Sunday, September 8, 2024
Homeຂ່າວພາຍໃນລາວ-ສະວິດ ຮ່ວມລົງນາມການຂົນສົ່ງທາງອາກາດ

ລາວ-ສະວິດ ຮ່ວມລົງນາມການຂົນສົ່ງທາງອາກາດ

ພິທີລົງນາມສົນທິສັນຍາທະວິພາຄີ ວ່າດ້ວຍການຂົນສົ່ງທາງອາກາດລະຫວ່າງ ສປປ ລາວ ແລະ ສະຫະ ພັນທະລັດສະວິດໄດ້ຈັດຂຶ້ນໃນວັນທີ 26 ກໍລະກົດນີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ); ຮ່ວມລົງນາມຄັ້ງນີ້ ຕາງໜ້າລັດຖະບານ ສປປ ລາວ ໂດຍທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ ຍທຂ ແລະ ທ່ານ ອາເລັກຊານເດີ ຟາເຊວ (H.E. Mr. Alexandre Fasel) ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສະວິດ. ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍທ່ານເອກອັກຄະລັດຖະທູດສະວິດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ 2 ຝ່າຍ.

ການເຊັນສັນຍາຄັ້ງນີ້ ເພື່ອປ່ຽນແທນສົນທິສັນຍາທີ່ທັງ 2 ຝ່າຍໄດ້ຮ່ວມລົງນາມໃນວັນທີ 15 ທັນວາປີ 1999, ເພື່ອເປັນການເພີ່ມທະວີການຮ່ວມມືຂອງທັງ 2 ປະເທດດ້ານວຽກງານການບິນພົນລະເຮືອນ, ຮັບປະກັນການເຊື່ອມໂຍງເຊື່ອມຈອດ, ສົ່ງເສີມ ແລະ ອໍານວຍຄວາມສະດວກການເປີດຖ້ຽວບິນຂົນສົ່ງຜູ້ໂດຍສານ, ສິນຄ້າ ແລະ ໄປສະນີພັນ, ຄຽງຄູ່ກັນນີ້, ຍັງເປັນການສົ່ງເສີມການຄ້າ, ການທ່ອງທ່ຽວ ແລະ ການລົງທຶນລະຫວ່າງ 2 ປະເທດ ເພື່ອສ້າງລາຍຮັບໃຫ້ແກ່ປະເທດຊາດ, ພ້ອມດ້ວຍການຍົກບົດບາດຂະແໜງການບິນພົນລະເຮືອນ ກໍຄືຕະຫຼາດການບິນຂອງ ສປປ ລາວ ຂຶ້ນຕື່ມອີກ ໃນເວທີສາກົນ. ຊຶ່ງໃນປີ 2024 ນີ້ ຖືເປັນນິມິດໝາຍທີ່ດີ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ແລະ ພິທີເຊັນສົນທິສັນຍາ ວ່າດ້ວຍການຂົນສົ່ງທາງອາກາດລະຫວ່າງ ສປປ ລາວ ແລະ ສະຫະພັນທະລັດສະວິດເຊີແລນ ກໍເປັນອີກໜຶ່ງວາລະທີ່ສຳຄັນທີ່ລັດຖະບານແຫ່ງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ, ຊຶ່ງຈະຊ່ວຍເສີມຂະຫຍາຍວຽກງານຂົນສົ່ງທາງອາກາດລາວ ອອກສູ່ສາກົນ.

ຂ່າວ-ພາບ: ຍຸພິນທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments