Sunday, September 8, 2024
Homeຂ່າວໜ້າໜຶ່ງການພົບປະສອງຝ່າຍລະຫວ່າງລັດຖະມົນຕີຕ່າງປະເທດລາວ ແລະ ອັງ​ກິດ

ການພົບປະສອງຝ່າຍລະຫວ່າງລັດຖະມົນຕີຕ່າງປະເທດລາວ ແລະ ອັງ​ກິດ

ໃນ​ຕອນບ່າຍຂອງວັນທີ 26 ກໍລະກົດ 2024, ທີ່ຫໍປະຊຸມແຫ່ງຊາດ (NCC),  ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ເດວິດ ແລມມີ, ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ​ອັງ​ກິດ ແລະ ອຽກ​ລັງ​ເໜືອ ພ້ອ​ມ​ດ້ວຍ​ຄະ​ນະ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ ຄັ້ງທີ 57, ໃນວັນທີ 21-27 ກໍລະກົດ 2024 ທີ່ ນະຄອນຫຼວງວຽງຈັນ.

ສອງຝ່າຍ ໄດ້ພ້ອມກັນຕີລາຄາຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃນໄລຍະຜ່ານມາ, ນັບແຕ່ ສອງປະເທດ ​ໄດ້ສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດນໍາກັນ, ການ​ພົວພັນ​ຮ່ວມມື ລະຫວ່າງ ​ສອງ​ປະ​ເທດ​ແມ່ນ​ມີທ່າກ້າວ ແລະ ຂະຫຍາຍຕົວດີຂຶ້ນເປັນກ້າວໆ.  ພ້ອມກັນນີ້, ສອງຝ່າຍ ກໍໄດ້ແລກປ່ຽນຄໍາເຫັນ ກ່ຽວກັບ ສະພາບພາຍໃນ ຂອງ ກັນແລະກັນ. ພ້ອມດຽວກັນນີ້, ສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບ ການຮ່ວມມືໃນຂອບອາຊຽນ-ອັງກິດ ແລະ ເຫັນພ້ອມໃນການຊຸກຍູ້ສົ່ງເສີມໃນການພົວພັນຮ່ວມມື ອາຊຽນ-ອັງກິດ ແລະ ​ສົ່ງ​ເສີມ​ການ​ພົວ​ພັນ​ຮ່ວມ​ມື​ທີ່​​ມາແລ້ວນັ້ນ ໃຫ້​ເຂັ້ມ​ແຂງ ແລະ ​ຂະ​ຫຍາຍ​ຕົວ​ຍິ່ງ​ໆຂຶ້ນ​ໃນ​ຕໍ່​ໜ້າ. ພ້ອມທັງ ໄດ້ແລກ​ປ່ຽນ​ທັດ​ສະ​ນະ​ຕໍ່​ສະ​ພາບ​ການ​ພາກ​ພື້ນ ແລະ ສາ​ກົນທີ່​ພົ້ນ​ເດັ່ນ ທີ່ສອງ​ຝ່າຍ​ມີ​ຄວາມ​ສົນ​ໃ​ຈ ຮ່ວມ​ກັນ ແລະ ອັງກິດຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ການເປັນປະທານອາຊຽນ ຂອງ ສປປ ລາວ. ການ​ເດີນທາງມາ ສປປ ລາວ ໃນ​ຄັ້ງ​ນີ້ ຖືເປັນຄັ້ງທຳອິດ ຂອງ ​ທ່ານ ເດວິດ ແລມມີ, ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ​ ອັງ​ກິດ ພາຍຫຼັງທີ່ທ່ານໄດ້ຖືກແຕ່ງຕັ້ງເປັນ ລັດຖະມົນຕີກະຊວງຕ່າງປະເທດ ອັງກິດ, ຊຶ່ງເປັນ​ຂີດ​ໝາຍ​ອັນ​ສຳ​ຄັນແຫ່ງ​ການ​ເສີມ​ຂະ​ຫຍາຍ​​ສາຍ​ພົ​ວ​ພັນມິດຕະພາບ ແລະ ການ​ຮ່ວມ​ມືອັນດີ ລະຫວ່າງ ສອງ​ປະ​ເທດ​ໃຫ້​ມີ​ບາດ​ກ້າວອັນ​ໃໝ່.

ໃນໂອກາດດັ່ງກ່າວນີ້, ສອງຝ່າຍ ໄດ້ມີພິທີລົງນາມຮ່ວມກັນ ໃນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະບານ ແຫ່ງ ສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກ່ຽວກັບ ຂອບວຽກເສດຖະກິດສີຂຽວ (Green Economy Framework). ໃນການເດີນທາງມາເຂົ້າຮ່ວມກອງປະຊຸມອາຊຽນໃນຄັ້ງນີ້, ​ຄະ​ນະ​ຜູ້​ແທນ​ອັງ​ກິດ ກໍໄດ້​ເຂົ້າຢ້ຽມຂໍ່ານັບ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments