Sunday, September 8, 2024
Homeຂ່າວໜ້າໜຶ່ງກອງປະຊຸມພົບປະ 3 ຝ່າຍ ລະຫວ່າງ ລັດຖະມົນຕີຕ່າງປະເທດ ລາວ-ຈີນ-ຣັດເຊຍ

ກອງປະຊຸມພົບປະ 3 ຝ່າຍ ລະຫວ່າງ ລັດຖະມົນຕີຕ່າງປະເທດ ລາວ-ຈີນ-ຣັດເຊຍ

ໃນຕອນບ່າຍຂອງວັນທີ 25 ກໍລະກົດ 2024 ໄດ້ມີການຈັດກອງປະຊຸມພົບປະ 3 ຝ່າຍ ລາວ-ຈີນ-ຣັດເຊຍ ຂຶ້ນຢູ່ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ຫວັງ ອີ້, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ແລະ ທ່ານ ເຊີຣເກ ລາວະຣົບ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະຜູ້ແທນຂອງທັງສາມຝ່າຍ.

ໃນກອງປະຊຸມຄັ້ງນີ້ ສາມຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ 3 ປະເທດໃນໄລຍະຜ່ານມາ ໂດຍສະເພາະທາງດ້ານການເມືອງ, ເສດຖະກິດ ແລະ ອື່ນໆ ແລະ ເຫັນພ້ອມຮ່ວມກັນ ຈະສືບຕໍ່ປະສານສົມທົບ ແລະ ແລກປ່ຽນຂໍ້ມູນ ແລະ ຄວາມຄິດເຫັນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ໂອກາດນີ້ ຝ່າຍລາວ ໄດ້ສະແດງຄວາມຂອບໃຈ ຝ່າຍ ຈີນ ແລະ ຣັດເຊຍ ທີ່ໄດ້ເດີນມາເຂົ້າຮ່ວມກອງປະຊຸມລັດຖະມົນຕີອາຊຽນຄັ້ງທີ່ 57 ໃນຄັ້ງນີ້ ແລະ ຂອບໃຈ ທີ່ໄລຍະຜ່ານມາ ຝ່າຍຈີນ ແລະ ຣັດເຊຍ ໄດ້ເຊື້ອເຊີນ ສປປ ລາວ ເຂົ້າຮ່ວມກອງປະຊຸມທີ່ຈີນ ແລະ ຣັດເຊຍ ໄດ້ຈັດຂຶ້ນ ເປັນຕົ້ນ: ກອງປະຊຸມໜຶ່ງແລວໜຶ່ງເສັ້ນທາງ ຢູ່ ສປ. ຈີນ, ກອງປະຊຸມ BRICS ແລະ ເວທີປຶກສາຫາລືດ້ານເສດຖະກິດທີ່ໄດ້ຈັດຂຶ້ນ ຢູ່ ຣັດເຊຍ ກໍ່ຄື ກອງປະຊຸມອື່ນໆ. ພ້ອມດຽວກັນນີ້, ກໍຫວັງວ່າ ຝ່າຍຈີນ ແລະ ຣັດເຊຍ ຈະສືບຕໍ່ສະໜັບສະໜຸນການເຂົ້າຮ່ວມກອງປະຊຸມຕ່າງໆ ກໍ່ຄືການເຂົ້າຮ່ວມໃນອົງການຈັດຕັ້ງພາກພື້ນ ແລະ ສາກົນ. ຝ່າຍຈີນ ແລະ ຣັດເຊຍ ຍິນດີຈະເຊື້ອເຊີນ ແລະ ສະໜັບສະໜຸນຝ່າຍລາວ ໃນການເຂົ້າຮ່ວມກອງປະຊຸມທີ່ຕົນຈັດຂຶ້ນ ລວມທັງການເຂົ້າຮ່ວມອົງການພາກພື້່ນ ແລະ ສາກົນ, ພ້ອມທັງ ສະແດງຄວາມຊົມເຊີຍການເປັນປະທານກອງປະຊຸມ ອາຊຽນ ຂອງ ສປປ ລາວ. ນອກຈາກນັ້ນ, ສາມຝ່າຍ ໄດ້ຕີລາຄາ ແລະ ແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບ ສະພາບການໃນພາກພື້ນ ແລະ ສາກົນໃນປັດຈຸບັນທີ່ມີການຜັນແປໄປຢ່າງສັບສົນ ລວມທັງແລກປ່ຽນຄຳຄິດເຫັນ ກ່ຽວກັບ ການພົວພັນຮ່ວມມື ລະຫວ່າງ ສປຈີນ, ຣັດເຊຍ ກັບອາຊຽນ ແລະ ອື່ນໆ. ສາມຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບ ການສົ່ງເສີມການຮ່ວມມືກັນທາງດ້ານເສດຖະກິດ ລະຫວ່າງສາມປະເທດ ໂດຍສະເພາະ ແມ່ນການເຊື່ອມໂຍງເຊື່ອມຈອດ ລາວ-ຈີນ-ຣັດເຊຍ ທາງຄົມມະນາຄົມ ໂດຍນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ໄປເຖິງຣັດເຊຍ  ແລະ ໄປເຖິງເອີຣົບ ເພື່ອແນໃສ່ສົ່ງເສີມ ການຂົນສົ່ງ, ການທ່ອງທ່ຽວ ກໍ່ຄື ການໄປມາຫາສູ່ກັນ ລະຫວ່າງ 3 ປະເທດ ລວມທັງ ປະເທດໃນຂົງເຂດພາກພື້ນອາຊຽນ.      

ກອງປະຊຸມພົບປະ 3 ຝ່າຍ ລະຫວ່າງ ລາວ-ຈີນ-ຣັດເຊຍ ຄັ້ງນີ້້ ແມ່ນຈັດຂຶ້ນເປັນຄັ້ງທໍາອິດ ໂດຍໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ, ຊຶ່ງ 3 ຝ່າຍ ໄດ້ເຫັນດີເປັນເອກະພາບຕີລາຄາສູງຕໍ່ການຈັດກອງປະຊຸມຄັ້ງນີ້ ແລະ ຖືເປັນເວທີປຶກສາຫາລືທີ່ມີຄວາມໝາຍ, ທັງຍັງເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ລາວ-ຈີນ-ຣັດເຊຍ ໃຫ້ກ້າວສູ່ລວງເລິກໃນຫຼາຍຂົງເຂດການຮ່ວມມື.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments