Sunday, September 8, 2024
Homeຂ່າວຕ່າງປະເທດຈີນ ລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກຈະເພີ່ມພະລັງຂັບເຄື່ອນໃໝ່ໃຫ້ແກ່ການພັດທະນາຂອງລາວ

ຈີນ ລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກຈະເພີ່ມພະລັງຂັບເຄື່ອນໃໝ່ໃຫ້ແກ່ການພັດທະນາຂອງລາວ

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ 20 ທີ່ປະຈັກຕາຕໍ່ຊາວໂລກ ໄດ້ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງ ລະຫວ່າງວັນທີ 15 ຫາ 18 ກໍລະກົດນີ້ ໂດຍໄດ້ພິຈາລະນາ ແລະ ຜ່ານການຮັບຮອງຂໍ້ຕົກລົງຂອງຄະນະກຳມະການສູນກາງພັກກອມມູນິດຈີນ ກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ແລະ ຊຸກຍູ້ຄວາມທັນສະໄໝແບບຈີນ. ໂດຍປິ່ນອ້ອມຫົວຂໍ້ຊຸກຍູ້ຄວາມທັນສະໄໝແບບຈີນ ຢ່າງແໜ້ນແຟ້ນ, ກອງປະຊຸມຄົບຄະນະຄັ້ງນີ້ໄດ້ວາງຍຸດທະສາດແລະມາດຕະການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ເຊິ່ງໄດ້ສົ່ງສັນຍານອັນແຂງແຮງຕໍ່ໂລກ ທີ່ຈີນຈະຍຶດໝັ້ນຊູຄັນທຸງຂອງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຢ່າງເດັດດ່ຽວໜຽວແໜ້ນໃນຍຸກໃໝ່. ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກເປັນການປະຕິວັດ ຄັ້ງທີ 2 ຂອງຈີນ ເຊິ່ງບໍ່ພຽງແຕ່ໄດ້ປ່ຽນແປງຈີນ ຢ່າງເລິກເຊິ່ງເທົ່ານັ້ນ, ຫາກຍັງໄດ້ສ້າງບົດບາດອັນເລິກເຊິ່ງຕໍ່ໂລກອີກດ້ວຍ. ສ່ວນ ຈີນ ລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກໃນຄັ້ງນີ້ ກໍຈະສ້າງໂອກາດໃໝ່ ແລະ ເພີ່ມພະລັງຂັບເຄື່ອນໃໝ່ໃຫ້ແກ່ປະເທດພວມພັດທະນາທັງຫລາຍ ເຊິ່ງລວມທັງປະເທດລາວ.

ຂໍ້ຕົກລົງທີ່ຜ່ານການຮັບຮອງໃນກອງປະຊຸມຄົບຄະນະ ຄັ້ງທີ 3 ຄັ້ງນີ້ໄດ້ຈັດວາງການເປີດປະຕູສູ່ພາຍນອກເປັນການສະເພາະ ເຊິ່ງໄດ້ກ່ຽວພັນເຖິງການເປີດກວ້າງການເປີດປະຕູສູ່ພາຍນອກດ້ານລະບຽບການຢ່າງໜັກແໜ້ນ, ລົງເລິກການປະຕິຮູບໂຄງປະກອບການຄ້າກັບຕ່າງປະເທດ, ລົງເລິກການປະຕິຮູບກົນໄກຄຸ້ມຄອງການລົງທຶນຂອງນັກທຸລະກິດຕ່າງປະເທດ ແລະ ການຄຸ້ມຄອງການລົງທຶນຕໍ່ຕ່າງປະເທດ, ການປັບປຸງສະພາບການເປີດປະຕູສູ່ພາຍນອກຂອງທ້ອງຖິ່ນໃຫ້ດີຂຶ້ນ, ປັບປຸງກົນໄກຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງໃຫ້ສົມບູນຂຶ້ນ ແລະອື່ນໆ. ຈີນ ແມ່ນຄູ່ການຄ້າໃຫຍ່ອັນດັບ 2 ແລະ ຈຸດໝາຍປາຍທາງການສົ່ງອອກໃຫຍ່ອັນດັບ 1 ສຳລັບປະເທດລາວ. ຕົວເລກສະຖິຕິຂອງອົງການພາສີແຫ່ງຊາດຈີນ ສະແດງໃຫ້ເຫັນວ່າ: ຍອດມູນຄ່າການຄ້າຂາເຂົ້າ-ຂາອອກ ລະຫວ່າງຈີນ-ລາວ ໃນປີ 2023 ໄດ້ບັນລຸເຖິງ 7,1 ຕື້ໂດລາ, ເພີ່ມຂຶ້ນ 26,7% ເມື່ອທຽບໃສ່ປີ 2022 ເຊິ່ງໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ. ທາງລົດໄຟ ຈີນ-ລາວ ພາຍໃຕ້ຂອບຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ເປັນໂຄງການຍຸດທະສາດທີ່ສຳຄັນໃນການຊຸກຍູ້ການພັດທະນາເສດຖະກິດສັງຄົມລາວ, ໄດ້ສ້າງສະພາບແວດລ້ອມທີ່ດີຕໍ່ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການຂົນສົ່ງສິນຄ້າຂ້າມຊາດ ພ້ອມທັງໄດ້ປະກອບສ່ວນຕໍ່ການສ້າງໂອກາດການປະກອບອາຊີບພາຍໃນປະເທດລາວ. ກອງປະຊຸມ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ 20 ໄດ້ປະກາດອີກຄັ້ງໜຶ່ງຕໍ່ໂລກວ່າ: ຄວາມຕັດສິນໃຈໃນການເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງຂອງຈີນ ຈະບໍ່ປ່ຽນແປງ, ຈີນ ຈະເປີດກວ້າງການເປີດປະຕູສູ່ພາຍນອກຢ່າງບໍ່ຢຸດຢັ້ງ. ທັງໝົດເຫລົ່ານີ້ຈະສ້າງໂອກາດດ້ານຕະຫລາດ, ໂອກາດການລົງທຶນ ແລະ ໂອກາດການເຕີບໂຕໃຫ້ແກ່ປະເທດຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ເຊິ່ງລວມທັງປະເທດລາວ.

ກອງປະຊຸມຄົບຄະນະ ຄັ້ງທີ 3 ຄັ້ງນີ້ໄດ້ເນັ້ນໜັກການພັດທະນາດ້ວຍຄຸນນະພາບສູງແມ່ນໜ້າທີ່ສຳຄັນອັນດັບໜຶ່ງໃນການສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ, ພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ຕາມສະພາບຕົວຈິງຂອງທ້ອງຖິ່ນ, ຊຸກຍູ້ການພັດທະນາແບບສີຂຽວ ແລະ ກາກບອນຕ່ຳຢ່າງໜັກແໜ້ນ ແລະ ເສີມສ້າງພະລັງຂັບເຄື່ອນໃໝ່ ແລະ ທ່າແຮງໃໝ່ດ້ານການພັດທະນາ. ຈາກການຜະລິດອັດສະລິຍະ, ລະບົບ 5G, ລະບົບອິນເຕີເນັດແຫ່ງສັບພະສິ່ງ ຮອດຂະແໜງການກະສິກຳກາກບອນຕ່ຳແບບຍືນຍົງ ແລະ ພະລັງງານສະອາດ, ຈີນ ໄດ້ລົງເລິກການປະຕິຮູບ ແລະ ເປີດກວ້າງການເປີດປະຕູສູ່ພາຍນອກຕື່ມອີກ ພ້ອມທັງຊຸກຍູ້ການແລກປ່ຽນ ແລະ ແບ່ງປັນເຕັກນິກລ້ຳຍຸກ, ທັງໝົດເຫລົ່ານີ້ຈະສາມາດຕອບສະໜອງກັບຄວາມຕ້ອງການຂອງລາວ ທີ່ຢາກຫັນປ່ຽນຮູບແບບການພັດທະນາໃນປັດຈຸບັນ. ເພື່ອຫລຸດລະດັບອາໄສຕໍ່ການນຳເຂົ້ານ້ຳມັນເຊື້ອໄຟ, ຍົກສູງຄວາມໝັ້ນຄົງດ້ານພະລັງງານ ແລະ ບັນລຸເປົ້າໝາຍການອະນຸລັກສິ່ງແວດລ້ອມ, ໃນຊຸມປີຜ່ານມາ, ລັດຖະບານລາວ ໄດ້ຕັ້ງໜ້າສົ່ງເສີມການໃຊ້ລົດພະລັງງານໃໝ່. ຄຽງຄູ່ກັບການຮ່ວມມືລະຫວ່າງຈີນ-ລາວ ໄດ້ຂະຫຍາຍຕົວກ້າວສູ່ລວງເລິກ, ວິສາຫະກິດລົດພະລັງງານໃໝ່ແຫ່ງຕ່າງໆຂອງຈີນ ເຊັ່ນ: ບໍລິສັດ BYD ເປັນຕົ້ນໄດ້ເຂົ້າສູ່ຕະຫລາດລາວ ເຊິ່ງໄດ້ສະໜອງການອອກເດີນທາງແບບກາກບອນຕ່ຳ, ສະດວກ ແລະ ອັດສະລິຍະໃຫ້ແກ່ປະຊາຊົນລາວ. ນອກນີ້, ຈີນ ຍັງໄດ້ດຳເນີນການຮ່ວມມືໃນຂົງເຂດພະລັງງານສະອາດຕ່າງໆ ເຊັ່ນ: ພະລັງງານນ້ຳ, ພະລັງງານແສງຕາເວັນ ແລະ ພະລັງງານແຮງລົມກັບລາວ ເຊິ່ງໄດ້ຊຸກຍູ້ການຫັນມາໃຊ້ພະລັງງານສີຂຽວ, ກາກບອນຕ່ຳ ແລະ ການພັດທະນາແບບຍືນຍົງຂອງລາວຢ່າງແຂງແຮງ. ພາຍຫລັງກອງປະຊຸມຄົບຄະນະ ຄັ້ງທີ 3 ຄັ້ງນີ້ສິ້ນສຸດລົງແລ້ວ, ຄຽງຄູ່ກັບຈີນ ພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ ແລະ ຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງຢ່າງບໍ່ຢຸດຢັງ, ຈີນ ແລະ ລາວ ຈະຊອກຫາໂອກາດ ແລະ ຊ່ອງທາງການຮ່ວມມືກັນຫລາຍກວ່າເກົ່າ ເຊິ່ງຈະປະກອບສ່ວນຢ່າງຕັ້ງໜ້າຫລາຍກວ່າເກົ່າເຂົ້າໃນການພັດທະນາແບບສີຂຽວຂອງລາວ.

ໃນຂະນະທີ່ຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງຂອງຕົນແລ້ວ, ຈີນ ຍັງໄດ້ແບ່ງປັນບົດຮຽນທີ່ສຳເລັດຜົນດ້ານການພັດທະນາກັບປະເທດຕ່າງໆໃນໂລກ. ນັບແຕ່ຈີນ ດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ໂດຍສະເພາະແມ່ນນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 18 ຂອງພັກກອມມູນິດຈີນ ເປັນຕົ້ນມາ, ຜົນສຳເລັດຂອງຈີນ ໄດ້ກາຍເປັນບົດຮຽນທີ່ດີສຳລັບປະຊາຄົມໂລກ ໂດຍສະເພາະແມ່ນປະເທດພວມພັດທະນາທັງຫລາຍ ເຊິ່ງລວມທັງປະເທດລາວ. ຈີນ ແມ່ນປະເທດທີ່ມີປະຊາກອນຫລຸດພົ້ນອອກຈາກຄວາມທຸກຍາກຫລາຍທີ່ສຸດໃນໂລກ ໂດຍໄດ້ຊ່ວຍປະຊາກອນຜູ້ທຸກຍາກ 100 ລ້ານຄົນຫລຸດພົ້ນອອກຈາກຄວາມທຸກຍາກ, ອັດຕາການປະກອບສ່ວນຂອງຈີນ ທີ່ມີຕໍ່ການຫລຸດດຜ່ອນຄວາມທຸກຍາກຂອງໂລກມີຫລາຍກວ່າ 70%. ຈີນ ຍັງໄດ້ຕັ້ງໜ້າເຂົ້າຮ່ວມການຮ່ວມມືດ້ານການຫລຸດຜ່ອນຄວາມທຸກຍາກໃນສາກົນ, ແນວຄວາມຄິດຫລຸດຜ່ອນຄວາມທຸກຍາກຢ່າງຖືກຕ້ອງຕາມເປົ້າໝາຍ ທີ່ສະເໜີໂດຍທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ ໄດ້ຮັບການຈັດຕັ້ງປະຕິບັດຢູ່ຫລາຍປະເທດໃນໂລກ ເຊິ່ງລວມທັງປະເທດລາວ. ເດືອນກັນຍາ ປີ 2017, ຈີນ ໄດ້ເລີ່ມດຳເນີນໂຄງການຊ່ວຍເຫລືອເຕັກນິກການຮ່ວມມືສາທິດດ້ານການຫລຸດຜ່ອນຄວາມທຸກຍາກອາຊີຕາເວັນອອກຢ່າງເປັນທາງການ ໂດຍຜ່ານຈາກການປະຕິບັດມາດຕະການຕ່າງໆ ເຊັ່ນ: ການປັບປຸງການສ້າງພື້ນຖານໂຄງລ່າງ ແລະ ສິ່ງກໍ່ສ້າງບໍລິການສາທາລະນະໃນຄຸ້ມຊຸມຊົນ, ພັດທະນາອຸດສາຫະກຳ ແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ໃຫ້ການສະໜັບສະໜູນດ້ານເຕັກນິກເປັນຕົ້ນ, ເຮັດໃຫ້ຊົນນະບົດມີໂສມໜ້າໃໝ່ອ່ຽມ, ຊີວິດການເປັນຢູ່ຂອງຊາວບ້ານທັງຫລາຍໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຈະແຈ້ງ. ລາວ ຍັງໄດ້ຖອດຖອນບົດຮຽນການຫລຸດຜ່ອນຄວາມທຸກຍາກນຳຈີນ, ໄດ້ສ້າງຕັ້ງອົງການຫລຸດຜ່ອນຄວາມທຸກຍາກທີ່ຂຶ້ນກັບກະຊວງກະສິກຳປ່າໄມ້, ໄດ້ກຳນົດບ້ານທຸກຍາກທັງໝົດ 1.511 ບ້ານໃນທົ່ວປະເທດ, ດຳເນີນການຫລຸດຜ່ອນຄວາມທຸກຍາກຢ່າງຖືກຕ້ອງຕາມເປົ້າໝາຍ ໂດຍຜ່ານການຈຳແນກຢ່າງຖືກຕ້ອງແມ່ນຢຳຈາກຂັ້ນສູນກາງ. ລາວ ຍັງໄດ້ດຳເນີນວຽກງານຈຸດທົດລອງຢູ່ແຂວງຫລວງພະບາງ ແລະ ແຂວງວຽງຈັນ, ໄດ້ສົ່ງໜ່ວຍຫລຸດຜ່ອນຄວາມທຸກຍາກໄປຈຸດທົດລອງເຫລົ່ານີ້. ໃນຂັ້ນຕໍ່ໄປ, ລາວ ຍັງຈະເຜີຍແຜ່ບົດຮຽນທີ່ສຳເລັດຜົນດັ່ງກ່າວໄປສູ່ແຫ່ງຕ່າງໆອີກ. ເຊື່ອໝັ້ນວ່າ ຄຽງຄູ່ກັບຈີນ ລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ, ບົດຮຽນທີ່ສຳເລັດຜົນດ້ານການພັດທະນາຂອງຈີນ ຈະສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນລາວໄດ້ຫລາຍກວ່າເກົ່າ ແລະ ດີກວ່າເກົ່າ. ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກເປັນເສັ້ນທາງພັດທະນາ ທີ່ສ້າງຜົນປະໂຫຍດໃຫ້ແກ່ຈີນ ກັບ ລາວ ກໍຄືຈີນ ກັບໂລກ.

ສະນັ້ນ, ກອງປະຊຸມຄົບຄະນະ ຄັ້ງທີ 3 ຄັ້ງນີ້ໄດ້ວາງແຜນ ແລະ ວາງມາດຕະການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ແລະ ຊຸກຍູ້ຄວາມທັນສະໄໝແບບຈີນ, ບໍ່ພຽງແຕ່ຈະຊຸກຍູ້ການພັດທະນາຂອງຈີນເທົ່ານັ້ນ, ຫາກຍັງຈະເພີ່ມພະລັງຂັບເຄື່ອນໃໝ່ໃຫ້ແກ່ປະເທດພວມພັດທະນາທັງຫລາຍ ເຊິ່ງລວມທັງລາວ ແລະ ໃນທີ່ສຸດກໍຈະສ້າງຜົນປະໂຫຍດໃຫ້ແກ່ການພັດທະນາຂອງໂລກເຊັ່ນກັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments