Home Uncategorized ຜົ້ງສາລີ ໄຂກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນແຂວງ

ຜົ້ງສາລີ ໄຂກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນແຂວງ

0

ແຫລ່ງຂ່າວຈາກແຂວງຜົ້ງສາລິ ໃຫ້ຮູ້ວ່າ: ສະພາປະຊາຊົນແຂວງຜົ້ງສາລີ ໄຂກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນແຂວງ ຊຸດທີ II ໃນວັນທີ 24 ກໍລະກົດ 2024 ໂດຍການເປັນປະທານຂອງທ່ານ ທອງສີ ເສົາສຸລິພົມ ປະທານສະພາປະຊາຊົນ ແຂວງຜົ້ງສາລີ, ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງໆຜົ້ງສາລີ ພ້ອມດ້ວຍອະດີດພະນັກງານການນຳແຂວງ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ທອງສີ ເສົາສຸລິພົມ ໄດ້ກ່າວວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນແຂວງ ຊຸດທີ II ຄັ້ງນີ້ ຈະດຳເນີນເປັນເວລາ 2 ວັນ ແລະ ຈະໄດ້ຮັບຟັງການລາຍງານ, ພິຈາລະນາ ແລະ ຮັບຮອງບັນດາເນື້ອໃນທີ່ສໍາຄັນພື້ນຖານຂອງແຂວງ ເປັນຕົ້ນ ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການປະຈໍາ 6 ເດືອນທ້າຍປີ 2024; ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດ ບັນດາຄາດໝາຍຂອງວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະຜ່ານມາ ຕາມມະຕິ ເລກທີ 47/ສພຂ.ຜລ, ລົງວັນທີ 31 ພຶດສະພາ 2021 ແລະ ລາຍງານຄືນການຈັດຕັ້ງປະຕິບັດ ມະຕິ 81/ສພຂ, ລົງວັນທີ 28 ທັນວາ 2023, ບົດລາຍງານຂອງຄະນະປະຈໍາສະພາປະຊາຊົນແຂວງ ຊຸດທີ II ກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຫາ ເທື່ອທີ 7 ແລະ ແຜນການເຄື່ອນໄຫວວຽກງານ ຮອດກອງປະຊຸມສະໄໝສາມັນ ເທື່ອທີ 8. ນອກນັ້ນ, ຍັງຈະໄດ້ຮັບຟັງການຊີ້ແຈງ ຂອງສະມາຊິກອົງການປົກຄອງແຂວງ ແລະ ຂອງພາກສ່ວນກ່ຽວຂ້ອງ ຈໍານວນ 18 ພາກສ່ວນ ຕໍ່ຄໍາຊັກຖາມ ຂອງຄະນະປະຈຳສະພາປະຊາຊົນແຂວງ ແລະ ຕໍ່ຄຳເຈາະຈີ້ມຂອງບັນດາສະມາຊິກສະພາປະຊາຊົນແຂວງ.

ໂອກາດນີ້, ປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງສືບຕໍ່ໃຫ້ການຮ່ວມມື ແລະ ສະໜອງຂໍ້ມູນຕໍ່ບັນດາເນື້ອໃນ ທີ່ຈະນໍາເຂົ້າພິຈາລະນາ ແລະ ຮັບຮອງເອົາໃນກອງປະຊຸມຄັ້ງນີ້, ຮຽກຮ້ອງມາຍັງບັນດາສະມາຊິກສະພາປະຊາຊົນແຂວງ ຈົ່ງໄດ້ນໍາໃຊ້ສິດປະຊາທິປະໄຕ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ ໃນການສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າຢ່າງເລິກເຊິ່ງ, ປະກອບສ່ວນ ປະກອບຄໍາເຫັນ ຕໍ່ທຸກບັນຫາຢ່າງຖີ່ຖ້ວນ, ສ້າງສັນ, ພາວະວິໄສ, ມີເຫດມີຜົນ, ແທດຕົວຈິງ ແລະ ຮັດກຸມ ບົນພື້ນຖານແນວທາງປ່ຽນແປງໃໝ່ຂອງພັກ, ລັດຖະທໍາມະນູນ, ກົດໝາຍຂອງລັດ ແລະ ສະພາບຄວາມເປັນຈິງ ທາງດ້ານເສດຖະກິດ- ສັງຄົມ ຂອງປະເທດໃນປັດຈຸບັນ ພ້ອມທັງຊອກຫາວິທີການ, ມາດຕະການແກ້ໄຂບັນດາບັນຫາ ທີ່ຍັງມີຄວາມເປັນຫ່ວງເປັນໄຍຂອງສັງຄົມ, ເປັນບັນຫາຮີບດ່ວນ ແລະ ເຄັ່ງຮ້ອນຂອງສັງຄົມໃນປັດຈຸບັນ ເພື່ອສ້າງຄວາມເປັນເອກະພາບສູງ ກັບເນື້ອໃນ ທີ່ຈະນໍາມາພິຈາລະນາ, ຮັບຮອງເອົາໃນກອງປະຊຸມຄັ້ງນີ້ ເພື່ອໃຫ້ມີຄຸນນະພາບ ແລະ ສາມາດນໍາໄປຈັດຕັ້ງໄດ້ ຢ່າງເປັນຮູບປະທໍາ ຢ່າງແທ້ຈິງ.

ໃນໄລຍະດຳເນີນກອງປະຊຸມ, ຄະນະເລຂາທິການສະພາປະຊາຊົນແຂວງ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນທີ່ມີຕໍ່ການບໍລິຫານວຽກງານ ຂອງອົງການບໍລິຫານລັດ ໂດຍຜ່ານໂທລະສັບສາຍດ່ວນທີ່ບໍ່ເສຍຄ່າ ໃນໂມງລັດຖະການ ຕາມໝາຍເລກ ໂທລະສັບ: 088 156 ຫລື ແຟັກ: 088 210 102.

ຂ່າວ-ພາບ: ແສງຄຳ ສາລີວັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version