ດົນນານໃຫ້ຈະເລີນງອກງາມ, ເພີ່ມພູນຄູນສ້າງຍິ່ງໆຂຶ້ນ. ພ້ອມດຽວກັນນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ສະແດງຄວາມຮູ້ສຶກເສຍໃຈ ແລະ ອາໄລຕໍ່ການຈາກໄປຂອງສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ. ຊຶ່ງພວກເຮົາຈະຈື່ຈຳຜົນງານທີ່ດີເດັ່ນຂອງສະຫາຍຫງວຽນ ຝູ ຈ້ອງ ຕະຫຼອດໄປ ແລະ ເຊື່ອໝັ້ນວ່າພາຍໃຕ້ການນຳພາອັນເດັດດ່ຽວໜຽວແໜ້ນຂອງສູນກາງພັກກອມມູນິດ ແລະ ປະຊາ ຊົນຫວຽດນາມ ຈະສືບຕໍ່ນຳພາລະກິດການປົກປັກຮັກສາ ແລະ ພັດທະນາປະເທດຊາດຫວຽດນາມອ້າຍນ້ອງໄດ້ຮັບຜົນສຳເລັດໃໝ່ຢ່າງໃຫຍ່ຫຼວງກວ່າເກົ່າ. ຂ່າວ: ຮ້ອຍເອກ ທອງມາ ໄຊຍະເພັງສາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments