Sunday, September 8, 2024
Homeຂ່າວໜ້າໜຶ່ງລາວ - ຍີ່ປຸ່ນ ເພີ່ມທະວີການຮັດແໜ້ນການຮ່ວມມືສອງຝ່າຍ

ລາວ – ຍີ່ປຸ່ນ ເພີ່ມທະວີການຮັດແໜ້ນການຮ່ວມມືສອງຝ່າຍ

ໂດຍຕອບຮັບຕາມການເຊື້ອເຊີນຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ນາງ ຄາມິກາວະ ໂຢໂກະ (KAMIKAWA Yoko), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແລະ ກອງປະຊຸມປິ່ນອ້ອມຕ່າງໆ ໃນລະຫວ່າງວັນທີ 25-27 ກໍລະກົດ 2024 ເພື່ອສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ພາຍໃຕ້ການເປັນ ຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ.

ໃນຕອນເຊົ້າຂອງວັນທີ 26 ກໍລະກົດ 2024, ທີ່ ກະຊວງການຕ່າງປະເທດ, ໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນ. ຄາມິກາວະ ໂຢໂກະ, ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະຜູ້ແທນຂອງສອງຝ່າຍ. ໃນໂອກາດນີ້, ສອງຝ່າຍ ໄດ້ທົບທວນຄືນການພົວພັນຮ່ວມມື ລາວ-ຍີ່ປຸ່ນ ໃນໄລຍະຜ່ານມາ, ໂດຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ – ຍີ່ປຸ່ນ ທີ່ສືບຕໍ່ໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງ, ສະແດງອອກຄື ການນຳຂັ້ນສູງຂອງສອງປະເທດ ໄດ້ມີການພົບປະແລກປ່ຽນຢ້ຽມຢາມຢ່າງເປັນປົກກະຕິ, ການຮ່ວມມືສອງຝ່າຍໃນຂະແໜງການຕ່າງໆ ກໍ່ໄດ້ຮັບການເສີມຂະຫຍາຍ ແລະ ຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ມີຜົນສຳເລັດ, ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ, ເຊິ່ງໃນປີ 2025 ທີ່ຈະມາເຖິງ ສອງຝ່າຍຈະຮ່ວມກັນຈັດບັນດາກິດຈະກຳຕ່າງໆເພື່ອສະເຫຼີມສະຫຼອງໃຫ້ແກ່ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ ແລະ ຄົບຮອບ 10 ປີ ໃນການເປັນຄູ່ຮ່ວມຍຸດທະສາດ. ພ້ອມນີ້, ຝ່າຍລາວ ກໍ່ໄດ້ແຈ້ງໃຫ້ຊາບວ່າ ສປປ ລາວ ສະແດງຄວາມພ້ອມທີ່ຈະໄດ້ເປັນກຽດຕ້ອນຮັບ ພະນະທ່ານ ນາຍົກລັດຖະມົນຕີ ກິຊິດະ ຟູມິໂອະ ໃນໂອກາດທີ່ຈະມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ທີ່ນະຄອນຫຼວງວຽງຈັນ ໃນທ້າຍເດືອນຕຸລາ 2024.

ພ້ອມດຽວກັນນີ້, ສອງຝ່າຍ ໄດ້ປຶກສາຫາລືທິດທາງແຜນການໃນຕໍ່ຫນ້າ, ໂດຍເຫັນດີໃຫ້ ສອງກະຊວງການຕ່າງປະເທດ ລາວ ແລະ ຍີ່ປຸ່ນ ສືບຕໍ່ເປັນໃຈກາງໃນການປະສານສົມທົບກັນຊຸກຍູ້ໃຫ້ສືບຕໍ່ມີການພົບປະແລກປ່ຽນຂອງບັນດາການນຳສອງປະເທດ ລາວ-ຍີ່ປຸ່ນ, ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຮ່ວມມືຂອງສອງລັດຖະບານ ລາວ-ຍີ່ປຸ່ນ ທີ່ໄດ້ລົງນາມແລ້ວນັ້ນ ໃຫ້ປະສົບຜົນສຳເລັດຕາມຄາດຫມາຍ. ສອງຝ່າຍ ເຫັນດີສືບຕໍ່ຊຸກຍູ້ການຮ່ວມກັນດ້ານເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ວັດທະນະທໍາ, ທ່ອງທ່ຽວ ແລະ ຂະແໜງການອື່ນໆທີ່ມີທ່າແຮງນຳກັນ. ນອກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນໂອກາດນີ້, ຝ່າຍລາວ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຕະຫຼອດໄລຍະຜ່ານມາ, ໂດຍສະເພາະ ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ໃນບັນດາຂະແໜງການຕ່າງໆ ເປັນຕົ້ນ ການພັດທະນາຊັບພະຍາກອນມະນຸດ, ການພັດທະນາໂຄງລ່າງພື້ນຖານ, ການຊ່ວຍເຫຼືອວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO) ແລະ ອື່ນໆ. ພິເສດ ກໍ່ແມ່ນໂຄງການປັບປຸງສະຫນາມກິລາເຈົ້າອານຸວົງ ແລະ ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ປີ 2024, ເຊິ່ງທັງຫມົດນີ້ ໄດ້ປະກອບສ່ວນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ. ສອງຝ່າຍ ຍັງໄດ້ຢືນຢັນຄືນຈະສືບຕໍ່ໃຫ້ການຮ່ວມມື ແລະ ສະຫນັບສະຫນູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອການພັດທະນາຂອງຂົງເຂດ ແລະ ພາກພື້ນ, ໂດຍສະເພາະ ການຮ່ວມມື ອາຊຽນ-ຍີ່ປຸ່ນ ໃຫ້ແຫນ້ນແຟ້ນຍິ່ງໆຂຶ້ນ. ໃນຂະນະດຽວກັນ, ຝ່າຍຍີ່ປຸ່ນ ກໍ່ໄດ້ຢືນຢັນຄືນຄວາມຫມາຍຫມັ້ນຂອງລັດຖະບານຍີ່ປຸ່ນ ໃນການສືບຕໍ່ເສີມຂະຫຍາຍ ແລະ ຮັດແຫນ້ນການພົວພັນຮ່ວມມືກັບ ລັດຖະບານລາວ, ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດ ຍີ່ປຸ່ນ-ລາວ, ກໍຄື ການພົວພັນຮ່ວມມືໃນຂອບ ຍີ່ປຸ່ນ-ອາຊຽນ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ, ຈະໃຫ້ການສະຫນັບສະຫນູນຊ່ວຍເຫຼືອ ສປປ ລາວ ການເປັນປະທານອາຊຽນ ປີ 2024 ໃຫ້ປະສົບຜົນສໍາເລັດຕາມລະດັບຄາດຫມາຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments