Friday, October 18, 2024
Homeຂ່າວພາຍໃນສະຫາຍ ຫງວຽນ ຝູຈ້ອງ ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນພິເສດ ລາວ-ຫວຽດນາມ

ສະຫາຍ ຫງວຽນ ຝູຈ້ອງ ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນພິເສດ ລາວ-ຫວຽດນາມ

ສະຫາຍ ຫງວຽນ ຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເມື່ອຕອນຍັງມີຊີວິດຢູ່ ສະຫາຍເປັນຜູ້ນໍາປະຕິວັດ ແລະ ນັກກອມມູນິດທີ່ອົງອາດກ້າແກ່ນຂອງພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຊຶ່ງຕະຫຼອດພາລະກິດແຫ່ງການເຄື່ອນໄຫວປະຕິວັດ ສະຫາຍໄດ້ອຸທິດຊີວິດ, ເຫື່ອ ແຮງ ແລະ ສະຕິປັນຍາເຂົ້າໃນພາລະກິດປົດປ່ອຍຊາດ ພາລະກິດທ້ອນໂຮມປະເທດຊາດ ແລະ ພາລະກິດປ່ຽນແປງໃໝ່ຂອງພັກກອມມູນິດຫວຽດນາມ ກໍຄືການປະກອບສ່ວນອັນໃຫຍ່ຫຼວງ ແລະ ລໍ້າຄ່າເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ມາໂດຍຕະຫຼອດ, ເຖິງວ່າສະພາບການພາກພື້ນ ແລະ ສາກົນມີການຜັນແປຢ່າງສະຫຼັບສັບຊ້ອນ ບວກໃສ່ສະພາບຄວາມຫຍຸ້ງຍາກພາຍໃນຂອງແຕ່ລະປະເທດ ທີ່ປະເຊີນໜ້າກັບສິ່ງທ້າທາຍນາໆປະການ ແຕ່ຍ້ອນຄວາມເອົາໃຈໃສ່ໃນການຊີ້ນໍາໆພາຂອງ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູຈ້ອງ ໄດ້ເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງລາວ-ຫວຽດນາມ ຍິ່ງສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດເຊັ່ນ: ຂົງເຂດການພົວພັນຮ່ວມມືດ້ານການເມືອງໄດ້ຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ມີຄວາມໄວ້ເນື້ອເຊື່ອໃຈຊື່ງກັນ ແລະ ກັນ, ສອງພັກມີການແລກປ່ຽນໄປ ມາຫາສູ່ກັນຢ່າງເປັນປະຈໍາ ລະຫວ່າງການນໍາຂັ້ນສູງ ພັກ-ລັດ, ສະພາແຫ່ງຊາດ ລວມເຖິງຂັ້ນທ້ອງຖິ່ນ ແລະ ຂະແໜງການຕ່າງໆຂອງສອງປະເທດ ໂດຍໄດ້ແລກປ່ຽນບົດຮຽນທິດສະດີດ້ານການກໍ່ສ້າງພັກ ແລະ ພະນັກງານ, ຂໍ້ມູນຂ່າວສານ, ແລກປ່ຽນຄໍາຄິດເຫັນບັນຫາຕ່າງໆ ທີ່ມີລັກສະນະຍຸດທະສາດຮ່ວມກັນຢ່າງຕໍ່ເນື່ອງ, ການພົວພັນດ້ານເສດຖະກິດ-ການຄ້າໄດ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ເຮັດໃຫ້ຫວຽດນາມເປັນໜຶ່ງໃນປະເທດທີ່ຢືນຢູ່ອັນດັບຕົ້ນໆຂອງປະເທດ ເຂດແຄ້ວນ ທີ່ມາລົງທຶນຢູ່ລາວ ເປັນການປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດຂອງ ສປປ ລາວ, ການຮ່ວມມືໃນຂົງເຂດຕ່າງປະເທດ, ປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ການສຶກສາ, ກິລາ, ວັດທະນະທຳ, ສາທາລະນະສຸກ, ຄົມມະນາຄົມຂົນສົ່ງ, ກະສິກຳ ແລະ ອື່ນໆ ພວມໄດ້ຮັບການເສີມຂະຫຍາຍຢ່າງຕັ້ງໜ້າ, ແທດເຖິງຕົວຈິງ ແລະ ມີປະສິດທິຜົນຫຼາຍກວ່າເກົ່າ.

ທ່ານ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສປປ ລາວ ໄດ້ກ່າວວ່າ: ສະຫາຍ ຫງວຽນຝູຈ້ອງ ແມ່ນການນຳຜູ້ມີຄວາມສຳຄັນພິເສດ, ມີຄວາມເອົາໃຈຢ່າງໃກ້ຊິດ, ເລິກເຊິ່ງ, ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ – ຫວຽດນາມ ໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ນຳມາຊຶ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນລາວ – ຫວຽດນາມ, ສະຫາຍ ມີຄວາມ ເອົາໃຈໃສ່ເປັນພິເສດໃນການຖະໜຸຖະໜອມ, ຮັກສາມໍລະດົກທີ່ເປັນມູນເຊື້ອອັນດີງາມ ລະຫວ່າງສອງຊາດລາວ-ຫວຽດນາມ ທີ່ມີມາແຕ່ດົນນານໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ ແລະ ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ກ່ອນໜ້ານີ້ ສະຫາຍ ຫງວຽນຝູຈ້ອງ ເຄີຍຢັ້ງຢືນຢ່າງໜັກແໜ້ນວ່າ: ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍສະໜັນສະໜູນຢ່າງແຂງແຮງ, ຮອບດ້ານພາລະກິດແຫ່ງການປ່ຽນແປງໃໝ່ຂອງລາວ; ພ້ອມກັນນັ້ນ ກໍຖືເປັນສຳຄັນທີ່ສຸດ ແລະ ໃຫ້ບູລີມະສິດອັນດັບໜຶ່ງແກ່ສາຍພົວພັນພິເສດລະຫວ່າງສອງປະເທດ ແລະ ມີຄວາມປາຖະໜາຮ່ວມມື, ຊ່ວຍສະໜັບສະໜູນ ສປປ ລາວ ດ້ວຍຈິດໃຈທີ່ວ່າ “ຊ່ວຍເພື່ອນຄືຊ່ວຍຕົນເອງ”, ສະນັ້ນ ເພື່ອສືບຕໍ່ເສີມຂະຫຍາຍທັດສະນະທີ່ໜັກແໜ້ນ ແລະ ເສີມຂະຫຍາຍສາຍພົວພັນຮ່ວມມືທີ່ເປັນມູນເຊື້ອນັ້ນ ສະຫາຍ ບຸນຍັງ ວໍລະຈິດ ໄດ້ຢັ້ງຢືນວ່າ: ຈະສືບຕໍ່ສຶກສາອົບຮົມໃຫ້ຄົນຮຸ່ນໜຸ່ມເຂົ້າໃຈ ແລະ ກຳໄດ້ມູນເຊື້ອສາຍພົວພັນມິດຕະບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ.

ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ເຖິງແກ່ມໍລະນະກໍາໃນວັນທີ 19 ກໍລະກົດ 2024, ການຈາກໄປຂອງ ສະຫາຍ ຫງວຽນຝູຈ້ອງ ເປັນຄວາມສູນເສຍທີ່ໜັກໜ່ວງ ແລະ ໃຫຍ່ຫຼວງທີ່ສຸດຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ກໍຄືເພື່ອນມິດທີ່ຮັກແພງ, ໃກ້ຊິດສະໜິດສະໜົມຂອງສະຫາຍ ລວມເຖິງການນໍາພັກ-ລັດ ແລະ ປະຊາຊົນລາວ ບັນດາເຜົ່າ ກໍໄດ້ສະແດງຄວາມໄວ້ອາໄລອາວອນຢ່າງສຸດຊຶ້ງ ແລະ ຂໍແບ່ງປັນຄວາມທຸກໂສກມາຍັງປະຊາຊົນຊາຊົນຫວຽດນາມອ້າຍນ້ອງ ພ້ອມດ້ວຍຄອບຄົວ ສະຫາຍ ຫງວຽນຝູຈ້ອງ ເພື່ອພ້ອມກັນຜ່ານຜ່າໄລຍະແຫ່ງຄວາມທຸກໂສກນີ້ໃຫ້ໄດ້ໂດຍໄວ ແລະ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ຄຸນງາມຄວາມດີເຫື່ອແຮງ ແລະ ສະຕິປັນຍາທີ່ສະຫາຍໄດ້ອຸທິດຕະຫຼອດຊີວິດແຫ່ງການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ຈະກາຍເປັນແວ່ນແຍງອັນໃສແຈ້ງ ເພື່ອສະທ້ອນໃຫ້ຄົນຮຸ່ນຫຼັງໄດ້ສືບທອດ ແລະ ສານຕໍ່ເຈດຕະນາລົມທີ່ບໍລິສຸດຜຸດຜ່ອງນັ້ນ ໃຫ້ງົດງາມ, ແຕກດອກອອກຜົນ ແລະ ນໍາເອົາຄວາມສົມບູນພູນສຸກມາສູ່ປະຊາຊົນຫວຽດນາມໃນອະນາຄົດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments