Sunday, September 8, 2024
Homeຂ່າວການເມືອງຫສນຍ ໄວ້ອາໄລຕໍ່ການຈາກໄປ ຂອງອະດີດເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ

ຫສນຍ ໄວ້ອາໄລຕໍ່ການຈາກໄປ ຂອງອະດີດເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ

ຂປລ. ໃນຕອນເຊົ້າວັນທີ 25 ກໍລະກົດ 2024 ທີ່ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ(ຫສນຍ) ໄດ້ຈັດພິທີເອົາທຸງຊາດລົງເຄິ່ງເສົາ ເພື່ອສະແດງຄວາມເຖິງຄວາມເສົ້າສະຫລົດໃຈ,ອາໄລອາວອນຢ່າງສຸດຊຶ້ງ ແລະ ສະແດງເຖິງລະນຶກເຖິງ ສະຫາຍ ຫງວຽນ ຝູ໋ ຈ້ອງ ອະດີດເລຂາທິການໃຫຍ່ ຄະນະລິຫານງານສູນກາງພັກກອມມູນິດຫວຽດນາມ ນຳພາຄະນະໂດຍ ທ່ານ ບົວຄົງ ນາມມະວົງ ລັດ ຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ພ້ອມດ້ວຍສະມາຊິກພັກ, ພະນັກງານ ຫລັກແຫລ່ງພາຍໃນ ຫສນຍ ເຂົ້າຮ່ວມ. ການໄວ້ອາໄລໃນຄັ້ງນີ້, ສປປ ລາວ ຖືເປັນການໄວ້ອາໄລລະດັບຊາດ ເພື່ອສະແດງຄວາມໂສກ ເສົ້າສະຫລົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປ ຂອງສະຫາຍ ຫງວຽນ ຝູ໋ ຈ້ອງ ໂດຍຈະໄວ້ອາໄລ ເປັນເວລາ 2 ວັນ ລະຫວ່າງວັນທີ 25-26 ກໍລະກົດ 2024.

ສະຫາຍ ຫງວຽນ ຝູ໋ຈ້ອງ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ມາໂດຍຕະຫລອດ. ເຊິ່ງການຈາກໄປຂອງ ສະຫາຍເປັນການສູນເສຍ ເພື່ອນສະຫາຍທີ່ໃກ້ຊິດ ສະໜິດສະໝົມທີ່ສຸດຂອງ ພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ.

ການຈາກໄປຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງ ເປັນການສູນເສຍຜູ້ນໍາປະຕິວັດ ທີ່ອົງອາດກ້າ ແກ່ນຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ເຊິ່ງໃນຕະຫລອດຊີວິດ ແຫ່ງການເຄື່ອນ ໄຫວປະຕິວັດ ສະຫາຍ ໄດ້ອຸທິດຊີວິດ, ເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນວຽກງານ, ພາລະກິດປົດປ່ອຍຊາດ, ພາລະກິດທ້ອນໂຮມ ປະເທດຊາດເປັນເອກະພາບ ແລະ ພາລະກິດປ່ຽນແປງໃໝ່ຂອງ ພັກກອມມູນິດຫວຽດນາມ ໂດຍສະເພາະ ແມ່ນວຽກງານປັບປຸງກໍ່ສ້າງພັກ ໃຫ້ເຂັ້ມແຂງ, ປອດໃສ ກໍຄືວຽກງານການປ້ອງກັນ, ຕ້ານການສໍ້ລາດບັງຫລວງ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ອັນໄດ້ເຮັດໃຫ້ປະເທດຊາດຫວຽດນາມ ມີການພັດທະນາຢ່າງບໍ່ຢຸດຢັ້ງ, ຖານະບົດບາດຂອງ ສສ ຫວຽດນາມ ໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງໃນເວທີພາກພື້ນ ແລະ ສາກົນ.

ຂ່າວ: ກິດຕາ

ຮູບ: ຫສນຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments