Sunday, September 8, 2024
Homeຂ່າວຕ່າງປະເທດທ່ານ ຫງວຽນຝູຈ້ອງ ປະກອບສ່ວນຢ່າງໃຫຍ່ຫຼວງສ້າງສະພາແຫ່ງຊາດຫວຽດນາມ ໃຫ້ໝັ້ນຄົງເຂັ້ມແຂງ

ທ່ານ ຫງວຽນຝູຈ້ອງ ປະກອບສ່ວນຢ່າງໃຫຍ່ຫຼວງສ້າງສະພາແຫ່ງຊາດຫວຽດນາມ ໃຫ້ໝັ້ນຄົງເຂັ້ມແຂງ

ວິທະຍຸກະຈາຍສຽງຫວຽດນາມລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມປະກອບສ່ວນຢ່າງໃຫຍ່ຫຼວງໃນການຊີ້ນຳ, ສ້າງສະພາແຫ່ງຊາດ ຫວຽດນາມ ໃຫ້ໝັ້ນຄົງເຂັ້ມແຂງ, ການເຄື່ອນໄຫວໃຫ້ນັບມື້ນັບບັນລຸປະສິດທິຜົນ, ສົມກັບບົດບາດ, ທີ່ຕັ້ງແມ່ນອົງການຜູ້ແທນສູງສຸດຂອງປະຊາຊົນ. ນີ້ແມ່ນໜຶ່ງໃນບັນດາເນື້ອໃນຕົ້ນຕໍໃນບົດຂຽນຂອງທ່ານ ເຈິ່ນແທັງເໝີນ ປະທານສະພາແຫ່ງຊາດ ຫວຽດນາມ, ດ້ວຍຫົວຂໍ້ວ່າ: “ປະຕິບັດຄວາມມຸ່ງມາດປາຖະໜາຂອງທ່ານເລຂາທິການໃຫຍ່, ສະພາແຫ່ງຊາດຈະສືບຕໍ່ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວ ຕອບສະໜອງຄວາມຮຽກຮ້ອງພັດທະນາປະເທດຊາດ ແລະ ຄວາມມຸ່ງມາດປາຖະໜາຂອງປະຊາຊົນ”.

ຂ່າວລະບຸວ່າ: ບົດຂຽນທີ່ລົງພິມໃນບັນດາສື່ຕ່າງໆໃນວັນທີ 23 ກໍລະກົດ ຜ່ານມາ, ທ່ານ ເຈິ່ນແທັງເໝີນ ເນັ້ນໜັກວ່າ: ເຖິງວ່າຈະດຳລົງຕຳແໜ່ງໃດກໍຕາມ, ທ່ານ ຫງວຽນຝູຈ້ອງ ກໍເອົາໃຈໃສ່ເປັນພິເສດ, ການຊີ້ນຳ-ນຳພາຢ່າງຮອບດ້ານ, ພາວະວິໄສ, ມີວິທະຍາສາດ.ໃນບັນດາອາຍຸການມໍ່ໆມານີ້, ສະພາແຫ່ງຊາດໄດ້ມີບາດກ້າວເດີນຖືກທິດ, ຍົກສູງປະສິດທິຜົນ ແລະ ຄຸນນະພາບການເຄື່ອນໄຫວ, ເສີມຂະຫຍາຍລັກສະນະປະຊາທິປະໄຕ, ອຳນາດກົດໝາຍ, ປະຕິບັດສິດເປັນເຈົ້າຂອງປະຊາຊົນຢ່າງຄົບຖ້ວນ.

ທ່ານ ເຈິ່ນແທັງເໝີນ ເນັ້ນໜັກວ່າ: ທ່ານ ຫງວຽນຝູຈ້ອງ ຍາມໃດກໍຕັກເຕືອນສະພາແຫ່ງຊາດວ່າ “ຕ້ອງໃກ້ຊິດ, ຕິດພັນກັບປະຊາຊົນຢ່າງສະໜິດແໜ້ນ, ກຳແໜ້ນຢ່າງຄົບຖ້ວນ, ເຂົ້າໃຈຄວາມໃນໃຈ, ຄວາມມຸ່ງມາດປາຖະໜາຂອງປະຊາຊົນຢ່າງເລິກເຊິ່ງ ແລະ ຄວາມຮຽກຮ້ອງຢ່າງຊອບທຳຂອງປະຊາຊົນ, ເຄົາລົບ ຮັບຟັງ, ສ່ອງແສງເຈດຈຳນົງ, ຄວາມມຸ່ງມາດປາຖະໜາຂອງປະຊາຊົນຢ່າງຄົບຖ້ວນ”. ນີ້ແມ່ນປັດໄຈສຳຄັນເພື່ອຮັບປະກັນໃຫ້ສະພາແຫ່ງຊາດມີບັນດານະໂຍບາຍຢ່າງຖືກຕ້ອງ ແລະ ແມ່ນອົງການຕາງໜ້າສູງສຸດຂອງປະຊາຊົນຢ່າງແທດຈິງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments