Sunday, September 8, 2024
HomeUncategorizedອິນໂດເນເຊຍ ນຳໃຊ້ເສດໝາກພ້າວ ຜະລິດເຊື້ອໄຟຊີວະພາບ

ອິນໂດເນເຊຍ ນຳໃຊ້ເສດໝາກພ້າວ ຜະລິດເຊື້ອໄຟຊີວະພາບ

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 23 ເດືອນກໍລະກົດ, ທ່ານ ໂຈໂກ ວິໂດໂດ ປະທານາທິບໍດີ ອິນໂດເນເຊຍ ກ່າວ ໃນເວລາ ເຂົ້າຮ່ວມ ກອງປະຊຸມ ແລະ ນິເທດສະການ ໂຄໂຄເທດ ນານາຊາດ(International Cocotech Conference and Exhibition) ຄັ້ງທີ 51 ຢູ່ເມືອງ ຊູຣາບາຍາ ແຂວງ ຊະວາຕາເວັນອອກ ວ່າ ຄວາມສຳຄັນ ຂອງ ການນຳໃຊ້ ປະໂຫຍດ ຈາກ ເສດໝາກພ້າວ ທີ່ ຖີ້ມແລ້ວ ມາຜະລິດ ເຊື້ອໄຟ ຊີວະພາບ , ເປັນສ່ວນໜຶ່ງ ຂອງ ຄວາມພະຍາຍາມ ໃນການ ສືບຕໍ່ ເສດຖະກິດ ສີຂຽວ ອັນເປັນມິດ ຕໍ່ສິ່ງແວດລ້ອມ . ທ່ານ ໂຈໂກ ວິໂດໂດ ກ່າວວ່າ: ການແປຮູບ ເສດໝາກພ້າວທີ່ຖີ້ມແລ້ວ ຈຳນວນ ຫລວງຫລາຍ ເປັນເຊື້ອໄຟ ຊີວະພາບ ມີຄວາມສຳຄັນ ຕໍ່ການພັດທະນາ ເພີ່ມຕື່ມ.

ທ່ານ ໂຈໂກ ວິໂດໂດ ກ່າວວ່າ ຂະບວນ ການນໍ້າປາຍ (downstream) ນີ້ ຈະໃຊ້ປະໂຫຍດ ຈາກເຕັກໂນໂລຊີ ທັນສະໄໝ ໃນປັດຈຸບັນ ເພື່ອໃຫ້ຮັບຮອງວ່າ ຜະລິດຕະພັນຕ່າງໆ ສາມາດ ຕອບສະໜອງ ຄວາມຕ້ອງການ ຂອງ ຕະຫລາດ ແລະ ປະເທດຕ່າງໆ ມີຕ້ອງການ ເພີ່ມຂຶ້ນ. ອິນໂດເນເຊຍ ສາມາດ ເພີ່ມສັກກາຍະພາບ ເສດຖະກິດ ສີຂຽວ ໃຫ້ເຖິງ ຈຸດສູງສຸດ ດ້ວຍການ ພັດທະນາ ອຸດສາຫະກຳ ສິນຄ້າ ບໍລິໂພກ ໝາກພ້າວ ຄຽງຄູ່ກັບສິນຄ້າ ບໍລິໂພກ ປະເພດອື່ນໆ ເຊັ່ນ: ວານິລາ, ໂກໂກ້, ກາເຟ. ໃນຂະນະທີ່ ອິນໂດເນເຊຍ ມີພື້ນທີ່ປູກ ໝາກພ້າວ 3,8 ລ້ານເຮັກຕາ ເຮັດໃຫ້ ກາຍເປັນ ຜູ້ຜະລິດ ສິນຄ້າ ບໍລິໂພກ ໝາກພ້າວ ລາຍໃຫຍ່ ອັນດັບ 2 ຂອງໂລກ ດ້ວຍປະລິມານ ການຜະລິດ 2,8 ລ້ານໂຕນຕໍ່ປີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments