Sunday, September 8, 2024
Homeຂ່າວພາຍໃນຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ

ຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ

ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ແຂວງຈໍາປາສັກ ປາຖະກະຖາ ເລົ່າຄືນມູນເຊື້ອວັນສ້າງຕັ້ງ ອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ (20 ກໍລະກົດ 1955-20 ກໍລະກົດ 2024) ໃນວັນທີ 23 ກໍລະກົດ 2024 ທີ່ຫໍວັດທະນະທຳບັນດາເຜົ່າ ຈໍາປາສັກ ໂດຍການເຂົ້າຮ່ວມຂອງທ່ານ ອະລຸນໄຊ ສູນນະລາດ ເຈົ້າແຂວງໆຈຳປາສັກ, ທ່ານ ນາງ ເຕດາວັນ ແກ້ວພິລາວັນ ປະທານສະຫະພັນແມ່ຍິງ ແຂວງຈຳປາສັກ ພ້ອມດ້ວຍການນຳເພດຍິງຂອງແຂວງ, ຄະນະປະທານຮາກຖານ, ໜ່ວຍສະຫະພັນພະແນກການກົມກອງອ້ອມຂ້າງແຂວງ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງແຂວງ ເຂົ້າຮ່ວມ.

ການປາຖະກະຖາຄັ້ງນີ້ ໂດຍທ່ານ ອະລຸນໄຊ ສູນນະລາດ ຊຶ່ງໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ໂດຍສະເພາະ ເຫດການຂອງອົງການຈັດຕັ້ງແມ່ຍິງໃນເມື່ອກ່ອນ ສະຫະພັນແມ່ຍິງລາວ ທີ່ໄດ້ມີພາລະບົດບາດ ແລະ ໜ້າທີ່ ຂອງການຈັດຕັ້ງແມ່ຍິງໃນໄລຍະເບື້ອງຕົ້ນ ແມ່ນເບິ່ງແຍງ, ລ້ຽງດູ, ຊຸກເຊື່ອງ, ຕິດຕໍ່, ສົ່ງຂ່າວພະນັກງານ, ທະຫານປະຕິວັດ, ສົ່ງເອກະສານໃຫ້ພະນັກງານ, ທະຫານ ທີ່ປະຕິບັດໜ້າທີ່ຢູ່ແນວໜ້າ ແລະ ໃນເຂດຄວບຄຸມ ຂອງສັດຕູດ້ວຍຫລາຍຮູບແບບ ແລະ ຫລາຍວິທີການ ພ້ອມທັງລໍາລຽງສະບຽງອາຫານ, ອາວຸດ, ເຄື່ອງນຸ່ງຫົ່ມໃຫ້ພະນັກງານ, ນັກຮົບຢູ່ແນວໜ້າ, ປຸກລະດົມຂົນຂວາຍຊາວໜຸ່ມ, ລູກ, ຫລານ ອອກຮັບໃຊ້ປະເທດຊາດ, ປຸກລະດົມຂະບວນການຂອງແມ່ຍິງ ປະຕິບັດວຽກງານແນວຫລັງ, ເພີ່ມພູນຜະລິດຜົນຫາລ້ຽງກຸ້ມຕົນເອງ ປະຢັດເຂົ້າປາອາຫານ ເພື່ອສົ່ງໄປແນວໜ້າ ແລະ ປະຕິບັດວຽກງານຕາມການຈັດຕັ້ງມອບໝາຍ ດ້ວຍຄວາມຮັບຜິດຊອບສູງ. ພັກເຫັນວ່າການຈັດຕັ້ງແມ່ຍິງ (ໜ່ວຍຍຸວັນນາລີ, ໜ່ວຍແມ່ນັກຮົບ, ໜ່ວຍເອື້ອຍນັກຮົບ) ໄດ້ຂະຫຍາຍຕົວຢ່າງກວ້າງຂວາງຢູ່ຕາມບ້ານ, ຢາຍຢູ່ທົ່ວທຸກແຫ່ງໃນເຂດພື້ນຖານຂອງການປະຕິວັດ. ດັ່ງນັ້ນ, ສົມຄວນຈະມີການຈັດຕັ້ງຢູ່ຂັ້ນສູນກາງ ເພື່ອຄຸ້ມຄອງນໍາພາ ຫລື ບໍລິຫານງານລວມ ແລະ ທັງໄດ້ຮັບຜົນສະທ້ອນຈາກຂະບວນການຕໍ່ສູ້ປະຕິວັດ ຂອງແມ່ຍິງໃນໂລກ ທີ່ເລັ່ງທວງໃຫ້ປະຕິບັດສິດເສລີພາບ, ຄວາມສະເໝີພາບ ລະຫວ່າງຍິງ-ຊາຍ ທາງດ້ານການເມືອງ-ເສດຖະກິດ, ວັດທະນະທຳ-ສັງຄົມ ເທື່ອລະກ້າວ. ດັ່ງນັ້ນ, ວັນທີ 20 ກໍລະກົດ 1955 ພັກໄດ້ຈັດຕັ້ງໜ່ວຍຄົ້ນຄວ້າ ວຽກງານແມ່ຍິງຂຶ້ນຢ່າງເປັນທາງການ (ເປັນຕົ້ນກຳເນີດ ຂອງອົງການຈັດຕັ້ງ ສະຫະພັນແມ່ຍິງລາວປັດຈຸບັນ) ແຕ່ງຕັ້ງຄະນະໜ່ວຍ ຊຶ່ງໃນເວລານັ້ນ ໄດ້ຮັບມອບໝາຍປະຕິບັດ 2 ໜ້າວຽກ ຄື: ຄົ້ນຄວ້າຮ່າງກົດລະບຽບ, ໂຄງການດໍາເນີນງານ ຂອງການຈັດຕັ້ງ ເພື່ອກະກຽມຈັດຕັ້ງເປັນໜ່ວຍແມ່ຍິງໃນຂັ້ນຕໍ່ໄປ; ຄົ້ນຄວ້າສະພາບສັງຄົມລາວ ໂດຍສະເພາະ ກ່ຽວກັບຮີດຄອງປະເພນີອັນເກົ່າແກ່ຫລ້າຫລັງ ທີ່ກົດໜ່ວງຄວາມກ້າວໜ້າຂອງແມ່ຍິງ ແລະ ສົ່ງຜົນສະທ້ອນອັນບໍ່ດີຕໍ່ສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ ທີ່ຄວນປະລະ ເພື່ອໂຄສະນາໃຫ້ປະຊາຊົນທົ່ວໄປຮັບຮູ້ ພ້ອມທັງປຸກລະດົມຂົນຂວາຍແມ່ຍິງ ໃຫ້ມີຄວາມຕື່ນຕົວ ກັບສະພາບດ້ອຍໂອກາດຂອງຕົນເອງ ແລະ ບຸກບືນກ້າວຂຶ້ນ.

ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ, ອົງການຈັດຕັ້ງແມ່ຍິງ ໄດ້ເຄື່ອນໄຫວຕາມພາລະບົດບາດ ທີ່ໄດ້ກຳນົດໄວ້ໃນກົດລະບຽບ, ໂຄງການດຳເນີນງານຂອງຕົນ ແລະ ໄດ້ປັບປຸງໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ໜ້າທີ່ການເມືອງຂອງພັກ ໃນແຕ່ລະໄລຍະ. ຈຸດປະສົງ ກໍເພື່ອແນໃສ່ໃຫ້ບັນດາສະມາຊິກ ສະຫະພັນແມ່ຍິງທຸກຄົນທີ່ເຂົ້າຮ່ວມ ໄດ້ຮັບຮູ້ປະຫວັດມູນເຊື້ອການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວ ຂອງອົງການຈັດຕັ້ງ ສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າ ທີ່ໄດ້ອຸທິດຕົນ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືພາລະກິດພັດທະນາແມ່ຍິງລາວ ເພື່ອນຳໄປຜັນຂະຫຍາຍໃຫ້ກວ້າງຂວາງ.

ຂ່າວ-ພາບ: ສົມພິດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments