Sunday, September 8, 2024
Homeຂ່າວຕ່າງປະເທດປີ 2023 ປະຊາກອນຍີ່ປຸ່ນ ຫຼຸດລົງຫຼາຍທີ່ສຸດເປັນສະຖິຕິ

ປີ 2023 ປະຊາກອນຍີ່ປຸ່ນ ຫຼຸດລົງຫຼາຍທີ່ສຸດເປັນສະຖິຕິ

ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ກໍລະກົດ ຜ່ານມາ, ກະຊວງພາຍໃນ ແລະ ການສື່ສານ ຂອງຍີ່ປຸ່ນ ເປີດເຜີຍວ່າ: ຍີ່ປຸ່ນມີຈຳນວນປະຊາກອນ 121.561.801 ຄົນ ໃນປີ 2023 ຫຼຸດລົງ 861.000 ຄົນ ຫຼື 0,7% ຈາກປີກ່ອນໜ້າ ຊຶ່ງຫຼຸດລົງຕິດຕໍ່ກັນເປັນປີທີ 15 ແລະ ເປັນການຫຼຸດລົງຄັ້ງໃຫຍ່ທີ່ສຸດນັບຕັ້ງແຕ່ເລີ່ມມີການສຳຫຼວດໃນປີ 1968.

ຜົນການສຳຫຼວດປະຊາກອນຈາກກະຊວງດັ່ງກ່າວ ລະບຸວ່າ: ຈຳນວນປະຊາກອນຂອງຍີ່ປຸ່ນ ຊຶ່ງລວມເຖິງຜູ້ຢູ່ອາໄສຊາວຕ່າງປະເທດ ຫຼຸດລົງປະມານ 532.000 ຄົນ ຫຼື 0,42% ເຫຼືອຢູ່ 124.885.175 ຄົນ ເມື່ອນັບເຖິງວັນທີ 1 ມັງກອນ 2024.

ປະຊາກອນຊາວຕ່າງປະເທດໃນຍີ່ປຸ່ນເພີ່ມຂຶ້ນ 329.535 ຫຼື 11,01% ລວມມີ 3.323.374 ຄົນໃນປີກ່ອນ ຫຼັງຈາກສິ້ນສຸດມາດຕະການຄວບຄຸມຊາຍແດນ ເພື່ອປ້ອງກັນໂຣກໂຄວິດ-19 ເມື່ອເດືອນເມສາ 2023 ຊຶ່ງຊ່ວຍສະໜັບສະໜູນການກັບມາຂອງນັກສຶກສາຕ່າງປະເທດ ແລະ ຜູ້ຝຶກງານດ້ານເຕັກນິກ.

ຈຳນວນຜູ້ຢູ່ອາໄສຊາວຕ່າງປະເທດເພີ່ມຂຶ້ນໃນ47 ແຂວງຂອງຍີ່ປຸ່ນ ແລະ ລື່ນກາຍ 3 ລ້ານຄົນເປັນຄັ້ງທຳອິດ, ໂດຍມີພຽງນະຄອນຫຼວງໂຕກຽວເທົ່ານັ້ນທີ່ມີຈຳນວນປະຊາກອນຊາວຍີ່ປຸ່ນເພີ່ມຂຶ້ນເລັກນ້ອຍ 3.933 ຄົນ ຫຼື 0,03% ເນື່ອງຈາກມີຜູ້ຄົນຫຼັງໄຫຼເຂົ້າສູ່ເມືອງຫຼວງເປັນຈຳນວນຫຼາຍ.ປະຊາກອນໂດຍລວມ ຊຶ່ງນັບລວມຊາວຕ່າງປະເທດເພີ່ມຂຶ້ນໃນ 3 ແຂວງເຊັ່ນ: ນະຄອນຫຼວງໂຕກຽວ, ຊິບະ ແລະ ໂອກິນາວາ ເມື່ອທຽບເປັນປີຕໍ່ປີ ຂະນະທີ່ຈຳນວນປະຊາກອນໃນ 44 ແຂວງອື່ນໆນັ້ນຫຼຸດລົງ.

ກະຊວງດັ່ງກ່າວລະບຸວ່າ: ອັດຕາການເກີດໃນຍີ່ປຸ່ນຕໍ່າທີ່ສຸດເປັນສະຖິຕິ ຢູ່ທີ່ 730.000 ຄົນ ຊຶ່ງສວນທາງກັບຈຳນວນຜູ້ເສຍຊີວິດທີ່ເພີ່ມສູງເປັນສະຖິຕິ ຢູ່ທີ່ 1,58 ລ້ານຄົນ ຈຶ່ງເປັນປັດໄຈສຳຄັນທີ່ເຮັດໃຫ້ຈຳນວນປະຊາກອນຫຼຸດລົງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments