Sunday, September 8, 2024
Homeຂ່າວພາຍໃນອາຊຽນ ທົບທວນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນງານຫຼາຍບັນຫາສຳຄັນ

ອາຊຽນ ທົບທວນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນງານຫຼາຍບັນຫາສຳຄັນ

———————-

ກອງປະຊຸມຄະນະກຳມາທິການເຂດປອດອາວຸດນິວເຄລຍອາຊີຕາເວັນອອກສຽງໃຕ້ (Meeting of the Southeast Asia Nuclear Weapon-Free Zone Commission), ກອງປະຊຸມພົບປະລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ກັບບັນດາຜູ້ຕາງໜ້າຄະນະກໍາມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ (ASEAN Foreign Ministers’ Interface with the ASEAN Intergovernmental Commission on Human Rights Representatives) ແລະ ກອງປະຊຸມປຶກສາຫາລືແບບບໍ່ເປັນທາງການລະຫວ່າງ ອະດີດປະທານອາຊຽນ, ປະທານອາຊຽນໃນປັດຈຸບັນ ແລະ ປະທານອາຊຽນໃນອະນາຄົດ ກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ (Informal Consultation on the Implementation of Five-Point Consensus) ໄດ້ຈັດຂຶ້ນໃນວັນທີ 24 ກໍລະກົດ ນີ້ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ.

ກອງປະຊຸມຄະນະກຳມາທິການເຂດປອດອາວຸດນິວເຄລຍອາຊີຕາເວັນອອກສຽງໃຕ້ ໄດ້ທົບທວນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນງານຂອງສົນທິສັນຍາເຂດປອດອາວຸດນິວເຄລຍອາຊີຕາເວັນອອກສ່ຽງໃຕ້ (2023–2027) ແລະ ໄດ້ປຶກສາຫາລື ກ່ຽວກັບການເຂົ້າເປັນພາຄີຂອງສົນທິສັນຍາເຂດປອດອາວຸດນິວເຄລຍອາຊີຕາເວັນອອກສຽງໃຕ້ ຂອງຕີມໍແລັດສະເຕ. ພ້ອມນີ້, ກອງປະຊຸມໄດ້ຮັບຊາບການລາຍງານກ່ຽວກັບການຈັດຕັ້ງປະຕິບັດກິດຈະກໍາການຮ່ວມມືລະຫວ່າງ ກອງເລຂາອາຊຽນ ແລະ ກອງເລຂາຂອງອົງກອນເກືອດຫ້າມການຄອບຄອງອາວຸດນິວເຄລຍ ໃນຂົງເຂດທະວີບອາເມຣິກາລາຕິນ ແລະ ຄາຣິບຽນ ເພື່ອແລກປ່ຽນບົດຮຽນກ່ຽວກັບເຂດປອດອາວຸດນິວເຄລຍ.

ກອງປະຊຸມພົບປະລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ ກັບຄະນະກໍາມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ. ໃນການພົບປະດັ່ງກ່າວ, ທ່ານ ຢົ້ງ ຈັນທະລັງສີໃນນາມປະທານຄະນະກຳມາທິການ ລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ປີ 2024 ໄດ້ລາຍງານກ່ຽວກັບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ກິດຈະກໍາບຸລິມະສິດຂອງຄະນະກໍາມາທິການດັ່ງກ່າວໃນໄລຍະ 1 ປີຜ່ານມາ ກ່ຽວກັບການປົກປ້ອງສິດທິແມ່ຍິງ ແລະ ເດັກນ້ອຍ, ການຕ້ານການໃຊ້ຄວາມຮຸນແຮງ, ສິດທິຂອງຜູ້ພິການ ລວມເຖິງການຕ້ານການຄ້າມະນຸດ ແລະ ການກະກຽມສ້າງແຜນວຽກ 5 ປີ ສະບັບໃໝ່ (2026-2030) ເພື່ອໃຫ້ສອດຄ່ອງກັບວິໄສທັດປະຊາຄົມອາຊຽນ ປີ 2045. ລັດຖະມົນຕີຕ່າງປະເທດອາຊຽນ ຕີລາສູງຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ບັນດາກິດຈະກໍາຂອງຄະນະກຳມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ອັນໄດ້ປະກອບສ່ວນເຂົ້າໃນວຽກງານສົ່ງເສີມ ແລະ ປົກປ້ອງສິດທິມະນຸດໃນອາຊຽນ ກໍຄືຂະບວນການສ້າງປະຊາຄົມອາຊຽນໂດຍລວມ ແລະ ຊຸກຍູ້ໃຫ້ຄະນະກຳມາທິການດັ່ງກ່າວ ສືບຕໍ່ປະຕິບັດຕາມພາລະບົດບາດຂອງຕົນ ແລະ ຈັດຕັ້ງປະຕິບັດ ບັນດາກິດຈະກຳບຸລິມະສິດ ສຳລັບ ປີ 2025 ໃຫ້ສໍາເລັດ ແລະ ມີປະສິດທິຜົນ.

ໃນຕອນບ່າຍຂອງວັນດຽວກັນ, ກໍໄດ້ມີກອງປະຊຸມປຶກສາຫາລືແບບບໍ່ເປັນທາງການລະຫວ່າງ ອະດີດປະທານອາຊຽນ, ປະທານອາຊຽນໃນປັດຈຸບັນ ແລະ ປະທານອາຊຽນໃນອະນາຄົດ ກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນຊຶ່ງໄດ້ຈັດຂຶ້ນເປັນຄັ້ງທໍາອິດ ເພື່ອແລກປ່ຽນຄໍາຄິດຄຳເຫັນ ກ່ຽວກັບການຈັດຕັ້ງປະຕິບັດຄຳຕົກລົງ 5 ຂໍ້ຂອງຜູ້ນໍາອາຊຽນ.ນອກນັ້ນ, ຍັງໄດ້ມີການພົບປະສອງຝ່າຍກັບບາງປະເທດສະມາຊິກອາຊຽນ ເພື່ອປຶກສາຫາລືກ່ຽວກັບເພີ່ມທະວີການພົວພັນຮ່ວມມືສອງຝ່າຍນໍາກັນ.

(ຂ່າວ: ກະຊວງການຕ່າງປະເທດ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments