Sunday, September 8, 2024
Homeທຸລະກິດຜະລິດຕະພັນໜັງແປຮູບສາວໄຕດຳ ແຊບຊ້ອຍຕ້ອງໄດ້ລອງ

ຜະລິດຕະພັນໜັງແປຮູບສາວໄຕດຳ ແຊບຊ້ອຍຕ້ອງໄດ້ລອງ

ພາເຂົ້າໃດຖ້າມີອາຫານປະເພດຈີ່ໜັງ, ເອາະຫລາມໃສ່ໜັງ, ອ່ອມຂີ້ເຫລັກໃສ່ໜັງ ແລະ ອື່ນໆ ຖືວ່າແມ່ນສຸດຍອດພາເຂົ້າຂອງຄົນລາວ ຍິ່ງແມ່ນໜັງແປຮູບຍີ່ຫໍ້ສາວໄຕດຳ ຍິ່ງແຊບຊ້ອຍເຮັດໃຫ້ຜູ້ກິນໝົດເຂົ້າຫລາຍປັ້ນ. ໂດຍສະເພາະ ໃນຍາມເຊົ້າໆອາກາດຝົນຟ້າເປັນແບບນີ້ ຍິ່ງເໝາະກັບການຈີ່ໜັງບ່າຍເຂົ້າໜຽວຮ້ອນໆຈ້ຳແຈ່ວບອງ, ແຈ່ວປາບ້ຳກໍ່ເພີ່ມຄວາມແຊບນົວໄປອີກ. ດັ່ງຄຳເວົ້າທີ່ໄທເຮົາເຈົ້າຂ້ອຍມັກເວົ້າຢອກກັນວ່າ: ພີ່ນ້ອງທາງເມຍ-ຜົວມາພໍ້ຈົນບໍ່ຢາກເອີ້ນ ກິນນຳພຸ້ນລະ.

“ຄໍລຳສົ່ງເສີມທຸລະກິດ ໜັງສືພິມປະເທດລາວ”ຂໍພາທ່ານຜູ້ອ່ານໄປຮູ້ກັບຜະລິດຕະພັນໜັງສຳເລັດຮູບສາວໄຕດຳ ຂອງນາງ ມານີວອນ  ປ້ອງຄໍາໄລ ຫລື ນາງ ຕຸກຕາ ວ່າມີຄວາມເປັນມາແນວໃດຈຶ່ງສາມາດເຮັດໃຫ້ການດຳເນີນທຸລະກິດດັ່ງກ່າວໄປໄດ້ດີ ແລະ ໄດ້ຮັບຄວາມສົນໃຈຈາກສັງຄົມ ໂດຍສະເພາະແມ່ນຜູ້ມັກອາຫານພ້ືນບ້ານແບບລາວໆເຮົາ ໂດຍນາງ ມານີວອນ ເລົ່າສູ່ຟັງວ່າ: ຈຸດເລ່ີມຕົ້ນທ່ີ ໄດ້ມາເຮັດຜະລິດຕະພັນໜັງແປຮູບແມ່ນເກີດຈາກຄວາມມັກກິນ, ມັກ ແຕ່ງກິນ ໂດຍສະເພາະແມ່ນປະເພດອາຫານພື້ນບ້ານທີ່ມີໜັງເປັນສ່ວນປະກອບເຫັນວ່າ ມີຄວາມແຊບຊ້ອຍ ຖືກສົບຖືກປາກ ຈຶ່ງເກີດມີຄວາມຄິດຢາກສ້າງຜະລິດຕະພັນແປຮູບໜັງ  ເພື່ອສ້າງເສດຖະກິດຄອບຄົວເຊິ່ງເບື້ອງຕົ້ນການປະກອບທຸລະກິດດັ່ງກ່າວ  ແມ່ນໄດ້ລອງຜິດລອງຖືກມາເປັນເວລາດົນ ຈ່ຶງມາໄດ້ສູດທ່ີເໝາະສົມໃນປັດຈຸບັນ ທີ່ໄດ້ຮັບຄວາມນິຍົມຈາກສັງຄົມ.

ສຳລັບຕະຫລາດໃນການຂາຍ  ແມ່ນໄດ້ຂາຍ ທາງອອນລາຍກໍຄືເຟສບຸກ “ຮ້ານ ແຈ໊ບ ເນາະສາວໄຕດໍາ” ໃນແຕ່ລະເດືອນບໍ່ຕໍ່າກວ່າ 700-800 ກິໂລ. ນອກນີ້,  ຍັງມີສິນຄ້າປະເພດແຈ່ວໝາກແຂ່ນໃສ່ໜັງ  ແລະ  ແຈ່ວບອງບໍ່ຫວານ, ໜັງເຜົາສໍາເລັດຮູບ ແລະ ນຳໄປປຸງແຕ່ງອາຫານປະເພດເອາະຫລາມ,  ອ່ອມຂີ້ເຫລັກ ຫລື ກິນ ກັບແຈ່ວກໍແຊບແຕ່ຕ້ອງຈີ່ຄືນເພື່ອຄວາມອ່ອນ. ຂະນະທີ່ວັດຖຸດິບທ່ີນໍາມາແປຮູບແມ່ນໄດ້ຄັດເອົາໜັງເກດດີເພື່ອແປຮູບເປັນ ຜະລິດຕະພັນໜັງຕ່າງໆ. ນອກຈາກຈໍາໜ່າຍທັງພາຍໃນແລ້ວຍັງໄດ້ ສົ່ງໄປຈຳໜ່າຍຢູ່ຕ່າງປະເທດຕາມຄວາມຕ້ອງການຂອງລູກຄ້າຕື່ມອີກ.

ນາງ  ມານີວັນ ຍັງໃຫ້ຮູ້ວ່າ: ສະເພາະຜະລິດຕະພັນໜັງຂອງຮ້ານເຮົາ  ຈຸດເດັ່ນຫລັກໆກໍຄືມີຄວາມອ່ອນ, ບໍ່ແຂງ, ບໍ່ຫຍາບ, ລົດຊາດແຊບເວລາທອດເຮົາຈະໃສ່ສີໄຄ,  ໃບຂີ້ຫູດຈຶ່ງເຮັດໃຫ້ຫລາຍຄົນທີ່ໄດ້ກິນຕິດໃຈໃນລົດຊາດ  ຕ້ອງມາເປັນລູກຄ້າຂາປະຈໍາ  ເນື່ອງຈາກວ່າພວກເຮົາໄດ້ເອົາໃຈໃສ່ ໃນຂັ້ນຕອນການຜະລິດໜັງ ນັບແຕ່ການຄັດເລືອກວັດຖຸດິບ ແລະ ຂັ້ນຕອນການຜະລິດຕ່າງໆຈຶ່ງໄດ້ສິນຄ້າທີ່ມີຄຸນນະພາບ. ພ້ອມນີ້, ຜະລິດຕະພັນ ໜັງແປຮູບຍັງປະກອບໄປ  ດ້ວຍສະໝຸນໄພ ທີ່ມີຄຸນປະໂຫຍດຕໍ່ສຸຂະພາບ ແລະ ປາສະຈາກສານກັນບູດ. ເອົາເປັນວ່າຖ້າຫາກທ່ານໃດຢາກພິສູດຄວາມແຊບໜັງຊົງເຄື່ອງສູດສາວໄຕດຳ ກໍສາມາດຕິດຕໍ່ໄດ້ທີ່ເບີ 020 5546 1966 ຫລື ເພສຮ້ານ ແຈ໊ບ ເນາະສາວໄຕດໍາ.

ໂດຍ: ມາລິດາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments