Sunday, September 8, 2024
HomeUncategorizedສປ ຈີນ ອອກແນວປະຕິບັດແກ້ໄຂບັນຫາພະຍາດອ້ວນໃນເດັກນ້ອຍ

ສປ ຈີນ ອອກແນວປະຕິບັດແກ້ໄຂບັນຫາພະຍາດອ້ວນໃນເດັກນ້ອຍ

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ຈີນ ໄດ້ຈັດກີດຈະກຳ ເຄື່ອນໄຫວຕ່າງໆ ຢ່າງຮອບດ້ານ ເພື່ອຕໍ່ສູ້ກັບ ພະຍາດອ້ວນ ໃນກຸ່ມນັກຮຽນ ປະຖົມ ແລະ ມັດທະຍົມ ເພື່ອປ້ອງກັນ ແລະ ຊ່ວຍເຫລືອ. ໃນຂະນະດຽວກັນ ເຈົ້າໜ້າທີ່ ຈີນ ໄດ້ແຈ້ງເຕືອນ ພະຍາດອ້ວນ ຄັ້ງທຳອິດ ຫລັງຈາກ ບັນຫາ ເລື່ອງນໍ້າໜັກ ແລະ ພະຍາດອ້ວນ ໄດ້ສົ່ງຜົນກະທົບ ຕໍ່ ສຸຂະພາບ ຂອງ ນັກຮຽນ. ສະນັ້ນ ຈຳເປັນ ຕ້ອງ ເລັ່ງແກ້ໄຂ ບັນຫານີ້ ຢ່າງຮີບດ່ວນ. ໂດຍມີ ວິທີການ ເຄື່ອນໄຫວ ປະຕິບັດ ທາງດ້ານເຕັກນິກ ສຳລັບ ການປ້ອງກັນ ແລະ ຄວບຄຸມ ພາວະນໍ້າໜັກເກີນ ແລະ ພະຍາດອ້ວນ ໃນກຸ່ມ ນັກຮຽນ ປະຖົມ, ມັດທະຍົມ ຢ່າງຮອບດ້ານ. ໂດຍ ແມ່ນ ສຳນັກບໍລິຫານ ການຄວບຄຸມ ແລະ ປ້ອງກັນພະຍາດ ແຫ່ງຊາດ, ກະຊວງ ສຶກສາທິການ , ຄະນະກຳມະການ ສຸຂະພາບ ແຫ່ງຊາດ ແລະ ສຳນັກບໍລິຫານ ການກິລາ ແຫ່ງປະເທດ ຈີນຮ່ວມກັນ ຈັດຂຶ້ື້ນ.

ໂດຍຂໍ້ແນະນໍາຫລັກ ໃນການປະຕິບັດ ເບື້ອງຕົ້ນ ປະກອບດ້ວຍ: ການສົ່ງເສີມນິໄສ, ການຮັບປະທານ ອາຫານ ເພື່ອສຸຂະພາບ ການຫລຸດ ປະລິມານ ເກືອ, ນໍ້າມັນ ແລະ ນໍ້າຕານ, ການຈັດສັນ ວິທີການຊ່ວຍເຫລືອ ຕາມຫລັກ ວິທະຍາສາດ ລວມເຖິງ ການສົ່ງເສີມ ໂຮງຮຽນ ໃຫ້ຈ້າງ ນັກໂພຊະນະການ ທີ່ມີ ຄຸນສົມບັດ ຖືກຕ້ອງຕາມຫລັກການ ເພື່ອມາຊ່ວຍ ແລະ ອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments