Sunday, September 8, 2024
Homeຂ່າວໜ້າໜຶ່ງທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບພົບປະຂອງທ່ານຮອງລັດຖະມົນຕີຕ່າງປະເທດສະວິດ

ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບພົບປະຂອງທ່ານຮອງລັດຖະມົນຕີຕ່າງປະເທດສະວິດ

ໃນຕອນບ່າຍຂອງ ​ວັນ​ທີ 26 ກຸມພາ 2024, ທີ່ຫໍປະຊຸມແຫ່ງຊາດ (NCC), ​ທ່ານ ​ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບພົບປະ ຂອງ ທ່ານ ອາເລັກຊັງ ຟາແຊນລ໌, ຮອງລັ​ດຖະ​ມົນຕີ ກະຊວງການຕ່າງປະເທດ ແຫ່ງ ສະມາພັນທະລັດ ສະວິດ ພ້ອມຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດ ອາຊຽນ ຄັ້ງທີ 57, ທີ່ ນະຄອນຫຼວງວຽງຈັນ.

ໃນການຢ້ຽມຂ່ຳນັບພົບປະຄັ້ງນີ້,  ສອງຝ່າຍ ໄດ້ທົບທວນຄືນການພົວພັນຮ່ວມມື ໃນໄລຍະຜ່ານມາ, ພ້ອມທັງ ຕິດຕາມຜົນຂອງການເດີນທາງຢ້ຽມຢາມ ສະວິດ ຢ່າງເປັນທາງການຂອງ ທ່ານ ຮອງນາຍົກລັດຖະມົນຕີ ໃນທ້າຍເດືອນ ກຸມພາ 2024 ທີ່ຜ່ານມາ. ພ້ອມກັນນີ້, ສອງຝ່າຍ ຍັງໄດ້ຕີ​ລາ​ຄາ​ສູງ​ຕໍ່​​ສາຍ​ພົວ​ພັນມິດ​ຕະ​ພາບ ແລະ ການ​ຮ່ວມ​ມືອັນ​ດີ ລະ​ຫວ່າງ ສປປ ລາວ ແລະ ສະວິດ ຕະຫຼອດໄລຍະ 60 ກວ່າປີຜ່ານມາ. ຝ່າຍ ສະວິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ການເປັນປະທານອາຊຽນ ຂອງ ສປປ ລາວ. ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ລັດຖະບານ ແລະ ປະ​ຊາ​ຊົນ​ ສະ​ວິດ ທີ່ໃຫ້ການສະໜັບສະໜູນໃນໄລຍະຜ່ານມາ ກໍຄື ການໃຫ້ຄໍາໝັ້ນສັນຍາ ທີ່ຈະສືບຕໍ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນຕໍ່ໜ້າ ຕໍ່ການພັດທະນາ ເສດຖະກິດ-ສັງຄົມ. ພ້ອມກັນນີ້, ຝ່າຍ ສະວິດ ກໍໄດ້ຢືນຢັນ ຈະສະໜັບສະໜູນລາວ ໃນ ໂຄງການຝຶກອົບຮົມວິຊາຊີບ ໃນໄລຍະ 2. ທ່ານ ຮອງນາຍົກ ຍັງໄດ້ຊຸກຍູ້ໃຫ້ມີການສົ່ງເສີມຮ່ວມມືທາງດ້ານການຄ້າ-ການລົງທຶນ ໃຫ້ຫຼາຍຂຶ້ນ ແລະ ຍັງໄດ້ຊຸກຍູ້ໃຫ້ຝ່າຍ ສະວິດ ສະໜັບສະໜູນທາງດ້ານເຕັກນິກ-ວິຊາການ, ເຕັກໂນໂລຊີ  ໃນຂະແໜງກະສິກຳ.

ນອກຈາກນັ້ນ, ສອງຝ່າຍ ໄດ້ເນັ້ນເຖິງຄຸນລັກສະນະທີ່ຄ້າຍຄືກັນ ລະຫວ່າງ ສອງປະເທດ ໂດຍສະເພາະ ແມ່ນລັກສະນະ ຂອງພູມີປະເທດ ລາວ-ສະວິດ ແມ່ນຄ້າຍຄືກັນຄື ເປັນປະເທດ ບໍ່ມີຊາຍແດນຕິດກັບທະເລ ແລະ ເປັນປະເທດ ມີທ່າແຮງທາງດ້ານຊັບພະຍາກອນແຫຼ່ງນ້ຳ ເພື່ອຜະລິດກະແສໄຟຟ້າສົ່ງອອກ, ຊຶ່ງ ສະວິດ ມີບົດຮຽນສູງ ໃນການບໍລິຫານຈັດການນ້ຳ ແລະ ສາມາດແລກປ່ຽນປະສົບການ ແລະ ສາມາດແລກປ່ຽນບົດຮຽນໃຫ້ແກ່ ສປປ ລາວ.

ພ້ອມກັນນີ້, ກໍໄດ້ ຝາກຄຳຢື້ຢາມຖາມຂ່າວ ໄປຍັງ ​ທ່ານ ອິກນາຊີໂອ ກາດຊີດສ໌, ລັດຖະມົນຕີ ຕ່າງປະເທດ ສະວິດ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນ ໃນໂອກາດທີ່ ທ່ານ ຮອງນາຍົກລັດຖະມົນຕີ ເດີນທາງໄປຢ້ຽມຢາມທາງການ ທີ່ ປະເທດ ສະວິດ ໃນເດືອນ ກຸມພາ 2024 ທີ່ຜ່ານມາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments