Sunday, September 8, 2024
HomeUncategorizedຫ້ອງວ່າການສູນກາງພັກ ຈັດພິທີເອົາທຸງລົງເຄິ່ງເສົາ ໄວ້ອາໄລ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ

ຫ້ອງວ່າການສູນກາງພັກ ຈັດພິທີເອົາທຸງລົງເຄິ່ງເສົາ ໄວ້ອາໄລ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ

ວັນທີ 25 ກໍລະກົດ 2024 ນີ້, ຫ້ອງວ່າການສູນກາງພັກ ນໍາໂດຍ ສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສູນກາງພັກ ພ້ອມຄະນະ, ຈັດພິທີເອົາທຸງລົງເຄິ່ງເສົາ ເພື່ອເປັນການໄວ້ອາໄລເຖິງ ສະຫາຍ ຫງວຽນ ຝູ໋ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມທີ່ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 19 ກໍລະກົດ 2024 ຜ່ານມາ. ທັງນີ້ ກໍເພື່ອສະແດງຄວາມເສົ້າສະຫລົດໃຈ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຝູ໋ຈ້ອງ ເຊິ່ງເປັນການສູນເສຍ ເພື່ອນສະຫາຍທີ່ໃກ້ຊິດ ສະໜິດສະໝົມທີ່ສຸດຂອງ ພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ.

ສະຫາຍ ຫງວຽນ ຝູ໋ຈ້ອງ ເປັນຜູ້ນໍາຜູ້ໜຶ່ງທີ່ໃຫ້ຄວາມສໍາຄັນ ໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ມາໂດຍຕະຫລອດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments