Tuesday, September 17, 2024
Homeຂ່າວໜ້າໜຶ່ງຄະນະນໍາກະຊວງການຕ່າງປະເທດ ເຂົ້າຮ່ວມເຊັນປຶ້ມໄວ້ອາໄລ ຕໍ່ການມໍລະນະກໍາຂອງ ສະຫາຍ ຫງວຽນຝູຈ້ອງ

ຄະນະນໍາກະຊວງການຕ່າງປະເທດ ເຂົ້າຮ່ວມເຊັນປຶ້ມໄວ້ອາໄລ ຕໍ່ການມໍລະນະກໍາຂອງ ສະຫາຍ ຫງວຽນຝູຈ້ອງ

ຕອນເຊົ້າຂອງວັນທີ 25 ກໍລະກົດ 2024, ສະຫາຍ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີເຊັນປຶ້ມໄວ້ອາໄລ ຕໍ່ການມໍລະນະກໍາ ຂອງ ສະຫາຍ ຫງວຽນ ຝູ ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ຊຶ່ງມີເນື້ອໃນດັ່ງນີ້:

“ຕາງໜ້າຄະນະພັກ, ຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມໂສກເສົ້າສະຫຼົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປຢ່າງບໍ່ມີວັນຫວນກັບຂອງສະຫາຍ ຫງວຽນ ຝູ ຈ້ອງ, ເລຂາທິ ການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.

ສະຫາຍ ຫງວຽນ ຝູ ຈ້ອງ, ເປັນການນໍາທີ່ອົງອາດ, ດີເລີດ ເຊິ່ງໃນຕະຫຼອດຊີວິດແຫ່ງການເຄື່ອນໄຫວປະຕິວັດຂອງຕົນ ສະຫາຍໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາຢ່າງບໍ່ຮູ້ອິດຮູ້ເໝື່ອຍ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຫວຽດນາມ ໂດຍສະເພາະໃນພາລະກິດແຫ່ງການປ່ຽນແປງໃໝ່, ສະຫາຍມີຄວາມເດັດຂາດ ແລະ ເຂັ້ມແຂງທີ່ສຸດໃນການຊີ້ນຳ-ນຳພາປະເທດຊາດຫວຽດນາມ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ອັນໄດ້ເຮັດໃຫ້ພາລະບົດບາດ ແລະ ອິດທິພົນຂອງຫວຽດນາມນັບມື້ນັບໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ. ສະຫາຍຍັງເປັນຜູ້ນຳໜ້າໃນການປັບປຸງຄວາມໂປ່ງໃສພາຍໃນອົງການຈັດຕັ້ງພັກ, ລັດ, ຖັນແຖວພະນັກງານທົ່ວລະບົບຂອງຫວຽດນາມ. ພິເສດ ສະຫາຍຍາມໃດກໍມີຄວາມເປັນຫວ່ງເປັນໃຍ ແລະ ປະກອບສ່ວນສຳຄັນເຂົ້າໃນການເສີມສ້າງ, ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດລາວ ແລະ ຫວຽດນາມ ອ້າຍນ້ອງຕະຫຼອດມາ.

ການຈາກໄປຂອງ ສະຫາຍ ຫງວຽນ ຝູ ຈ້ອງ ຄັ້ງນີ້ ບໍ່ພຽງແຕ່ເປັນການສູນເສຍອັນຍິ່ງໃຫຍ່ ແລະ ໂສກເສົ້າທີ່ສຸດຂອງຄອບຄົວ, ຍາດຕິພີ່ນ້ອງ, ພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມອ້າຍນ້ອງເທົ່ານັ້ນ, ແຕ່ຍັງເປັນການສູນເສຍບຸກຄົນທີ່ແສນເຄົາລົບຮັກ ຜູ້ເປັນເພື່ອນສະໜິດສະໜົມທີ່ສຸດຄົນໜຶ່ງຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າຂອງພວກຂ້າພະເຈົ້າເຊັ່ນດຽວກັນ.

ໃນບັນຍາກາດອັນໂສກເສົ້າສະຫຼົດໃຈນີ້, ຂ້າພະເຈົ້າ ຂໍສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມເສົ້າໂສກເສຍໃຈ ມາຍັງ ການນຳພັກ-ລັດ ແຫ່ງ ສສ ຫວຽດນາມ, ຄະນະນໍາ ແລະ ພະນັກງານ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ.ຫວຽດນາມ ກໍ່ຄືຄອບຄົວ, ຍາດຕິພີ່ນ້ອງ ແລະ ເພື່ອນມິດຂອງສະຫາຍ ຫງວຽນ ຝູ ຈ້ອງ ມານະໂອກາດນີ້ດ້ວຍ. ຂໍສະແດງຄວາມອາໄລຮັກຢ່າງສຸດຊຶ້ງເຖິງ ສະຫາຍ ຫງວຽນ ຝູ ຈ້ອງ ແລະ ຂໍໃຫ້ດວງວິນຍານຂອງເພິ່ນ ຈົ່ງໄປສູ່ສຸຄະຕິດ້ວຍເທີ້ນ.”

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments