Sunday, September 8, 2024
Homeທຸລະກິດມອບລາງວັນ ໃຫ້ແກ່ຜູ້ຊະນະການປະກວດກາເຟລາວໝາກຊ້ອມ ລາວ ປະຈຳປີ 2024

ມອບລາງວັນ ໃຫ້ແກ່ຜູ້ຊະນະການປະກວດກາເຟລາວໝາກຊ້ອມ ລາວ ປະຈຳປີ 2024

ສະມາຄົມກາເຟລາວ ໄດ້ຈັດພິທີປະກາດຜົນ ແລະ ມອບລາງວັນ ໃຫ້ແກ່ຜູ້ຊະນະການປະກວດກາເຟລາວໝາກຊ້ອມ ລາວ ປະຈຳປີ 2024, ໃນວັນທີ 23 ກໍລະກົດຜ່ານມາທີ່ ສວນກາເຟຂອງກຸ່ມບໍລິສັດດາວເຮືອງ ບ້ານຫ້ວຍໝາກຈັນ ເມືອງ ປາກຊ່ອງ ແຂວງຈຳປາສັກໂດຍມີທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ,ທ່ານ ນາງ ບຸນເຮືອງ ແຄຣໍລິດດັງ ປະທານສະມາຄົມກາເຟລາວ,ມີພາກລັດ-ຜູ້ປະກອບການແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ບຸນເຮືອງ ແຄຣໍລິດດັງ ປະທານສະມາຄົມກາເຟລາວ ໄດ້ກ່າວວ່າ:ການປະກວດກາເຟໝາກຊ້ອມລາວ ປີ 2024 ແມ່ນຈັດຂຶ້ນເປັນປີທີ 4, ໂດຍການຮ່ວມມືຂອງສະມາຄົມ ກາເຟລາວ, ເຄືອຂ່າຍຄົນຮັກກາເຟລາວ Lao Coffee Lover, ໃນການຈັດການປະກວດ, ຜ່ານການປະກວດ ເຫັນໄດ້ວ່າໄດ້ຮັບການຕອບຮັບເກີນລະດັບຄາດໝາຍ ຈາກທຸກພາກສ່ວນ ໂດຍສະເພາະ ຈາກຊາວສວນຜູ້ປູກ, ບໍລິສັດຜະລິດກາເຟ ເພື່ອຍົກສູງຄຸນະພາບຂອງກາເຟລາວ ໃຫ້ເປັນທີ່ຮູ້ຈັກຂອງຕະຫຼາດສາກົນ ແລະ ເປັນການຢັ້ງຢືນ ເຖີງຄຸນະພາບ ແລະ ລົດຊາດຂອງກາເຟລາວ. ງານໃນຄັ້ງນີ້ ແມ່ນມີຜູ້ສົ່ງຕົວຢ່າງກາເຟເຂົ້າປະກວດທັງໝົດ 25 ພາກສ່ວນ, ໃນນັ້ນ ກາເຟນ້ອຍ ARABICA 54 ຕົວຢ່າງ, ກາເຟກາງ ROBUSTA 17 ຕົວຢ່າງ, ກາເຟພິເສດ Liberica 01 ຕົວຢ່າງ.

ສຳລັບຜົນການປະກວດປະເພດກາເຟນ້ອຍ ອາຣາບີກາ ຊະນະເລີດອັນດັບທີ1ໄດ້ແກ່ໜອງຫຼຼວງກາເຟ,ອັນດັບທີ 2ບໍລິສັດປາກຊ່ອງໄຮແລນ,ອັນດັບທີ 3ຮ້ານສະໂລຄັອບຟີ; ສ່ວນປະເພດກາເຟກາງ ໂຣບັດຕາ ອັນດັບທີ 1 ໄດ້ແກ່ ຮ້ານ ອາບີເລ ກາເຟ,ອັນດັບ 2 ໄດ້ແກ່ໜອງຫຼວງ ກາເຟ,ອັນດັບທີ 3 ໄດ້ແກ່ ບີຣາໂກລາວ.

ການປະກວດກາເຟໝາກຊ້ອມລາວ ປະຈຳປີ 2024 ຈັດຂຶ້ນເພື່ອປະເມີນຄຸນນະພາບກາເຟລາວ,ສົ່ງເສີມການຜະລິດກາເຟຄຸນນະພາບມາດຕະຖານສາກົນ ແລະຈະໄດ້ຄັດເລືອກເອົາ ກາເຟທີ່ໄດ້ອັນດັບທີ 01 ຫາ ອັນດັບທີ 10 ຂອງກາເຟນ້ອຍ ARABICA ແລະ ທີ 1 ຫາທີ 10 ຂອງກາເຟກາງROBUSTA ສົ່ງເຂົ້າຮ່ວມແຂ່ງຂັນໃນເວທີ ອາຊີອາຄະເນ Southeast Asia Green Coffee Competition ຄັ້ງທຳອິດ ທີ່ຈະໄດ້ຈັດຂຶ້ນທີ່ປະເທດໄທ ໃນເດືອນສິງຫາ 2024 ທີ່ຈະມາເຖິງນີ້, ເຊື່ອໝັ້ນວ່າ ການປະກວດກາເຟໝາກຊ້ອມລາວ ຈະໄດ້ສຶບຕໍ່ຮັບການສະໜັບສະໜູນຈາກ ລັດຖະບານ, ອົງການຈັດຕັ້ງສາກົນ ພ້ອມທັງຜູ້ປະກອບການ ຈົນຮອດຊາວສວນຜູ້ຜະລິດ ຕໍ່ການຈັດງານໃນຄັ້ງຕໍ່ໆໄປ.ຂ່າວ: ເກດສະໜາ ແກ້ວສຸວັນນະແສງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments