Home ຂ່າວໜ້າໜຶ່ງ ສະຫາຍ ທອງລຸນ ສີສຸລິດ ພົບປະກັບ ສະຫາຍ ໂຕເລິມ ປະທານປະເທດ ແລະ ສະຫາຍ ຟ້າມມິງຈິງ ນາຍົກລັດຖະມົນຕີ ແຫ່ງ...

ສະຫາຍ ທອງລຸນ ສີສຸລິດ ພົບປະກັບ ສະຫາຍ ໂຕເລິມ ປະທານປະເທດ ແລະ ສະຫາຍ ຟ້າມມິງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

0
25

ເນື່ອງໃນໂອກາດທີ່ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ສປປ ລາວ ພ້ອມພັນລະຍາ ແລະ ການນຳຂັ້ນສູງ ເດີນທາງມາເຂົ້າຮ່ວມພິທີໄວ້ອາໄລ ແລະ ງານຊາປະນະກິດ ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ລະຫວ່າງ ວັນທີ 25-26 ກໍລະກົດ ນີ້ ທີ່ນະຄອນຫຼວງຮ່າໂນ້ຍ.

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ພ້ອມຄະນະ ໄດ້ພົບປະກັບ ສະຫາຍ ໂຕເລິມ ປະທານປະເທດ ສສ ຫວຽດນາມ. ການພົບປະຄັ້ງນີ້ໄດ້ດຳເນີນ ໃນບັນຍາກາດທີ່ໂສກເສົ້າເສຍດາຍ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນຝູຈ້ອງ ຊຶ່ງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ໄດ້ກ່າວບາງຕອນສຳຄັນວ່າ: ໃນນາມ ພັກປະຊາຊົນ ປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ, ແນວລາວສ້າງຊາດ ແລະ ປະຊາຊົນລາວ ບັນດາເຜົ່າ ຂໍສະແດງຄວາມໂສກເສົ້າເສຍໃຈ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຶ່ງແມ່ນການສູນເສຍອັນຍິ່ງໃຫຍ່, ສູນເສຍຜູ້ນໍາປະຕິວັດທີ່ອົງອາດກ້າແກ່ນຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ. ສະຫາຍເລຂາທິການໃຫຍ່, ປະທານປະເທດ ຍັງໄດ້ກ່າວເນັ້ນວ່າ ສະຫາຍ ຫງວຽນຝູຈ້ອງ ແມ່ນສະຫາຍທີ່ເຄົາລົບຮັກ, ເພື່ອນທີ່ຍິ່ງໃຫຍ່ ແລະ ໃກ້ຊິດ ສະໜິດສະໜົມຂອງ ພັກ, ລັດ ແລະ ປະຊາຊົນລາວ. ການຈາກໄປຂອງ ສະຫາຍ ຫງວຽນ ຝູຈ້ອງ ກໍແມ່ນຄວາມສູນເສຍຢ່າງໃຫຍ່ຫຼວງຂອງ ພັກ, ລັດ ແລະ ປະຊາຊົນລາວ.

ສະຫາຍ ໂຕເລິມ ກໍໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງ ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະ ທີ່ໄດ້ເດີນທາງມາຮ່ວມພິທີໄວ້ອາໄລ ແລະ ແບ່ງເບົາຄວາມທຸກໂສກນຳ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ. ສອງຝ່າຍໄດ້ຫວນຄືນເຖິງຄຸນງາມຄວາມດີຂອງ ສະຫາຍ ຫງວຽນຝູຈ້ອງ ຕໍ່ການພັດທະນາ ແລະ ປົກປັກຮັກສາປະເທດຫວຽດນາມ ແລະ ການເພີ່ມພູນຄູນສ້າງ ສາຍພົວພັນສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງປະເທດ, ຈະພ້ອມກັນສືບຕໍ່ພາລະກິດຂອງ ສະຫາຍ ຫງວຽນຟູຈ້ອງ ໃນການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກຍິ່ງໆຂຶ້ນ.

ໃນຕອນເຊົ້າວັນທີ 26 ກໍລະກົດ ນີ້ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ພ້ອມຄະນະ ຍັງໄດ້ພົບປະກັບ ສະຫາຍ ຟ້າມມິງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ. ໃນການພົບປະຄັ້ງນີ້, ສະຫາຍເລຂາທິການໃຫຍ່ ປະທານປະເທດ ໄດ້ກ່າວສະແດງຄວາມເສຍໃຈນຳ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ທີ່ໄດ້ສູນເສຍຜູ້ນຳທີ່ອົງອາດ ເດັດດ່ຽວໃນການປະຕິບັດລະບຽບຫຼັກການຂອງພັກ, ໂດຍສະເພາະ ແມ່ນວຽກງານປັບປຸງ ແລະ ກໍ່ສ້າງພັກໃຫ້ເຂັ້ມແຂງ, ປອດໃສ ກໍຄືວຽກງານການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ອັນໄດ້ເຮັດໃຫ້ປະເທດຫວຽດນາມ ມີການພັດທະນາຢ່າງບໍ່ຢຸດຢັ້ງ, ຖານະບົດບາດຂອງຫວຽດນາມ ໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງໃນເວທີພາກພື້ນ ແລະ ສາກົນ. ສະຫາຍເລຂາທິການໃຫຍ່ ປະທານປະເທດ ໄດ້ກ່າວຂອບໃຈຕໍ່ການຊ່ວຍເຫຼືອຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ໃຫ້ແກ່ປະຊາຊົນລາວ. ຍົກໃຫ້ເຫັນບັນດານະໂຍບາຍຕ່າງໆ ທີ່ລັດຖະບານລາວກຳລັງສຸມໃສ່ເພື່ອແກ້ໄຂບັນຫາ ຄວາມຫຍຸ້ງຍາກດ້ານເສດຖະກິດ – ການເງິນ.

ຕໍ່ການສູນເສຍອັນໃຫຍ່ຫຼວງຄັ້ງນີ້, ສອງຝ່າຍ ໄດ້ຖືເອົາການສູນເສຍ ດັ່ງກ່າວ ກາຍເປັນກໍາລັງແຮງ ເພື່ອສືບຕໍ່ພາລະກິດຂອງ ສະຫາຍ ຫງວຽນຝູຈ້ອງ ທີ່ໄດ້ສ້າງປະໄວ້ໃຫ້ສືບຕໍ່ແຕກດອກອອກຜົນ, ສືບຕໍ່ຮັດແໜ້ນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ; ຫວຽດນາມ-ລາວ ໃຫ້ໜັກແໜ້ນຂຶ້ນຕື່ມ, ສຸມໃສ່ປະຕິບັດບັນດາຂໍ້ຕົກ ລົງໃນລະດັບສູງຂອງ ສອງພັກ, ສອງລັດ ໃຫ້ປະກົດຜົນເປັນຈິງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here